Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດໂມ້ປູນເບກແຕກຕໍາລົດຈັກ ເສຍຊີວິດຄາທີ່ 1 ຄົນ ທີ່ສີ່ແຍກໄຟແດງທາດຫຼວງ

Posted on 14/03/202314/03/2023 By All in LAOS

ເວລາ 9:50 ໂມງຂອງວັນທີ 13 ມີນາ 2023 ເກີດອຸບັດຕິເຫດລົດໂມ້ປູນເບກເຕກ ຕໍາເອົາລົດຈັກທີ່ຈອດສະລໍໄຟອໍານາດ ຢູ່ເສັ້ນທາງເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດຈັກຖືກລົດໂມ້ປູນຢຽບ ເສຍຊີວິດຄາທີ່.

ພັຕ ວິໄຊ ວິໄລສານ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກ່ອນເກີດເຫດ ທ້າວ ທອງໃສ ອາຍຸ 33 ປີ ສັນຊາດລາວ ອາຊີບຂັບລົດ ພັກເຊົາຢູ່ບ້ານ ໜອງພະຍາ ເມືອງໄຊທານີ ໄດ້ຂັບຂີ່ລົດໂມ້ປູນ ຍີຫໍ້ອີຊູຊຸ ໝາຍເລກທະບຽນ ບກ 7063 ກໍາແພງນະຄອນ ມຸ້ງໜ້າມາແຕ່ຕະຫຼາດຫົວຂົວ ພໍຮອດຈຸດເກີດເຫດໄກຈະຮອດ 4 ແຍກໄຟອໍານາດທາດຫຼວງ ແລະ ມີລົດທາງໜ້າຈໍານວນຫຼາຍຄັນຢຸດຈອດລໍຖ້າໄຟອຳນາດຢູ່

ແຕ່ບັງເອີນລົດຄັນດັ່ງກ່າວເກີດເບກແຕກ ຜູ້ຂັບຂີ່ລົດໂມ້ປູນຈຶ່ງຮ້ອງໃສ່ລົດຄັນທາງໜ້າວ່າເບກແຕກກ່ອນຕໍາເອົາລົດຈັກ 2 ຄັນທີ່ຈອດຖ້າໄຟຂຽວ ເຮັດໃຫ້ຜູ້ຂັບຂີ່ລົດຈັກເວບໂຄລາວໝາຍເລກທະບຽນ ຍກ 7502 ກໍາແພງນະຄອນ ຮູ້ໂຕໂດດອອກຈາກລົດ, ສ່ວນລົດຈັກໂຊນິກ ໂຄລາວ ໝາຍເລກທະບຽນ ດສ 6317 ກໍາແພງນະຄອນ ຂັບຂີ່ໂດຍທ້າວ ຄໍາຫອມ ອາຍຸ 40 ປີ ພະນັກງານ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ບໍ່ໄດ້ຍິນສຽງຮ້ອງ ຈຶ່ງຖືກຕໍາເອົາລາກໄປກັບລົດ;

ພໍລົດໄດ້ຕໍາເອົາລົດຈັກ 2 ຄັນ ຜູ້ຂັບຂີ່ຍ້ານເກີດອຸບັດຕິເຫດຫຼາຍຄັນຈຶ່ງໄດ້ຕັດສິນໃຈຫັກພວງມະໄລລ້ຽວອອກມາທາງຂົວມື ເພື່ອໃຊ້ຟຸດບາດທາງຢຸດລົດ ເຮັດໃຫ້ຜູ້ຂັບຂີ່ລົດຈັກທີ່ຕິດຢູ່ໜ້າລົດຕໍາກັບຟຸດບາດທາງພົ້ນຂຶ້ນໄປທາງຄົນຍ່າງ ເສຍຊີວິດຄາທີ່.
ຕໍ່ກັບອຸບັດຕິເຫດດັ່ງກ່າວນີ້ ເກີດຈາກສະພາບເຕັກນິກລົດບໍ່ຮັບປະກັນ ( ເບກແຕກ );

ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກໍາລັງເລັ່ງສອບສວນ ແລະ ເກັບກໍາຂໍ້ມູນຫຼັກຖານ ເພື່ອປະກອບໃສ່ສໍານວນຄະດີ ສົ່ງຕາມຂັ້ນຕອນວິຊາສະເພາະ.

ຂ່າວ: ຈັນສະໝອນ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ລົດຕົກຮ່ອງເຈັບ 6 ຄົນ ທີ່ເມືອງໄຊ
Next Post: ໄຟໄໝ້ເຮືອນປະຊາຊົນ ບ້ານແກ້ງກຽນ ເມືອງກະລຶມ

Related Posts

ກອງປະຊຸມ ລະດົມຄວາມເຫັນ ກ່ຽວກັບ ນະໂຍບາຍການສົ່ງເສີມເສດຖະກິດຮ່ວມມືປະຊາຊົນ ຂ່າວສານບ້ານເມືອງ
ເສີມຂະຫຍາຍມູນເຊື້ອເຫຼົ່າຮົບປືນໃຫຍ່ໜ້າດີນ ເຂົ້າໃນພາລະກິດປົກປັກຮັກສາຕາມທ່າກ້າວພັດທະນາຂອງຊາດ ຂ່າວສານບ້ານເມືອງ
ນໍ້າມັນທີ່ຜະລິດເອງໃນ ສປປ ລາວ ຄາດວ່າ ຈະໄດ້ນໍາໃຊ້ທົ່ວປະເທດ ປະມານຕົ້ນປີ 2023  ຂ່າວສານບ້ານເມືອງ
ສະຫຼົດໃຈ! ລົດຈັກຕໍາກັບລົດຕູ້ ເສຍຊິວິດຄາທີ່ 1 ຄົນ ທີ່ ເມືອງປະທຸມພອນ ຂ່າວສານບ້ານເມືອງ
ແຈ້ງການເພີ່ມເຕີມ ການເພີ່ມທະວີ ກວດກາອາຫານທະເລສົດ-ແຊ່ແຂງ ທີ່ນຳເຂົ້າມາລາວ ຂ່າວສານບ້ານເມືອງ
ສານຂອງທ່ານນາຍົກລັດຖະມົນຕີ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ ເລື່ອງເດັ່ນ

Copyright © 2023 All in LAOS.

Powered by PressBook Grid Blogs theme