ໃນວັນທີ 12 ມັງກອນ 2023 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ພົນໂທ ຮວ່າງ ຊວນຈ້ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບ ພ້ອມທັງກ່າວຊົມເຊີຍຕໍ່ ສະຫາຍ ພົນໂທ ຮວ່າງ ຊວນ ຈ້ຽນ ພ້ອມດ້ວຍຄະນະໃນວາລະການເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງດັ່ງກ່າວນີ້, ນັ້ນກໍເພື່ອສະແດງໃຫ້ເຫັນເຖິງການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນແບບມິດຕະພາບ, ການຮ່ວມມືໃນຫຼາຍຂົງເຂດວຽກງານ, ພ້ອມນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ກ່າວວ່າໃຫ້ທັງສອງຝ່າຍສືບຕໍ່ແລກປ່ຽນການຢ້ຽມຢາມລະຫວ່າງ ການນຳຂັ້ນສູງຂອງສອງກອງທັບ,ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃຫ້ນັບມື້ກ້າວສູ່ລວງເລີກ.
ພ້ອມນັ້ນຍັງໄດ້ກ່າວອວຍພອນໃຫ້ ສະ ຫາຍ ພົນໂທ ຮວ່າງ ຊວນ ຈ້ຽນ ພ້ອມຄະນະຈົ່ງປະສົບຜົນສຳເລັດໃນການເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ແລະ ກ່າວອວຍພອນເນື່ອງໃນບຸນປີໃໝ່ຫວຽດນາມທີ່ຈະມາເຖິງນີ້ ຈົ່ງມີສຸຂະພາບແຂງແຮງ, ເຮັດສຳເລັດໃນໜ້າທີ່ວຽກງານ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ. ສະຫາຍ ພົນໂທ ຮວ່າງ ຊວນຈ້ຽນ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນສະໜິດສະໜົມຂອງ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ພ້ອມທັງຢືນຢັນວ່າຈະຕັ້ງໜ້າປະກອບສ່ວນສືບຕໍ່ຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືໃນຫຼາຍຂົງເຂດວຽກງານປ້ອງກັນຊາດໃນສອງກອງທັບລາວ-ຫວຽດນາມ ໂດຍສະເພາະວຽກງານການພົວພັນຊ່ວຍເຫຼືອສະໜັບສະໜູນກໍ່ສ້າງບຸກຄະລາກອນໃນຖັນແຖວປະຊາຊົນລາວ ເພີ່ມຂຶ້ນຕາມແຜນການພັດທະ ນາທີ່ທັງສອງຝ່າຍເຫັນດີຮ່ວມກັນ.
ໂດຍ: Lao People’s Army