ໂດຍປະຕິບັດຕາມແຜນຍຸດທະສາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ທີ່ລັດຖະບານໄດ້ຮັບຮອງເອົາເປັນວາລະແຫ່ງຊາດ ແລະ ໄດ້ຈັດຕັ້ງປະຕິບັດຢູ່ໃນໂຄງການ 9 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງວາງອອກ, ໂດຍຖືເອົາວຽກງານໂຄສະນາສຶກສາອົບຮົມເປັນກົກ ເພື່ອໃຫ້ທຸກຊັ້ນຄົນ, ທຸກພາກສ່ວນໃນສັງຄົມຮັບຮູ້, ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ. ແຂວງ ບໍລິຄໍາໄຊກໍ່ ໄດ້ອອກມະຕິແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນກອງບັນຊາການ ປກສ ແຂວງ ແລະ ອອກຄໍາສັ່ງ ຮັບຮອງເອົາບັນດາໂຄງການ, ແຜນການໃນການຈັດຕັ້ງຜັນຂະຫຍາຍ, ເປັນວຽກຈຸດສຸມ ແຕ່ປີ 2021-2023 ແບ່ງແອອກເປັນ 3 ໄລຍະ, ຖືເອົາ 3 ຫຼັກການ, 2 ຢຶດໝັ້ນ, 2 ມາດຕະການ, 3 ການກະທໍາທີ່ບໍ່ຖືກຕ້ອງ ທີ່ກອງບັນຊາການ ປກສ ແຂວງກໍານົດໄວ້ ແລະ ຈັດຕັ້ງປະຕິບັດຕາມ 5 ວຽກງານໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ແຂວງບໍລິຄໍາໄຊ.

ຜ່ານການຈັດຕັ້ງປະຕິບັດຄືດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງ ບໍລິຄໍາໄຊ ໄດ້ເອົາໃຈໃສເຄື່ອນໄຫວຈັດຕັ້ງປະຕິບັດຢ່າງເຂັ້ມງວດ ອອກກວດກາ ສາມາດຈັບຕົວຜູ້ເຄື່ອນໄຫວຄ້າຂາຍ, ຂົນສົ່ງ ແລະ ເສບຢາເສບຕິດມາແກ້ໄຂ ດໍາເນີນຄະດີໃນທົ່ວແຂວງມີຄະດີຢາເສບຕິດເກີດຂຶ້ນທັງໝົດ 391 ລາຍ.

ທຽບໃສ່ປີ 2021 ຜ່ານມາ ເພີ່ມຂື້ນ 111 ລາຍ. ກັກຕົວຜູ້ຖືກຫາໄດ້ 600 ຄົນ, ຍີງ 48 ຄົນ, ຄົນຕ່າງປະເທດ 6 ຄົນ, ສາມາດຢຶດຂອງກາງໄດ້ ຢາບ້າ 2.676.377 ເມັດ. ຢາໄອ້ 145 ກິໂລກຼາມ, ຢາອີ 196 ເມັດ. ເຮໂລອິນ 35,5 ກິໂລກຼາມ, ຄັນຊາແຫ້ງ 8.061 ກິໂລກຼາມ, ຢາຝິ່ນ 500 ກຼາມ, ຢາເຄ 14 ກຼາມ, ກາເຟຊອງປະສົມສານເສບຕິດ 783 ຊອງ, ກາເຟປ໋ອງປະສົມສານເສບຕິດ 87 ປ໋ອງ, ລົດໃຫຍ່ 23 ຄັນ, ລົດຈັກ 74 ຄັນ, ເຮືອຈັກຫາງຍາວ 3 ລໍາ, ລະເບີດປ້ອມ 1 ໜ່ວຍ, ປືນສັ້ນດັດແປງ 4 ກະບອກ, ໝາກແຕກ 3 ໜ່ວຍ ແລະ ເຄື່ອງຂອງກາງອື່ນໆ ຈໍານວນໜື່ງ.

ນອກນັ້ນໄດ້ສົມທົບກັບກໍາລັງ ປກຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ແລະ ທໍາລາຍສວນຝິ່ນ, ສວນຄັນຊາ ໃນ 3 ເມືອງ ພູດອຍ ຄື: ທໍາລາຍສວນຝິ່ນ 17 ສວນ, ເນື້ອທີ່10,5 ເຮັກຕ່າ, ກັກຜູ້ຖືກຫາໄດ້ 3 ຄົນ ແລະ ທໍາລາຍສວນຄັນຊາໄດ້ 223 ສວນ, ເນື້ອທີ່ 178 ເຮັກຕ່າ, ກັກຜູ້ຖືກຫາໄດ້ 7 ຄົນ.

ຂ່າວ:ວິໄລທອງ ລໍວັນໄຊ



