Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທົດສອບພິທີເປີດ ຊຽງຂວາງ ເກມ ຢ່າງຍິ່ງໃຫຍ່ ອະລັງການ

Posted on 11/12/202211/12/2022 By All in LAOS

ໃນຕອນແລງມື້ນີ້ 10 ທັນວາ 2022 ທີ່ສະໜາມບານເຕະໄຫຫີນຂະໜາດວອມ ການສະແດງ ໃນຈຳນວນ 1.100 ຄົນ ຈາກ 5 ລາຍການ ຊຶ່ງມີຜູ້ຊົມເຂົ້າຮ່ວມຊົມການສະແດງເຖິງ 6 ພັນກວ່າຄົນ ກໍຍັງຄືກຄັກ ຕື່ນຕາຕື່ນໃຈໄດ້ເຖີງຂະໜາດນີ້ ຮອດສະແດງຕົວຈິງໃນວັນທີ 13 ທັນວາ 2022 ຈະຄືກຄັກກວ່ານີ້ຂະໜາດໃດ.

ສຳລັບ 5 ລາຍການ ທີ່ຈະທຳການສະແດງໃນພິທີເປີດ: 1. ລາຍການຍິນດີຕ້ອນຮັບ. 2. ຮ້ອງເພງລວມໝູ່ຍິງ-ຊາຍ ມີທັງໝົດ 3 ບົດເພງ ປະກອບມີ ເພງ ໄຊຊະນະ ຊຽງຂວາງ, ຫວນຄືນເມືອງໄຊ, ຊຽງຂວາງ ເກມ. 3. ສະແດງມວຍລາຍລາວ, 4. ແອ່ນນ້ອຍລອຍລົມ ແລະ 5. ມ່ວນຊື່ນງານມະຫາກຳກິລາແຫ່ງຊາດ.

ສະໜາມບານເຕະໄຫຫີນ ສາມາດບັນຈຸຜູ້ເຂົ້າຊົມໄດ້ເຖີງ 11.000 ຄົນ.

ການຝຶກຊ້ອມໃຫຍ່ຄັ້ງນີ້ ແມ່ນເປັນການຝຶກຊ້ອມຕົວຈິງຢ່າງເຕັມຮູບແບບເພື່ອກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ມື້ເປີດງານຕົວຈິງນັບແຕ່ຂັ້ນຕອນການສະແດງຄອນເສີດ, ການເດີນຂະບວນສວນສະຫນາມຂອງຄະນະນໍາ, ຄູຝຶກ ແລະ ນັກກິລາຈາກແຕ່ລະພາກສ່ວນທີ່ເຂົ້າຮ່ວມການແຂ່ງຂັນ, ການສະແດງສິລະປະທຸກລາຍການປະກອບກັບໄຟແສງສີຕົວຈິງ ແລະ ອື່ນໆ.

ສໍາລັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-22 ທັນວາ 2022 ໂດຍມີນັກກິລາ 3.003 ຄົນ, ຍິງ 1.029 ຄົນ ຈາກ 17 ແຂວງ, 1 ນະຄອນຫລວງວຽງຈັນ ແລະ 4 ກະຊວງເຂົ້າຮ່ວມແຂ່ງຂັນ ໃນ 25 ປະເພດກິລາ ຊຶ່ງມີກາຍຊີງໄຊທັງໝົດ 1.311 ຫຼຽນ, ໃນນັ້ນ ມີ 385 ຫຼຽນຄຳ, 385 ຫຼຽນເງິນ ແລະ 581 ຫຼຽນທອງ ໂດຍເລືອກເອົາໄຫຫີນເປັນສັນຍາລັກ ແລະ ເລືອກເອົານົກແອ່ນເປັນສັດນໍາໂຊກ.

ລາຍງານໂດຍ : ລາຍການພັດທະນາການສຶກສາແລະກິລາແຂວງບໍລິຄຳໄຊ

.

.

.

.

.

.

.

.

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ກະຊວງພາຍໃນ ຊີ້ແຈງກໍລະນີການຈັດຕັ້ງ ກຸ່ມບ້ານ
Next Post: ທົ່ວປະເທດ ມີ 2.031 ໂຄງການທີ່ເຊົ່າແລະສໍາປະທານທີ່ດິນລັດ

Related Posts

ຈັບໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ 2 ສົບ ຢູ່ເຂດເສັ້ນທາງ 450 ປີ ຂ່າວສານບ້ານເມືອງ
ກະກຽມຄວາມພ້ອມຮອບດ້ານ ເພື່ອເປີດການນຳໃຊ້ໂຄງການ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ເລື່ອງເດັ່ນ
ສຸມໃສ່ 6 ຂົງເຂດວຽກງານ ເພື່ອຮັບປະກັນວຽກງານ ປກສ ນວ ໃຫ້ດີຂຶ້ນກວ່າເກົ່າ ຂ່າວສານບ້ານເມືອງ
ເສຍຫາຍ 2 ຄັນ ໄຟໄໝ້ລົດຂົນເບຍ ຂ່າວສານບ້ານເມືອງ
ສະຫຼົດເຫດຊາຍໂດດລົງຂົວເສຍຊີວິດ 1 ທີ່ ຫລວງພະບາງ ຂ່າວສານບ້ານເມືອງ
ສູນຫຼັກ 27 ກະຊວງປ້ອງກັນປະເທດໄດ້ກະກຽມໂຮງໝໍສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ ທີ່ນັບມື້ນັບຫຼາຍຂື້ນ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme