Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງຄຳເກີດ ບໍລິຄຳໄຊ ກວດພົບກັນຊາອັດແທ່ງ 44 ເປົາ ຊຸກເຊື່ອງໃນລົດບັນທຸກ

Posted on 26/12/202226/12/2022 By All in LAOS

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນວັນທີ 21 ທັນວາ ປີ 2022 ມີພົນລະເມືອງດີແຈ້ງວ່າ: ຈະມີການເຄື່ອນຍ້າຍສີ່ງເສບຕິດ ປະເພດຄັນຊາ ໂດຍໃຊ້ລົດບັນທຸກ ເປັນພາຫະນະເຄື່ອນຍ້າຍ.

ເມື່ອໄດ້ຮັບຂໍ້ມູນດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະ ຈີ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະ ສົມທົບກັບກໍາລັງ ປກສ ກຸ່ມບ້ານໜອງກອກ ເພື່ອຕິດຕາມເປົ້າໝາຍ ແລະ ສະກັດກັ້ນ, ພໍມາຮອດເວລາປະມານ 21 ໂມງ 15 ນາທີ ຂອງວັນດຽວກັນ ກໍພົບເຫັນລົດເປົ້າໝາຍກໍາລັງຂັບເຄື່ອນອອກມາດ້ວຍຄວາມໄວ ຈາກເຂດບ້ານໜອງຊົງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ມຸ່ງໜ້າອອກມາສູ່ສາຍທາງເລກ 8A,

ເມື່ອມາຮອດ ເຂດບ້ານໜອງກອກ ເຈົ້າໜ້າທີ່ຈີ່ງໄດ້ສະກັດລົດຄັນດັ່ງກ່າວແຕ່ຄົນຂັບບໍ່ຍອມຈອດລົດ ແລະ ຂັບຜ່ານຈຸດສະກັດກັ້ນຂອງເຈົ້າໜ້າທີ່ ມຸ່ງໜ້າໄປທາງເມືອງຄູນຄໍາ ແຂວງຄໍາມ່ວນ, ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ຈີ່ງໄລ່ຕິດຕາມໄປ ແຕ່ເຫັນວ່າລົດຄັນດັ່ງກ່າວບໍ່ຍອມຢຸດ ຈີ່ງໄດ້ປະສານ ຫາເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ເພື່ອສະກັດຊ່ວຍ ລົດຄັນດັ່ງກ່າວກໍບໍ່ຍອມຈອດ ແລະ ຍັງໄດ້ຂັບຜ່າດ່ານກວດກາຂອງເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ມາຈົນຮອດເຂດບ້ານ ນາຂາມ ເມືອງຄູນຄໍາ ແຂວງຄໍາມ່ວນ ລົດເປົ້າໝາຍຈີ່ງໄດ້ຈອດ ສ່ວນຜູ້ຂັບຂີ່ລົດຄັນດັ່ງກ່າວແມ່ນໄດ້ເອົາຕົວຫຼົບໜີເຂົ້າໄປໃນປ່າ.

ເຈົ້າໜ້າທີ່ຈີ່ງກວດກາລົດຄັນດັ່ງກ່າວ ເຊີ່ງເປັນລົດບັນທຸກ ສີແດງ ປ້າຍທະບຽນ 38H 008.02 ພົບເຫັນສີ່ງເສບຕິດ ປະເພດຄັນຊາອັດແທ່ງ ຈໍານວນ 26 ເປົາ ນໍ້າໜັກ 1,347 ກິໂລກຼາມ, ຄັນຊາ ບໍ່ໄດ້ອັດ ຈໍານວນ 18 ເປົາ ນໍ້າໜັກ 322 ກິໂລກຼາມ, ລວມທັງໝົດ 44 ເປົາ ນໍ້າໜັກ 1.669 ກິໂລກຼາມ, ແລ້ວເຈົ້າໜ້າທີ່ວິຊາສະເພາະຈີ່ງໄດ້ນໍາເອົາລົດ ແລະ ຂອງກາງຄະດີ ເຂົ້າມາເກັບຮັກສາໄວ້ທີ່ກອງບັນຊາການ ປກສ ເມືອງຄໍາເກີດ ເພື່ອຊອກຫາຜູ້ທີ່ກະທໍາຜິດຄັ້ງນີ້ມາດໍາເນີນຄະດີຕາມກົດໝາຍ ສ່ວນຄັນຊາຈໍານວນ 1.669 ກິໂລກຼາມ ຈະໄດ້ນໍາສົ່ງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເພື່ອທໍາລາຍຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ຂ່າວ: ປກສ ບໍລິຄຳໄຊ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ປະຊາຊົນ 1.018 ຄອບຄົວ ຍັງບໍ່ໄດ້ຮັບເງິນຊົດເຊີຍ ຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ
Next Post: ເຈົ້າຂອງຮ້ານອາຫານຖືກກວດສອບແລະປັບໃໝ ກໍລະນີຂາຍອາຫານແພງເກີນເຫດທີ່ບຸນກິນຈຽງ

Related Posts

ງາມແທ້! ໄດ້ໄປອຸດົມໄຊ ຢ່າລືມໄປກາບໄຫວ້ ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ຂ່າວສານບ້ານເມືອງ
ແຂວງຈຳປາສັກ​ ແຈ້ງການຍົກລະດັບມາດ​ຕະ​ການ​ປ້ອງກັນ ຂ່າວສານບ້ານເມືອງ
ເຈົ້າເມືອງອຸທຸມພອນລົງເບິ່ງສະພາບເສັ້ນທາງເຂົ້າຫາບ້ານນາເກັງ ແລະ ບ້ານເອ້ ຂ່າວສານບ້ານເມືອງ
ເກີດອຸປະຕິເຫດ! ລົດກະບະເສຍຫຼັກຕຳປ້ອມຕຳຫຼວດ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອມື້ນີ້ 251ຄົນ ຂ່າວສານບ້ານເມືອງ
10 ວິທີ ໃນການລ້ຽງລູກນ້ອຍ ໃຫ້ສະຫລາດ. ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme