Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2022

Posted on 07/03/202307/03/2023 By All in LAOS

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2022

ໃນຕອນເຊົ້າຂອງວັນທີ 28 ກຸມພາ 2023 ຢູ່ທີ່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2022 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ,

ໃຫ້ກຽດເຂົ້າຮ່ວມມີ ທ່ານ ບັນດິດ. ສຈ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຜູ້ແທນກອງປະຊຸມຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມທັງໝົດ 262 ທ່ານ.

ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານດຳເນີນທຸລະກິດໃນປີ 2022 ແລະ ທິດທາງແຜນການໃນປີ 2023 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາເປັນຕົ້ນແມ່ນ:

ໄດ້ລົງ ທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 18,9 ລ້ານໂດລາສະຫະລັດ; ປັດຈຸບັນມີສະຖານີມືຖືທັງໝົດ 10.792 ສະຖານີ ໃນນີ້: GSM 2G ຈໍານວນ 1.958 ສະຖານີ, 3G ຈໍານວນ 3.303 ສະຖານີ, 4G ຈໍານວນ 4.718 ສະຖານີ, 4.5G ຈໍານວນ 780 ສະຖານີ ແລະ 5G ຈຳນວນ 33 ສະຖານີ (ປັດຈຸບັນສັນຍານໂທລະສັບມືຖືຄວບຄຸມໄດ້ທົ່ວປະເທດ ກວມເອົາປະຊາກອນ75%), IP Core/IPRAN 3.685 ສະຖານີ ແລະ FTTH ຈໍານວນ 118.635 Ports ກວມ 35% ຂອງຫຼັງຄາເຮືອນໃນທົ່ວປະເທດ.

ທັງໝົດເຫຼົ່ານັ້ນ ມັນໄດ້ກາຍເປັນປັດໃຈຫຼັກທີ່ພັກດັນໃຫ້ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າ ໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນມີລູກຄ້າມີລູກຄ້າໃຊ້ບໍລິການຕົວຈິງຈໍານວນ 2.652.739 ເລກໝາຍ; ໃນປີ 2022 ຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ 1.661,89 ຕື້ກີບ (ລວມອາກອນ), ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 191,70 ຕື້ກີບ, ເຊິ່ງກວມເອົາອັດຕາສ່ວນ 13,40 % ຂອງລາຍຮັບທີ່ ລາວ ໂທລະຄົມ ປະຕິບັດໄດ້ໃນປີ 2022, ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບ ສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມເປັນມູນຄ່າ 3,4 ຕື້ກ່ວາກີບ ແລະ ຍັງໄດ້ສືບຕໍ່ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຖະບານຈຳນວນໜຶ່ງໃນມູນຄ່າຫຼາຍກວ່າຕື້ກີບ.

ແຜນການປີ 2023 ນີ້, ລາວ ໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃຫ້ໄດ້ 3 ລ້ານກວ່າເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.684,78 ຕື້ກີບ (ລວມອາກອນ), ທຽບໃສ່ປີ 2022 ເພີ່ມຂຶ້ນ 9,4% ຄາດຄະເນກໍາໄລສຸດທິໃຫ້ໄດ້ 169,6 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນ 220,2 ຕື້ກີບ; ນອກຈາກນັ້ນຍັງຈະໄດ້ລົງທຶນທັງໝົດ 18,98 ລ້ານໂດລາສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life.

ຂ່າວສານບ້ານເມືອງ

Post navigation

Previous Post: ຜົວຂໍໂທດແທນເມຍ ທີ່ມັດເດັກນ້ອຍຕິດລົດ ຍ້ອນລັກເຂົ້າໜົມ 3 ຄັ້ງ
Next Post: ປະກາດປິດເສັ້ນທາງ ພູເກົ້າຫຼັກ ເລີ່ມ 7 ມີນາ ເປັນຕົ້ນໄປ ຈົນກວ່າຈະສໍາເລັດ

Related Posts

ເກີດເຫດ! ແຜ່ນດິນໄຫວເມືອງ ໄຊສະຖານ ວັດແຮງສັ່ນສະເທືອນວັດແທກໄດ້ 3.6 ຣິກເຕີ ຂ່າວສານບ້ານເມືອງ
ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ ຂ່າວສານບ້ານເມືອງ
ກົມການບິນພົນລະເຮືອນ ແຈ້ງການ ! ຂ່າວປັ່ນປ່ວນສັງຄົມ ຈາກຜູ້ບໍ່ຫວັງດີ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ ຂ່າວສານບ້ານເມືອງ
ຂ່າວຮ້າຍ…! ສະຖິຕິໃໝ່ ສປປ ລາວ ກວດພົບການຕິດເຊື້ອ ໂ ຄ ວິ ດ ໃຫມ່ ທີ່ +88 ຄົນ ຂ່າວສານບ້ານເມືອງ
ລັດວິສະຫະກິດໄຟຟ້າ ແຈ້ງການປັບປຸງໂຄງສ້າງລາຄາໄຟຟ້າ ສະເພາະພາກບໍ່ແມ່ນທີ່ຢູ່ອາໄສ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme