Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂົນກັນຊາ 100 ກວ່າກິໂລ ໄປບໍ່ລອດຖືກຈັບ

Posted on 20/10/202220/10/2022 By All in LAOS

ຈັບເປົ້າຫມາຍຂົນສົ່ງກັນຊາ 100 ກວ່າກິໂລກຼາມ.

ວັນທີ 13 ຕຸລາ 2022 ຜ່ານມານີ້ ເຈົ້າໜ້າທີ່ຈຸດກວດກາວາລະແຫ່ງຊາດ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ກັກລົດເປົ້າຫມາຍຂົນກັນຊາ 100 ກວ່າກິໂລກຼາມ. ຈາກສາຍລາຍງານວ່າ: ຈະມີການຂົນກັນຊາມາຈາກເມືອງວຽງທອງ ເເຂວງບໍລິຄຳໄຊ ໂດຍໃຊ້ເສັ່ນທາງຜ່ານ ເມືອງ ຄູນຄຳ ແຂວງຄຳມ່ວນ, ໃຊ້ລົດກະບະໃນການຂົນສົ່ງ.

ພໍຮອດເວລາ 18:30 ໂມງ ຂອງວັນດຽວກັນ. ຈຶ່ງໄດ້ສັງເກດເຫັນລົດເປົ້າໝາຍ ເປັນລົດ TOYOTA VIGO ສີດຳ ຫບ 0091 ກຳແພງນະຄອນ ເຈົ້າໜ້າທີ່ຈຸດກວດກາ ຈຶ່ງໄດ້ສັນຍານກັກລົດເປົ້າໝາຍຄັນດັ່ງກ່າວຈອດ ເພື່ອທຳການກວດຄົ້ນ.

ຜ່ານການກວດຄົ້ນລົດເປົ້າໝາຍຄັນດັ່ງກ່າວ ຈຶ່ງພົບເຫັນຄັນຊາອັດແທ່ງ ຈຳນວນ 135 ແທ່ງ, ລວມນໍ້າໜັກ 139 ກິໂລກຼາມ. ທີ່ຊຸກເຊື່ອງໄວ້ຢູ່ເບາະນັ້ງເບື້ອງຫຼັງແຄັບ, ເຈົ້າໜ້າທີ່ຈິ່ງ ຢຶດລົດ ພ້ອມກຫກຕົວ ຊື່ທ້າວ ແກ້ວ, ອາຍຸ 55 ປີ ບ້ານປາກກະດິງເໜືອ ເມືອງປາກກະດິງ ຜູ້ກ່ຽວສາລະພາບ ໄດ້ຊື້ມາຈາກກຸ່ມແກ້ງ ເພື່ອສົ່ງ-ຂາຍຕໍ່ໃຫ້ເຖົ້າແກ່ຄົນໄທ. …….

ພາບ-ຂ່າວ:ພັນຊະນະ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ບຸນນະມັດສະການພຣະທາດຫຼວງວຽງຈັນປີນີ້ຈະຈັດຂຶ້ນແຕ່ວັນທີ 4-8 ພະຈິກ 2022
Next Post: ປກສ ເມືອງໄຊເສດຖາ ຈັບແກ໋ງລັກຊັບ 3 ຄົນ

Related Posts

ນາທີບີບຫົວໃຈ! ຊ່ວຍສົ່ງກໍາລັງໃຈໃຫ້ຫຼານນ້ອຍສູ້ກັບໂຄວິດ ຂ່າວສານບ້ານເມືອງ
ກອງຈະລາຈອນ ປກສ ເມືອງໄຊຍະບູລີ ສຶກສາອົບຮົມ ນັກຂັບຂີ່ທີ່ລະເມີດລະບຽບຈະລາຈອນ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນແລ້ວ ຂ່າວສານບ້ານເມືອງ
ດ່ວນ! ຄໍາມ່ວນ ອອກຄໍາສັ່ງ ປິດການເຂົ້າ-ອອກແຂວງແລ້ວ ເລື່ອງເດັ່ນ
ເກີດເຫດ! ແຜ່ນດິນໄຫວເມືອງ ໄຊສະຖານ ວັດແຮງສັ່ນສະເທືອນວັດແທກໄດ້ 3.6 ຣິກເຕີ ຂ່າວສານບ້ານເມືອງ
ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme