Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ຖືກຄົນຮ້າຍໃຊ້ປືນແກັບຍິງເສຍຊີວິດ ຂະນະທີ່ຈະເຂົ້າຈັບກຸມ ທີ່ເມືອງຊໍາເໜືອ

Posted on 14/09/202214/09/2022 By All in LAOS

ຄົນຮ້າຍໃຊ້ອາວຸດປືນຍິງເຈົ້າໜ້າທີ່ເສຍຊີວິດ 1 ສະຫາຍ

ໃນຄັ້ງວັນທີ 14 ກັນຍາ 2022, ເປົ້າຫມາຍຢາເສບຕິດໃຊ້ປືນແກັບຍິງເຈົ້າໜ້າທີ່ຕຳຫຼວດເສຍຊີວິດ 1 ສະຫາຍໃນຂະນະທີ່ອອກກວດກາພິສູດແຫລ່ງຂ່າວຕາມຫລັກວິຊາສະເພາະທີ່ໄດ້ຮັບແຈ້ງຈາກພົນລະເມືອງດີ, ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນທີ່ບ້ານນາຄາ ເມືງຊຳເຫນືອ ແຂວງຫົວພັນ.

ເຈົ້າຫນ້າທີ່ ປກສ ເມືອງຊຳເຫນືອ ໃຫ້ຂໍ້ມູນວ່າ : ໃນວັນທີ 12 ກັນຍາ 2022 ກອງບັນຊາການ ປກສ ເມືອງຊຳເໜືອ ໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ພະແນກສັນຕິບານ, ພະແນກ 504 ລົງສົມທົບເຮັດວຽກກັບ ປກສ ກຸ່ມບ້ານຂາງຄໍາ ລົງເກັບກຳຂໍ້ມູນ ເພື່ອແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນກຸ່ມບ້ານຊາງຄຳ ໂດຍສະແມ່ນແກ້ໄຂບັນຫາຢາເສບຕິດ ແລະ ສະພາບການອື່ນໆ ທີ່ກ່ຽວພັນເຖິງຄວາມບໍ່ສະຫງົບ ທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

ຕົກມາຮອດເວລາ 4:00 ເຊົ້າຂອງວັນທີ 14 ກັນຍາ 2022 ທີມງານ ປກສ ເມືອງຊຳເໜືອ ໄດ້ສົມທົບກັບ ປກສ ກຸ່ມບ້ານຊາງຄຳ ອອກກວດກາພິສູດເເຫຼ່ງຂ່າວ ຕາມພົນລະເມືອງດີລາຍງານ ວ່າມີບຸກຄົນ ມີການເຄື່ອນໄຫວກ່ຽວກັບບັນຫາຢາເສບຕິດ ແລະ ມີອາວຸດລ່າເນື້ອໄວ້ໃນຄອບຄອງ ເມື່ອທີມງານເດີນທາງໄປໃກ້ຊິຮອດຄຸ້ມພູປຽດປະມານ 900 ແມັດ, ໄດ້ເຫັນຊາຍຄົນໜຶ່ງບໍ່ຮູ້ຊື່ ຖືອາວຸດລ່າເນື້ອປະເພດປືນແກັບ ຍ່າງປົນກັບນັກຮຽນກຳລັງຍ່າງໄປເຂົ້າໂຮງຮຽນ.

ຈາກນັ້ນເຈົ້າໜ້າທີ່ ປກສ ກຸ່ມບ້ານ ໄດ້ສະແດງໂຕ ຈະກວດກາຊາຍທີ່ຖືອາວຸດລ່າເນື້ອນັ້ນ ພໍຍ່າງໄປຮອດຫ່າງຈາກຊາຍຄົນນັ້ນປະມານ 3 ແມັດ, ຊາຍຄົນດັ່ງກ່າວໄດ້ໃຊ້ປືນແກັບທີ່ຜູ້ກ່ຽວຖືຢູ່ຍິງໃສ່ ຮອ ຊອມ ສີສົມທອງ ໄດ້ຮັບບາດເຈັບສາຫັດ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ເອົາຕົວເຈົ້າໜ້າທີ່ ທີ່ຖືກຍິງສົ່ງໂຮງໝໍແຂວງຫົວພັນ ແລະ ຜູ້ກ່ຽວໄດ້ເສຍຊີວິດໃນເວລາຕໍ່ມາ.

ປັດຈຸບັນ ກອງບັນຊາການ ປກສ ແຂວງຫົວພັນໄດ້ແຕ່ງຕັ້ງອົງການວິຊາສະເພາະລົງກວດກາລົງສະຖານທີ່ເກີດເຫດລົງເກັບກຳຂໍ້ມູນ ສືບສວນ – ສອບສວນຊອກຄົ້ນຫາຜູ້ກະທໍາຜິດມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ສຳລັບການປະຕິບັດນະໂຍບາຍຕໍ່ສະຫາຍນາຍຕຳຫຼວດທີ່ເສຍຊີວິດ, ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກະຊວງ ປກສ ແມ່ນກຳລັງເລັ່ງໃຫ້ການຊ່ວຍເຫຼືອ ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວຢ່າງເຕັມທີ່.

ພວກເຮົາກຳລັງ ປກສ ຂໍສະແດງຄວາມເສຍໃຈຕໍ່ການຈາກໄປຂອງສະຫາຍ ຮອ ຊອມ ສີສົມທອງ, ສະຫາຍຄືຜູ້ກ້າທີ່ເສຍຫຼະເລືອດເນື້ອ ແລະ ຊີວິດເພື່ອຄວາມສະຫງົບສຸກຂອງປະເທດຊາດ ແລະ ຄຸນງາມຄວາມດີຂອງສະຫາຍຈະຍັງຄົງຢູ່ຕະຫຼອດໄປ.

ຂ່າວ: ໜັງສືພິມຄວາມສະຫງົບ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ຂ່າວດ່ວນ ປັບລາຄານໍ້າມັນເຊື້ອໄຟ 15.9.2022
Next Post: ນໍ້າໄຫຼນອງຖ້ວມເຂດບ້ານນໍ້າຍອນ ເມືອງຫ້ວຍຊາຍ

Related Posts

Construction of New, Mega Cultural Park in Vientiane Commences ຂ່າວສານບ້ານເມືອງ
ຂ່າວດີ ສະຫະປາຊາຊາດຮັບຮອງ ສປປ ລາວ ອອກຈາກລາຍຊື່ປະເທດດ້ອຍພັດທະນາແລ້ວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 1137ຄົນ ຂ່າວສານບ້ານເມືອງ
ແຈ້ງການ ເກັບຄືນຜະລິດຕະພັນໄສ້ກອກ ແລະ ນົມຜົງ ຂ່າວສານບ້ານເມືອງ
ປກສ ກຸ່ມທ່າເດື່ອ ສຶກສາອົບຮົມ ປັບໃໝກຸ່ມໄວລຸ້ນ 2 ກຸ່ມ ຕັ້ ງ ວົ ງ ຊຸ ມ ແ ຊ ວ ຂ່າວສານບ້ານເມືອງ
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມມອບເຄື່ອງຊ່ວຍເຫຼືອ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme