Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຍີ່ປຸ່ນຊ່ວຍເຫຼືອປາກະປ໋ອງ 402 ໂຕນ ສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນ

Posted on 08/09/202208/09/2022 By All in LAOS

ພິທີມອບ-ຮັບປາກະປ໋ອງ ຊຶ່ງເປັນການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນຢູ່ ສປປ ລາວ, ຈັດຂຶ້ນວັນທີ 8 ກັນຍານີ້ ທີ່ສາງອາຫານຂອງອົງການອາຫານໂລກ. ຕາງໜ້າມອບໂດຍ ທ່ານທູດຍີ່ປຸ່ນປະຈຳລາວ, ຮັບໂດຍ ທ່ານ ເດວບາເຮີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປາກະປ໋ອງທີ່ນຳມາມອບຄັ້ງນີ້ມີ 32 ຕູ້ຄອນເທນເນີ ເທົ່າກັບ 402 ໂຕນ ມູນຄ່າ 3,6 ລ້ານໂດລາ ເພື່ອນໍາໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມຢູ່ 31 ເມືອງ ໃນ 8 ແຂວງ ມີນັກຮຽນຈະໄດ້ຮັບຜົນປະໂຫຍດ 132.450 ຄົນ ໃນ 1.423 ໂຮງຮຽນ, ການລົງທຶນໃນດ້ານໂພຊະນາການ, ສຸຂະພາບ ແລະ ການສຶກສາຂອງເດັກນ້ອຍເປັນການຊ່ວຍໃຫ້ພວກເຂົາກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ຊ່ວຍທຳລາຍວົງຈອນການຂາດສານອາຫານ, ນອກຈາກນັ້ນ ອາຫານທ່ຽງໃນໂຮງຮຽນ ມີບົດບາດສໍາຄັນໃນການຮັບປະກັນການເຂົ້າເຖິງການສຶກສາຢ່າງສະເໝີພາບ, ສ້າງໃຫ້ເດັກນ້ອຍນັກຮຽນມີສຸຂະພາບ ແລະ ໂພຊະນາການທີ່ດີ, ເປັນການປະກອບສ່ວນສໍາຄັນໃນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ. ຍີ່ປຸ່ນໃນຖານະເປັນຄູ່ຮ່ວມງານທີ່ສະໜິດແໜ້ນກັບກະຊວງສຶກສາທິການ ແລະ ກິລາໃນຂົງເຂດວຽກງານອາຫາໃນໂຮງຮຽນມາແຕ່ປີ 2000 ເປັນຕົ້ນມາ ແລະ ອົງການອາຫານໂລກຍັງຈະສືບຕໍ່ໃຫ້ການສະໜັບສະໜູນໂຄງການອາຫານທ່ຽງໃນໂຮງຮຽນແຫ່ງຕ່າງໆ ຊຶ່ງການຊ່ວຍເຫຼືອດັ່ງກ່າວລວມມີ ການຕິດຕັ້ງນໍ້າສະອາດ, ສຸຂະອະນາໄມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ, ຊ່ວຍເຫຼືອຊຸມຊົນໃນການສ້າງຫ້ອງອາຫານ ສາງເກັບເຄື່ອງ, ເຮືອນຄົວ, ກິດຈະກໍາການເສີມສ້າງທັກສະການຮຽນຮູ້ຕ່າງໆ.

ໃນໄລຍະຜ່ານມາອົງການອາຫານໂລກໄດ້ພັດທະນາໂຮງຮຽນໃນ ສປປ ລາວ ເພື່ອປັບປຸງສຸຂະພາບ ແລະ ເສີມສ້າງດ້ານໂພຊະນາການຂອງເດັກນ້ອຍ, ນອກຈາກຈະເຮັດໃຫ້ອັດຕາການເຂົ້າຮຽນເພີ່ມຂຶ້ນແລ້ວ, ຜົນການຮຽນກໍດີຂຶ້ນ ແລະ ເຊື່ອວ່າ ຜົນປະໂຫຍດຂອງວຽກງານອາຫານໃນໂຮງຮຽນຈະເປັນທ່າແຮງໜຶ່ງຂອງຊຸມຊົນທີ່ຈະຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກອີກດ້ວຍ.

ຂ່າວ-ພາບ: ນາງແສງຈັນ / ໜັງສືພິມປະຊາຊົນ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ປັບລາຄານໍ້າມັນເຊື້ອໄຟລົງທຸກປະເພດ 9.9.2022
Next Post: ໄຟໄໝ້ເຮືອນເສຍຫາຍ 1 ຫລັງ ທີ່ບ້ານນາວຽງຄໍາ ນະຄອນ ຫລວງພຣະບາງ (ມີຄລິບ)

Related Posts

ຂ່າວດ່ວນ! ສອງແມ່ລູກຖືກຄາດຕະກໍາທີ່ທ່າພະລານໄຊ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ບໍ່ແກ້ວ ເພີ່ມມາດຕະການ ສັ່ງໂຈະທຸກງານທີ່ມີຄົນຊຸມນຸມຫຼາຍ ສ່ຽງຕໍ່ການແຕ່ລະບາດຂອງ ໂຄວິດ 19 ເລື່ອງເດັ່ນ
ມາອີກແລ້ວພາຍຸດີເປຼ່ຊັນລະວັງໄພເດີພີ່ນ້ອງ ຂ່າວສານບ້ານເມືອງ
ຮັກສີ່ພັນດອນ ບົດເພງອໍາມະຕະ ທີ່ແສນອອນຊອນ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ
ກອງກໍ່ສ້າງຮາກຖານການເມືອງ ລົງສ້າງບ້ານດອນຊິງຊູ້ ເປັນບ້ານປ້ອງກັນຄວາມສະຫງົບດີ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme