ລະວັງແດ່ເດີພີ່ນ້ອງ ອາກາດຈະໜາວລົງອີກ ອຸຕຸແຈ້ງເຕືອນ
ບອກຕໍ່ໆກັນແດ່ເດີ ພີ່ນ້ອງ, ອຸຕຸແຈ້ງເຕືອນອີກຄັ້ງ ໄລຍະວັນທີ 9-10 ມັງກອນ 2021 ອຸນຫະພູມອາກາດ ຈະກັບມາໜາວເຢັນລົງອີກ 1-3 ອົງສາ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດສະພາບອາກາດໄລຍະວັນທີ 4 - 10 ມັງກອນ 2021 ວ່າ: ໄລຍະວັນທີ 04 - 08...
ເມືອງຊົນນະບູລີ ມີ 40 ບ້ານໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໜັກ
40 ບ້ານຂອງເມືອງຊົນນະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຢ່າງໜັກໜ່ວງ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອທາງດ້ານອາຫານການກິນຢ່າງຮີບດ່ວນ
ອີງຕາມຂໍ້ມູນຈາກກອງເລຂາຕ້ານໄພພິບັດຂັ້ນເມືອງ ໃນຄັ້ງວັນທີ 19 ຕຸລາ 2020 ນີ້ ກ່ຽວກັບສະພາບໄພນໍ້າຖ້ວມໃນທົ່ວເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ໃນປັດຈຸບັນນີ້ເມືອງຊົນນະບູລີ ກໍາລັງປະສົບກັບໄພນໍ້າຖ້ວມຢ່າງໜັກ ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 40 ບ້ານ, ມີ 3,668 ຫຼັງຄາ, ມີພົນລະເມືອງ 24,450 ຄົນ ຍິງ...
ເສົາໄຟຟ້າຫັກ ທາງຂາດ ນໍ້າຍັງຖ້ວມຫຼາຍເຂດເມືອງວິລະບູລີ
ເມືອງວິລະບູລີ: ລາຍງານຈາກນັກຂ່າວເມືອງວິລະບູລີ ໃຫ້ຮູ້ໃນຕອນເຊົ້າ ວັນທີ 19 ຕຸລາ 2020 ນີ້ວ່າ: "ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງຕິດຕໍ່ກັນຫຼາຍວັນຢູ່ເມືອງວິລະບູລີ ຈື່ງເຮັດໃຫ້ເສົາໄຟຟ້າຫັກກົ່ນ ຈໍານວນ 2 ຕົ້ນທາງ 28 ເອ ແລະ ອີກ 2 ຕົ້ນທາງບ້ານໂນນສໍາລານຈື່ງເຮັດເມືອງວິລະບູລີ ບໍ່ມີໄຟຟ້າໃຊ້.
ກໍາລັງປຶກສາຫາລືກັນເພື່ອວາງແຜນລົງສ້ອມແປງສຸກເສີນກ່ອນ. ແຕ່ເນື່ອງຈາກມີທາງຂາດນໍ້າຖ້ວມທາງໃນຫຼາຍຈຸດ ຈຶ່ງມີຄວາມຫຍຸ້ງຍາກຕື່ມໃນການລົງສ້ອມແປງ.
ພ້ອມດຽວກັນນີ້, ຍັງຕ້ອງເຕືອນໄພການເດີນທາງ...
ເມືອງນອງປະເຊີນນໍ້າຖ້ວມອີກຮອບ
ສະພາບເສັ້ນທາງເມືອງນອງ ອອກສູ່ບ້ານດົງ ເມືອງເຊໂປນຖ້ວມ ຮອບສາມ. ເລີ່ມແຕ່ວັນທີ 16-17 ຕຸລາ 2020, ເມືອງນອງ ແຂວງສະຫວັນນະເຂດ ມີຝົນຕົກໜັກ,ຕົກແຮງ ຝົນລິນ,ຈຶ່ງເຮັດໃຫ້ເສັ້ນທາງ ຫຼາຍບ່ອນຖືກຕັກຂາດອີກເປັນຄັ້ງທີ 3 ເປັນຕົ້ນແມ່ນ:
ເສັ້ນທາງແຕ່ເມືອງນອງອອກສູ່ບ້ານດົງ ເມືອງເຊໂປນ ຖືກຕັກຂາດອີກລົດທຸກປະເພດບໍ່ສາມາດທຽວໄດ້ ການໄປມາຂອງພໍ່ແມ່ປະຊາຊົນຕ້ອງລຳລຽງດ້ວຍເຮືອຄືທີ່ຜ່ານມາ ສະນັ້ນຂໍຝາກເຕືອນພໍ່ແມ່ປະຊາຊົນທັງສອງເມືອງໃນການສັນຈອນໄປມາຈົ່ງມີສະຕິລະວັງຕົວກັນຕື່ມອີກ.
ຝົນຕົກໜັກເຮັດໃຫ້ສາຂາແມ່ນ້ຳ ນ້ອຍໃຫຍ່,ສາຍຫ້ວຍໄຫຼໂຮມຕົວກັນແຕ່ບ່ອນສູງຫາບ່ອນຕ່ຳເຮັດໃຫ້ເສັ້ນທາງບາງບ່ອນຈຸດທີ່ຕ່ຳ,ເປັນຫຼຸບຖືກນ້ຳຖ້ວມຂັງ ແລະ ບາງຈຸດກໍ່ແມ່ນເກີດຈາກການຍື່ງຕົວຂອງນ້ຳເຊ.
ຂໍ້ມູນ: ຫ້ອງການ ຖວທ...
ແຊດ່ວນ! ຂໍ້ຄວນປະຕິບັດຍາມນ້ຳຖ້ວມ
ຂໍ້ຄວນປະຕິບັດຍາມນ້ຳຖ້ວມ
1. ຕິດຕາມຂ່າວສານ ແລະ ປະກາດແຈ້ງເຕືອນຕ່າງໆຢູ່ຕະຫລອດໃນທຸກຊ່ອງທາງ 2. ກຽມພ້ອມເຄື່ອງອຸປະໂພກ,ບໍລິໂພກ, ຢາປົວພະຍາດ ແລະ ສີ່ງຂອງອື່ນໆທີ່ຈຳເປັນ 3. ມ້ຽນມັດເຄື່ອງຂອງທີ່ສຳຄັນໃຫ້ວິດຈາກນ້ຳ ຫລື ເຄື່ອນຍ້າຍໄປໃວ້ບ່ອນປອດໄພ 4. ມຽ້ນຂອງມີຄ່າສັບສີນຕ່າງໆ ລວມທັງສັດລ້ຽງ, ທອດສາຍໄຟ ແລະອູປະກອນໄຟ້າທີ່ບໍ່ຈຳເປັນໃຫ້ສູງຈາກລະດັບນ້ຳ
5. ສາກແບດເຕີລີມືຖືໃຫ້ເຕັມ ຫລ ກະກຽ້ມອຸປະກອນສື່ສານອື່ນທີ່ມີໃຫ້ພ້ອມໃຊ້, ກ້ຽມໄຟສາຍ,ທຽນ...