ເກີດເຫດໂຈນປຸ້ນຄຳ ຢູ່ຕະຫຼາດສີໃຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເວລາ 13:20 ຂອງມື້ນີ້ວັນທີ 15 ມີນາ 2023.
ຕາມການບອກເລົ່າຂອງຜູ້ເຫັນເຫດການບອກວ່າ: ໂຈນໄດ້ຄຳໄປ 1 ກຳມື ແຕ່ຍັງບໍ່ຮູ້ຈຳນວນ ແລະ ມູນຄ່າຄວາມເສຍຫາຍ.

ເບື້ອງຕົ້ນພະນັກງານທຸກຄົນໃນຮ້ານແມ່ນປອດໄພດີ, ສ່ວນໂຈນແມ່ນໄດ້ລົບໜີ.
