Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງພາຍໃນ ຊີ້ແຈງກໍລະນີການຈັດຕັ້ງ ກຸ່ມບ້ານ

Posted on 09/12/202209/12/2022 By All in LAOS

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 7 ທັນວາ 2022 ກ່ຽວກັບການຈັດຕັ້ງເປັນກຸ່ມບ້ານຢູ່ຂັ້ນທ້ອງຖິ່ນວ່າ:ອີງຕາມກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະ ບັບເລກທີ 68/ສພຊ ທີ່ໄດ້ກໍານົດການປົກຄອງທ້ອງຖິ່ນຂອງ ສປປ ລາວ ອອກເປັນ 3 ຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ.

ສະນັ້ນ, ກຸ່ມບ້ານຈຶ່ງບໍ່ແມ່ນຂັ້ນໜຶ່ງຂອງການປົກຄອງທ້ອງຖິ່ນ ໃນຕໍ່ໜ້າຈຶ່ງເຫັນວ່າຄວນມີການປັບປຸງ ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ. ຕໍ່ກັບບັນຫາດັ່ງກ່າວນີ້ເພື່ອໃຫ້ສອດຄ່ອງຕາມລັດຖະທໍາມະນູນ ແລະ ກົດໝາຍການປົກຄອງທ້ອງຖິ່ນ ໂດຍລວມແລ້ວຄວນລົບລ້າງ ການຈັດຕັ້ງກຸ່ມບ້ານ ໂດຍສະເພາະບ່ອນທີ່ມີເງື່ອນໄຂສະດວກໃນການນຳພາ-ຊີ້ນຳ ແລະ ການພົວພັນປະສານງານລະຫວ່າງເມືອງ ແລະ ບ້ານ ແມ່ນຕ້ອງໄດ້ລົບລ້າງ ເພື່ອບໍ່ໃຫ້ມີຄວາມສັບສົນ; ຖ້າເຫັນວ່າ ຍັງມີຄວາມຈຳເປັນຮັກສາ ຫລື ການສ້າງຕັ້ງກຸ່ມບ້ານຂຶ້ນ ເພື່ອຈຸດປະສົງເປົ້າໝາຍສະເພາະໃດໜຶ່ງ ຄວນກຳນົດເຂດໃຫ້ຈະແຈ້ງ,ອາດບໍ່ໃຫ້ເກີນ 5 ປີ . ເມື່ອແກ້ໄຂສຳເລັດແລ້ວ ກໍຄວນຫຍຸບເລີກ.ນອກຈາກນີ້, ເພື່ອຕອບສະໜອງ ການເຂົ້າເຖິງການບໍລິການຂອງພາກລັດຢູ່ ຂັ້ນທ້ອງ ຖິ່ນຮາກຖານ ກະຊວງພາຍໃນ ຈະໄດ້ສຸມໃສ່ການປັບປຸງຂອດບໍລິການຜ່ານປະຕູດຽວ ເພື່ອໃຫ້ປະຊາ ຊົນເຂົ້າເຖິງການບໍລິການຂອງລັດ ໃຫ້ສະດວກວ່ອງໄວຂຶ້ນ.

ກະຊວງພາຍໃນ ໄດ້ວາງຄາດໝາຍສູ້ຊົນຮອດປີ 2025 ຈະຂະຫຍາຍສູນບໍລິການຜ່ານປະຕູດຽວໃຫ້ໄດ້ 74 ແຫ່ງໃນຂອບເຂດທົ່ວປະເທດ ປັດຈຸບັນມີແລ້ວ 52 ແຫ່ງ, ສໍາລັບເມືອງຫ່າງໄກສອກຫລີກ ໃນອະນາຄົດ ແມ່ນຈະຄົ້ນຄວ້າ ການບໍລິການປະຕູດຽວແບບເຄື່ອນທີ່ (ODSC Mobile) ເພື່ອນຳເອົາການບໍລິການ ຂອງລັດລົງໄປຫາປະ ຊາຊົນໃນຊຸມຊົນເຂດຫ່າງໄກ ແລະ ຊົນນະບົດ ເປັນຕົ້ນແມ່ນການຈົດທະບຽນການເກີດ, ການຕາຍ, ການອອກບັດປະຈຳຕົວ, ສຳມະໂນຄົວ, ການອອກໃບຕາດິນ ແລະ ອື່ນໆ.

ຂ່າວ: ຂປລ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ພິທີເປີດການຜະລິດແຮ່ຫາຍາກ ທີແຂວງ ຊຽງຂວງ
Next Post: ທົດສອບພິທີເປີດ ຊຽງຂວາງ ເກມ ຢ່າງຍິ່ງໃຫຍ່ ອະລັງການ

Related Posts

ຮ່ວມກັບໝູ່ 2 ຄົນ ຍັກຍອກລົດໃຫຍ່ 40 ຄັນ ບໍ່ລອດຖືກຈັບດຳເນີນຄະດີ ຂ່າວສານບ້ານເມືອງ
ເປີດຮັບອາສາສະໝັກ ຊ່ວຍວຽກງານ ປ້ອງກັນ ໂຄວິດ-19 ຂ່າວສານບ້ານເມືອງ
ກອງຮ້ອຍ 141 ທະຫານຊາຍແດນ ລາວ-ຈີນ ແຂວງອຸດົມໄຊ ປະກາດການແຕ່ງຕັ້ງຫົວໜ້າການທະຫານຜູ້ໃໝ່ ຂ່າວສານບ້ານເມືອງ
ເຊັນສັນຍາຮ່ວມທຸລະກິດ ເພີ່ມເຕີມ ການປ່ຽນແທນຜູ້ຖືຮຸ້ນໃນໂຄງການຊອກຄົ້ນ ສຳຫຼວດ ຂຸດຄົ້ນປຸງແຕ່ງ ແຮ່ຄຳ ແລະ ແຮ່ຕິດພັນ ຂ່າວສານບ້ານເມືອງ
ສາວລາວພາລູກຫຼົບຫຼີກການກວດກາ ຂ້າມມາແຕ່ປະເທດໄທແບບ ຜິ ດ ກົ ດ ໝາຍ ຂ່າວສານບ້ານເມືອງ
ພຣະບາດໂພນສັນ ສູນລວມຈິດໃຈຂອງ ປະຊາຊົນເມືອງທ່າພະບາດ ແລະ ປວງຊົນລາວທັງຊາດ – ມໍລະດົກຂອງຊາດລາວ ເລື່ອງເດັ່ນ

Copyright © 2023 All in LAOS.

Powered by PressBook Grid Blogs theme