Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສສຂ ປະຈຳເຂດເລືອກຕັ້ງເມືອງວິລະບູລີ ສະເໜີ ໃຫ້ເພີ່ມຄ່າແຮງງານໃຫ້ກຳມະກອນຢູ່ໃນໂຮງຈັກ-ໂຮງງານ

Posted on 25/01/202325/01/2023 By All in LAOS

ໃນໂອກາດເຂົ້າຮ່ວມ ກອງປະຊຸມສະໄໝາສາມັນເທື່ອທີ 4 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ II ທີ່ໄດ້ຈັດຂຶ້ນວັນທີ 24 ມັງກອນ 2023, ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທັງເປັນສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງວິລະບູລີ ສະເໜີໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ສົມທົບກັບສະຫະພັນກຳມະບານແຂວງ ເພີ່ມຄ່າແຮງງານໃຫ້ກຳມະກອນຢູ່ໃນໂຮງຈັກ, ໂຮງງານພາຍ ໃນແຂວງສະຫວັນນະເຂດ ເນື່ອງຈາກວ່າ ທຸກປະເພດສິນຄ້າທີ່ສົ່ງອອກຂອງໂຮງຈັກ, ໂຮງງານດັ່ງກ່າວ ຄິດໄລ່ເປັນເງິນຕາຕ່າງປະເທດ. ສະນັ້ນ, ຄ່າແຮງງານຂອງກຳມະກອນ ກໍຄວນຄິດໄລ່ຂຶ້ນຕາມອັດຕາສ່ວນຂອງອັດຕາແລກປ່ຽນຈຶ່ງຈະສົມມາພາຄວນ.

ທ່ານ ໄຊຍະເດດ ຜຸຍຍະວົງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໄດ້ປະກອບຄຳເຫັນໃສ່ບົດລາຍງານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ ເຊິ່ງເຫັນໄດ້ວ່າໃນປີຜ່ານມາ ກໍຄື ປັດຈຸບັນ ສະຫວັນນະເຂດ ກໍຄື ທົ່ວປະເທດແມ່ນໄດ້ປະເຊີນກັບຄວາມຫຍຸ່ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເງິນກີບອ່ອນຄ່າ, ລາຄາສິນຄ້າ ແລະ ນ້ຳມັນເຊື້ອໄຟສູງຂຶ້ນ ແຕ່ກົງກັນຂ້າມຄ່າແຮງງານຂອງກຳມະກອນ ຍັງຄືເກົ່າບໍ່ມີການປ່ຽນແປງ ເຊິ່ງເປັນສາເຫດສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການດຳລົງຊີ ວິດຂອງປະຊາຊົນ, ກຳມະກອນຜູ້ອອກແຮງງານ ລວມເຖິງພະນັກງານລັດຖະກອນ ກໍລ້ວນແຕ່ປະສົບບັນຫາເຊັ່ນດຽວກັນ.

ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີຕື່ມອີກວ່າ: ດ້ານວຽກງານຕານ່າງການບໍລິການທາງດ້ານສັງຄົມ ກໍຄວນເອົາໃສ່ພັດທະນາ ປັບປຸງທາງດ້ານຄຸນະພາບໃຫ້ດີຂຶ້ນຕື່ມ ໂດຍສະເພາະການບໍລິການໃນຕານ່າງ ວຽກງານສາທາ ລະນະສຸກ ເຊິ່ງປະຊາຊົນລາວ ປະກອບມີຫລາຍອາຊີບ ມີທັງກຳມະກອນ, ຊາວໄຮ່ນາ ແລະ ອາຊີບອື່ນໆ. ສະນັ້ນໃນເວລາທີ່ເຂົາເຈົ້າເຈັບເປັນ ເຂົ້າໄປຫາແພດໝໍ ກໍຄວນໃຫ້ບໍລິການເຂົາເຈົ້າ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ ເຮັດຄືກັບບໍລິການຄົນໃນຄອບຄົວດຽວກັນ ເພາະເງິນເດືອນຂອງພະນັກງານ ແມ່ນໄດ້ມາຈາກການປະກອບສ່ວນຂອງປະຊາ ຊົນ ສະນັ້ນຈຶ່ງບໍ່ຄວນເລືອກປະຕິບັດ ໃນເວລາໃຫ້ບໍລິການ.

ຂ່າວ: ອັກສອນສິນ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ສາລະວັນສັ່ງເດັດຂາດ ຫ້າມບໍລິການສັງວຽນຕີໄກ່ ໃຜຝ່າຝືນຮັບໂທດ
Next Post: ປະກາດຫາເຈົ້າຂອງລົດ ຈໍານວນ 372 ຄັນ ທີ່ກັກໄວ້ຢູ່ ປກສ ແຂວງສະຫວັນນະເຂດ

Related Posts

ກັກຕົວກຸ່ມໄວລຸ້ນ ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ ຄ າ ເຮືອນພັກໄດ້ 24 ຄົນ ຂ່າວສານບ້ານເມືອງ
ຄໍາແນະນໍາການໄຂໂຮງຮຽນຄືນໃໝ່ ປ5 ມ4 ແລະ ມ7 ຂ່າວສານບ້ານເມືອງ
ສານຈີນຕັດສິນປະຫານຊີວິດ ຊາຍຜູ້ກໍ່ເຫດຄາດກຳເຈົ້າຫນ້າທີ່ ແພດ 2 ຄົນທີ່ດ່ານກວດເຊື້ອໄວຣັສໂຄວິດ-19 ຫຼັງຈາກທີ່ຜູ່ກ່ຽວບໍ່ຍອມໃຫ້ເຈົ້າຫນ້າທີ່ກວດສອບ ຂ່າວສານບ້ານເມືອງ
ອົງການເກັບກູ້ ລ ະ ເ ບີ ດ ປະຈຳແຂວງອັດຕະປື ປະຕິບັດການ ທໍ າ ລ າ ຍ ລ ະ ເ ບີ ດ ລູ ກ ບົ ມ 500 ປ ອ ນ ຂ່າວສານບ້ານເມືອງ
ໂລກຕ້ອງກຽມພ້ອມກັບສະພາບລາຄານໍ້າມັນແພງ ຂ່າວສານບ້ານເມືອງ
ວອນຜູ່ໃຈບຸນ ຊ່ວຍຄ່າຜ່າຕັດ ນາງຂວັນເຮືອນແດ່ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme