ໃນວັນເສົາທີ 14 ມັງກອນ 2023 ຜ່ານມານີ້, ເວລາ 8:30 ໂມງ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມພາສີ ກະຊວງການເງິນ, ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລະຈອນ ປະຈຳການຢູ່ປ້ອມກວດກາ ຫຼັກ2 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໄດ້ຕິດຕາມກວດກາຢຶດລົດກະບະ 4 ປະຕູຍີຫໍ້: ອີຊູຊູ (Isuzu) ສີເທົ່າ ຈໍານວນ 01 ຄັນ.


ແຕ່ຜ່ານການສືບສວນ-ສອບສວນເບື້ອງຕົ້ນເຫັນວ່າ: ລົດຄັນດັ່ງກ່າວແມ່ນນໍ້າເຂົ້າມາບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ, ພ້ອມສວມປ້າຍທະບຽນປອມ, ຊຶ່ງເຈົ້າໜ້າທີ່ພາສີຈະໄດ້ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ລະອຽດເພີ່ມເຕີມທີ່: Youtube: ຂ່າວສານ ກະຊວງການເງິນ
Youtube: MOF lao
website: https://www.mof.gov.la
ຕິດຕໍ່ພົວພັນ: 021 417 741
E-mail: laofinanceweekly@gmail.com