Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ດ່ານສາກົນຂົວມິດຕະພາບນໍ້າເຫືອງ ຍຶດລົດກະບະເຖື່ອນ 4 ຄັນ ສົ່ງຄືນໃຫ້ເຈົ້າໜ້າທີ່ໄທ

Posted on 13/03/202313/03/2023 By All in LAOS

ມອບ-ຮັບ ພາຫະນະລົດໃຫຍ່ ທີ່ນໍາເຂົ້າບໍ່ຖືກຕ້ອງ

ເຈົ້າໜ້າທີ່ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ໄດ້ມີພິທີມອບ-ຮັບພາຫະນະລົດໃຫຍ່ ລະຫວ່າງແຂວງໄຊຍະບູລີ ສປປ ລາວ ກັບ ຈັງຫວັດອຸດ ຕະລະດິດ ຣາຊະອານາຈັກໄທ ຈໍານວນ 4 ຄັນຄື: ລົດຍີ່ຫໍ້ ໂຕໂຍຕ້າ ວີໂກ້ (TOYOTA VIGO) ສະມາດແຄັບ ປະເພດກະບະ ສີປອນເງິນ 1 ຄັນ, ລົດຍີ່ຫໍ້ ໂຕໂຍຕ້າ ຣີໂວ (TOYOTA REVO) ສະມາດແຄັບ ປະເພດ ກະບະ ສີຂາວ 1 ຄັນ, ລົດຍີ່ຫໍ້ ໂຕໂຍຕ້າ ວີໂກ້ (TOYOTA VIGO) ປະເພດກະບະ 4 ປະຕູ ສີດໍາ 1 ຄັນ ແລະ ລົດຍີ່ຫໍ້ ອີຊູຊຸ (IZUZU) ປະເພດກະບະ 4 ປະຕູ ສີຂາວ 1 ຄັນ ເຊິ່ງເປັນລົດທີ່ກຸ່ມຄົນບໍ່ດີໄດ້ລັກລອບນໍາເຂົ້າ ສປປ ລາວ ບໍ່ຖືກຕ້ອງຕາມກົດໝາຍ

ເຊິ່ງຕາງໜ້າມອບໂດຍ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ແລະ ແລະ ຮັບໂດຍ ທ່ານ ສາມາດ ອິນທະປັນຍາ ນາຍອໍາເພີບ້ານໂຄກ ຈັງຫວັດອຸດ ຕະລະດິດ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການມອບ-ຮັບລົດດັ່ງກ່າວ, ແມ່ນປະຕິບັດຕາມບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມື ຮັກສາ ຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນລາວ-ໄທ, ແຂວງໄຊຍະບູລີ- ຈັງຫວັດອຸດຕະລະດິດ ຄັ້ງທີ 7 ໃນວັນທີ 17 ພຶດສະພາ 2017 ທີ່ຈັງຫວັດອຸດຕະລະດິດ ຣາຊະອານາຈັກໄທ, ການແຈ້ງຂອງເຈົ້າໜ້າທີ່ ປກສ ເມືອງທົ່ງມີໄຊ ແລະ ເມືອງບໍ່ແຕນ ຄັ້ງວັນທີ 15 ແລະ ວັນທີ 17 ກຸມພາ 2023 ແລະ ໜັງສືຂອງ ຈັງຫວັດອຸດຕະລະດິດ ສະບັບເລກທີ ອຕ 0017.3/2917, ລົງວັນທີ 8 ມີນາ 2023.

ຂ່າວ: ຖວທ ເມືອງແກ່ນທ້າວ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ໄຟໄໝ້ໃກ້ຕະຫຼາດຫຼວງນໍ້າທາ ຢ່າງຮຸນແຮງ (ມີຄລິບ)
Next Post: ລົດຕົກຮ່ອງເຈັບ 6 ຄົນ ທີ່ເມືອງໄຊ

Related Posts

ໜຸ່ມລາວໃຈກ້າຂ້າມຂອງຕາມຫາຮັກຊື່ວ່າ ຕ່າຍ ອໍລະໄທ ຂ່າວສານບ້ານເມືອງ
ລົດສົ່ງເຄື່ອງຕຳກັບລົດຈັກ ເສຍຊີວິດຄາທີ່ ທາງເມືອງໂພນທອງ ຂ່າວສານບ້ານເມືອງ
ອຸປະຕິເຫດ! ລົດເສຍຫຼັກປີ້ນກະທັນຫັນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ພົບຜູ້ຕິດເຊື້ອໃໝ່ +3ຄົນ ຂ່າວສານບ້ານເມືອງ
ເຕືອນໄພການເດີນທາງ! ຂົວນາໂຮມຂາດແລ້ວ ຂ່າວສານບ້ານເມືອງ
ຄລິບສະພາບຄວາມເສຍຫາຍຈາກພາຍຸລະດູຮ້ອນ ທີ່ບ້ານດອນ ເມືອງນາກາຍ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme