ການຊື້ປີ້ລົດໄຟ ລາວ-ຈີນ ຕ້ອງໃສ່ຊື່ຜູ້ໂດຍສານເທົ່ານັ້ນ
ແຈ້ງປະກາດການນຳໃຊ້ຊື່ແທ້ໃນປີ້ລົດໄຟໂດຍສານທາງລົດໄຟລາວ-ຈີນ
ເຖິງບັນດາຜູ້ໂດຍສານທີ່ຮັກແພງ:
ອີງຕາມການຊີ້ນຳຂອງພາກສ່ວນທີ່ກ່ຽວຂ້ອງຂອງພັກລັດ ໃນການນຳໃຊ້ຊື່ແທ້ໃນການຊື້ປີ້ລົດໄຟ, ເພື່ອໃຫ້ການນຳໃຊ້ລົດໄຟມີຄວາມປອດໄພ, ຮັບປະກັນໃຫ້ຜູ້ທີ່ມາຊົມໃຊ້ລົດໄຟໄດ້ຮັບສິດຢ່າງຖືກຕ້ອງ, ຫຼຸດຜ່ອນການນຳປີ້ໄປຂາຍຕໍ່, ບໍລິສັດທາງລົດໄຟລາວ-ຈີນ ຂໍແຈ້ງການວ່ານັບແຕ່ວັນທີ 13 ກັນຍາ 2022 ທາງລົດໄຟລາວ-ຈີນ ແມ່ນໄດ້ເລີ່ມປະຕິບັດການນຳໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ. ລາຍລະອຽດຄືດັ່ງລຸ່ມນີ້:
I. ສິ່ງທີ່ຄວນຮູ້ໃນການນຳໃຊ້ຊື່ແທ້ໃນການຊື້ປີ້ລົດໄຟ
1. ໃນເວລາຊື້ປີ້, ຜູ້ຊື້ປີ້ລົດໄຟຕ້ອງຖືເອກະສານສະແດງຕົວຕົນຂອງແທ້ ຫຼື ສະບັບສໍາເນົາທີ່ມີຜົນນຳໃຊ້ຂອງຜູ້ທີ່ຈະຂຶ້ນນັ່ງລົດໄຟ ເຊັ່ນ: ບັດປະຈຳຕົວ, ສຳມະໂນຄົວ ຫຼື ໜັງສືຜ່ານແດນ, ສຳລັບຄົນຕ່າງປະເທດກໍໃຊ້ໜັງສືຜ່ານແດນຂອງຄົນຕ່າງປະເທດ.
2. ໃນເວລາເຂົ້າສະຖານີເພື່ອຂຶ້ນລົດໄຟ, ຄົນຈະຂຶ້ນລົດໄຟຕ້ອງຖືເອກະສານສະແດງຕົວຕົນທີ່ມີຜົນການນຳໃຊ້ສະບັບແທ້, ເພື່ອໃຫ້ພະນັກງານປະຈຳສະຖານີດຳເນີນການສຸ່ມກວດປີ້ລົດໄຟ, ຕໍ່ກັບບຸກຄົນບໍ່ໃຫ້ຄວາມຮ່ວມມື ຫຼື ເວລາສຸ່ມກວດພົບວ່າປີ້, ເອກະສານ ແລະ ບຸກຄົນບໍ່ກົງກັນ, ພະນັກງານປະຈຳສະຖານີມີສິດໃນການປະຕິເສດໃຫ້ເຂົ້າສະຖານີ.
3. ປີ້ລົດໄຟເດັກນ້ອຍ ແມ່ນຈະບໍ່ດຳເນີນການກວດກາຊື່ແທ້ເມື່ອຂຶ້ນລົດໄຟ.
II. ລະບຽບການຊື້ປີ້ລົດໄຟ
1. ເອກະສານສະແດງຕົວຕົນທີ່ມີຜົນນໍາໃຊ້ໜຶ່ງຄົນ, ສາມາດຊື້ປີ້ລົດໄຟໄດ້ 1 ປີ້ຕໍ່ 1 ຖ້ຽວ
2. ຜູ້ໂດຍສານຄວນກວດກາຂໍ້ມູນທີ່ຢູ່ໃນປີ້ເວລາຊື້ປີ້ລົດໄຟ, ຖ້າພົບວ່າຂໍ້ມູນເອກະສານສະແດງຕົວຕົນບໍ່ຖືກກັບຂໍ້ມູນຢູ່ໃນປີ້ລົດໄຟ ແມ່ນໃຫ້ສົ່ງມອບໃຫ້ພະນັກງານຂາຍປີ້ ອອກປີ້ໃໝ່ໃຫ້. ໃນເວລາຜູ້ໂດຍສານໄດ້ຮັບປີ້ຕ້ອງກວດກາຂໍ້ມູນທີ່ຢູ່ໃນປີ້ນະເວລານັ້ນທັນທີ, ຖ້າອອກຈາກບ່ອນຂາຍປີ້ກັບຄືນມາແຈ້ງວ່າຂໍ້ມູນໃນປີ້ ແລະ ຂໍ້ມູນເອກະສານບໍ່ກົງກັນ, ທາງບ່ອນຂາຍປີ້ຈະບໍ່ຮັບຜິດຊອບ.
3. ຫຼັງຈາກຊື້ປີ້ແລ້ວຜູ້ໂດຍສານຄວນເກັບຮັກສາປີ້ລົດໄຟໄວ້ໃຫ້ດີ, ຕ້ອງໃຫ້ຊື່ ຫຼື ຂໍ້ມູນອື່ນໆໃນປີ້ລົດໄຟມີຄວາມຊັດເຈນ, ສາມາດອ່ານອອກໄດ້.
III. ລະບຽບການປ່ຽນປີ້ ແລະ ຖອນປີ້
1. ໃນເວລາທີ່ເຈົ້າຂອງປີ້ມາທໍາການປ່ຽນປີ້ ຫຼື ຖອນປີ້ເອງ, ແມ່ນອີງຕາມປີ້ ແລະ ເອກະສານສະແດງຕົວຕົນຂອງແທ້ ຫຼື ສະບັບສຳເນົາໃນເວລາຊື້ປີ້ໃນການກວດສອບ, ຫາກເອກະສານກົງກັນກໍສາມາດດຳເນີນການໄດ້.
2. ໃນກໍລະນີມອບໃຫ້ຜູ້ອື່ນມາດໍາເນີນການປ່ຽນປີ້ ຫຼື ຖອນປີ້ແທນ, ຈະຕ້ອງມີປີ້ລົດໄຟ ແລະ ເອກະສານສະແດງຕົວຕົນຂອງແທ້ຂອງຜູ້ຈະຂຶ້ນລົດໄຟທີ່ໃຊ້ໃນເວລາຊື້ປີ້ມາກວດສອບ, ຫາກເອກະສານກົງກັນກໍສາມາດດຳເນີນການໄດ້. ຖ້າຜູ້ມາດໍາເນີນການປ່ຽນປີ້ ຫຼື ຖອນປີ້ແທນບໍ່ໄດ້ນຳໃຊ້ເອກະສານສະແດງຕົວຕົນຂອງແທ້ຂອງຜູ້ຈະຂຶ້ນລົດໄຟໃນເວລາມາຊື້ປີ້, ຈະຕ້ອງໄດ້ນຳໃຊ້ເອກະສານສະແດງຕົວຕົນຂອງແທ້ຂອງຕົນ, ປີ້ລົດໄຟ ແລະ ສຳເນົາເອກະສານສະແດງຕົວຕົນຂອງຜູ້ຈະຂຶ້ນລົດໄຟມາກວດສອບ, ຫາກກວດສອບປີ້ກົງກັບເອກະສານສຳເນົາບັດປະຈຳຕົວຂອງຜູ້ທີ່ຈະຂຶ້ນລົດໄຟແລ້ວ ຈິ່ງສາມາດດຳເນີນການໄດ້.
ການນຳໃຊ້ມາດຕະການໃສ່ຊື່ແທ້ໃນການຊື້ປີ້ລົດໄຟແມ່ນມີຂໍ້ດີຫຼາຍຢ່າງເຊັ່ນ: ໜຶ່ງ, ຮັບປະກັນໃຫ້ຜູ້ໂດຍສານນຳໃຊ້ລົດໄຟດ້ວຍຄວາມປອດໄພ, ເພາະຈະສາມາດລະບຸຕົວຕົນຂອງຜູ້ໂດຍສານທຸກໆຄົນ, ຫາກມີເຫດການຂະໂມຍສິ່ງຂອງຕົກເຮ່ຍເສຍຫາຍກໍຈະສາມາດກວດສອບໄດ້ງ່າຍຂຶ້ນ ແລະ ຫຼູດຜ່ອນຄວາມສ່ຽງດ້ານຄວາມປອດໄພອື່ນໆເຊັ່ນ: ການເຄື່ອນໄຫວທີ່ຜິດກົດໝາຍ ແລະ ອາຊະຍາກຳເທິງລົດໄຟ. ສອງ, ຫາກຜູ້ໂດຍສານເຮັດປີ້ຕົກເຮ່ຍກໍຈະສາມາດປະກາດຫາເຈົ້າຂອງປີ້ໄດ້ງ່າຍຂຶ້ນ ເພາະມີຊື່ຢູ່ເທິງປີ້ ຫຼື ຫາກມີຜູ້ໂດຍສານຫາຍກໍຈະສາມາດຊອກຫາໄດ້ງ່າຍຂຶ້ນ. ສາມ, ຫຼຸດຜ່ອນບັນຫາການຊື້ປີ້ໄປຂາຍຕໍ່ ເພາະເປັນການທຳລາຍຜົນປະໂຫຍດອັນຊອບທຳຂອງຜູ້ໂດຍສານທ່ານອື່ນໆ. ສີ່, ຮັບປະກັນໃຫ້ຜູ້ທີ່ມາຊົມໃຊ້ລົດໄຟໄດ້ຮັບສິດຢ່າງຖືກຕ້ອງ ແລະ ໄດ້ຮັບຜົນປະໂຫຍດສູງສຸດໃນການນຳໃຊ້ລົດໄຟ.

.

.
