News
ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 9-10...
ນາຍົກລັດຖະມົນຕີເນັ້ນໃຫ້ມີການຈັດການນໍ້າຢູ່ແຕ່ລະເຂື່ອນໃນທົ່ວປະເທດ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມເປີດກວ້າງສະຫຼຸບຕີລາຄາ, ຖອດຖອນບົດຮຽນ, ການຈັດຕັ້ງປະຕິບັດແຜນພັດ ທະນາພະລັງງານ ແລະ ບໍ່ ແຮ່ ໃນໄລຍະ 5 ປີຄັ້ງທີ VIII (2016-2020) ໃນວັນທີ 5 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີລັດຖະມົນຕີ,...
ສປປ ລາວ ເນັ້ນ!!! ຊ່ວຍເຫຼືອນັກສຶກສາລາວ ທີ່ອາໄສຢູ່ຈີນ
ກະຊວງສາທາລະນະສຸກ ຮ່ວມກັບກະຊວງການຕ່າງປະເທດ ແລະ ອົງການອະນາໄມໂລກ ປະຈຳ ລາວ ຖະແຫຼງຂ່າວກ່ຽວກັບສະພາບການລະບາດ ຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ Novel Corona virus pneumonia (NCOV) ທີ່ເມືອງອູຫັ້ນ ແຂວງຫູເປີ່ຍ ສປ ຈີນ ແລະຫຼາຍປະເທດໃນໂລກ ວັນທີ 3 ກຸມພາ 2020 ຢູ່ກະຊວງສາທາລະນະສຸກ...
ອົງການອະນາໄມໂລກຢືນຢັນ ໄວຣັສໂຄໂຣນາຍັງບໍ່ເຖິງຂັ້ນການລະບາດທົ່ວໂລກ
ສຳນັກຂ່າວ BBC ລາຍງານວ່າໃນວັນອັງຄານທີ 4 ກຸມພາ 2020 ອົງການອະນາໄມໂລກ (WHO) ໄວຣັສໂຄໂຣນາສາຍພັນໃໝ່ 2019 ຊຶ່ງກຳລັງລະບາດຢ່າງໜັກໃນປະເທດຈີນ ແລະ ເລີ່ມຂະຫຍາຍອອກສູ່ປະເທດອື່ນໆ ອີກ 25 ປະເທດ ຍັງບໍ່ເຂົ້າອົງປະກອບການເປັນ ‘pandemic’ ຫລື ການລະບາດທົ່ວໂລກເທື່ອ
ທັງນີ້ ຜູ້ຕິດເຊື້ອໄວຣັສໂຄໂຣນາແມ່ນເລີ່ມປາກົດໃນປະເທດຈີນເປັນເທື່ອແລກເມື່ອເດືອນທັນວາປີກ່ອນ ແລະ...
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເນັ້ນໃຫ້ຄະນະສະເພາະກິດເອົາໃຈໃສ່ 4 ບັນຫາ ພ້ອມກຳນົດເອົາ 2 ໂຮງໝໍເປັນບ່ອນປິ່ນປົວ
ລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໄວຣັສໂຄໂຣນາ ) ລວມທັງໄດ້ຕິດຕັ້ງເຄື່ອງສະແກນຫາເຊື້ອພະຍາດດັ່ງກ່າວຢູ່ 4 ດ່ານສາກົນ ຫຼ້າສຸດ, ໄດ້ແຕ່ງຕັ້ງ 4 ໜ່ວຍງານຊ່ວຍຄະນະສະເພາະກິດເພີ່ມຕື່ມ.
ດ້ານທ່ານນາຍົກ ເນັ້ນໜັກໃຫ້ຄະນະສະເພາະກິດເອົາໃສ່ 4 ບັນຫາຕົ້ນຕໍ. ໃນນັ້ນ, ໃຫ້ກຳນົດເອົາໂຮງໝໍມິດຕະພາບ 150...
ເປີດດ່ານສາກົນປາງມອນແຂວງ ໄຊຍະບູລີ ຢ່າງເປັນທາງ
ພິທີເປີດດ່ານສາກົນປາງມອນຢ່າງເປັນທາງການຈັດຂື້ນໃນຕອນເຊົ້າຂອງວັນທີ 1 ກຸມພາ 2020, ຢູ່ດ່ານສາກົນ ປາງມອນ ລະຫວ່າງສອງແຂວງ ໄຊຍະບູລີ ກັບ ແຂວງ ພະເຍົາ ປະເທດໄທ, ຊຶ່ງຕັ້ງຢູ່ເຊິ່ງໜ້າກັບດ່ານ ບ້ານ ຮວກ, ເມືອງພູຊາງ ແຂວງພະເຍົາ ປະເທດໄທ, ເປັນດິນຕໍ່ແຜນ ທີ່ມີເສັ້ນທາງເຊື່ອມຕໍ່ກັນ
ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້,...
ມະຫາເສດຖີຜູ້ຮັ່ງມີທີ່ສຸດໃນຈີນ “ແຈັກມ່າ” ບໍລິຈາກເງິນ 100 ລ້ານຢວນ ເພື່ອນຳໄປພັດທະນາວັກຊີນ ຮັກສາໄວຣັສໂຄໂຣນາ
ແຫຼ່ງຂ່າວ ບາງກອກ ບີສ ລາຍງານຂ່າວວ່າ ແຈັກ ມ່າ ເຈົ້າຂອງອາລີບາບາ ໃຫ້ການສະໜັບສະໜູນເງິນ 100ລ້ານຢວນຜ່ານມູນນິທິແຈັກ ໝ່າ ເພື່ອໃຫ້ນຳໄປພັດທະນາວັກຊີນໃຊ້ຮັກສາໄວຮັດໂຄໂຣນາ ທີ່ກຳລັງລະບາດໜັກໃນຈີນ ແລະ ທົ່ວໂລກໃນຕອນນີ້.
ມູນນິທີແຈັກ ມ່າ ລະບຸວ່າ ມະຫາເສດຖີຜູ້ຮັ່ງມີທີ່ສຸດໃນຈີນຄົນນີ້ ໄດ້ຈັດສັນງົບປະມານ 40 ລ້ານຢວນໃຫ້ກັບອົງກອນວິໄຈຂອງລັດຖະບານຈີນ 2...
ລັດແຕ່ງຕັ້ງຄະນະສະເພາະກິດຮັບມືໂຄໂຣນາພ້ອມວາງ 8 ມາດຕະການຮັບມື
ຫ້ອງວ່າການນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 98/ຫສນຍ, ລົງວັນທີ 27 ມັງກອນ 2020 ວ່າດ້ວຍທິດຊີ້ນຳກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (ໄວຣັສໂຄໂຣນາ) ພ້ອມໄດ້ກຳນົດມາດຕະການໃນການຮັບມືແຕ່ລະດ້ານເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
ກວດກາຈຸດທີ່ມີຄວາມສ່ຽງ (ຊາຍແດ, ສະນາມບິນ, ສະຖານີລົດໂດຍສານ, ໂຮງໝໍ, ຕະຫຼາດ)ກະກຽມຈຸດບໍລິການສາທາລະນະສຸກໃນທົ່ວປະເທດໂຄສະນາເຜີຍແຜ່ ແລະ ໃຫ້ຂໍ້ມູນ-ຂ່າວສານກ່ຽວກັບວິທີປ້ອງກັນຜ່ານສື່ຕ່າງໆໃຫ້ແກ່ສັງຄົມຢ່າງກວ້າງຂວາງແຈ້ງເຕືອນໃຫ້ປະຊາຊົນກ່ຽວກັບການອຸປະໂພກ ແລະ ບໍລິໂພກເກັບກຳສະຖິຕິ ແລະ ຕິດຕາມກວດກາສຸຂະພາບຜູ້ເດີນທາງຄວບຄຸມລາຄາອຸປະກອນຮັບໃຊ້ສຳລັບການປ້ອງກັນພະຍາດຄົ້ນຄວ້າ...
ກະຊວງ ຮສສ ມອບ-ໂອນ ຄືນວຽກງານນະໂຍບາຍອຸດໜູນບຳນານ-ເສຍອົງຄະໃຫ້ 2 ກະຊວງ ເປັນຜູ່ຄຸ້ມຄອງ
ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 28 ມັງກອນ 2020 ໃຫ້ຮູ້ວ່າ: ກະຊວງ ຮສສ ໄດ້ຮັບການມອບ-ໂອນ ການຄຸ້ມຄອງນາຍ ແລະ ພົນທະຫານຈາກກະຊວງປ້ອງກັນປະເທດ ປີ 1993 ແລະ ໄດ້ຮັບການມອບ-ໂອນນາຍ ແລະ ພົນຕຳຫຼວດຈາກກະຊວງປ້ອງກັນຄວາມສະຫງົບປີ 2010 ໄດ້ມອບ-ໂອນຄືນໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຮັບຜິດຊອບຄຸ້ມຄອງດູແລຕໍ່ໄປ.
ພິທີມອບ-ຮັບການຄຸ້ມຄອງນາຍ ແລະ ພົນທະຫານ-ຕຳຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ-ເສຍອົງຄະ ຍ້ອນການສູ້ຮົບ...
ສປປ ລາວ ອອກແຈ້ງການດ່ວນ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ໄວຣັດ ໂຄໂຣນາ (nCOV)
ສປປ ລາວ ອອກແຈ້ງການດ່ວນ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ໄວຣັດ ໂຄໂຣນາ (nCOV)
.