Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນແຂວງ

Posted on 27/08/202227/08/2022 By All in LAOS

ທ່ານເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນແຂວງ

ພາຍຫຼັງທີ່ເກີດມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົວໂມງ ເລີ່ມຕັ້ງແຕ່ເວລາ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫາ 2022 ເຮັດໃຫ້ນ້ຳກໍ ນ້ຳມາວ ມີລະດັບປະລິມານນ້ຳສູງຂຶ້ນ ພ້ອມທັງເກີດມີນ້ຳປ່າໄຫຼສຸແຮງ ເຮັດໃຫ້ເກີດມີນ້ຳອັ່ງຖ້ວມ ຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງເລກ 2 ຕາເວັນອອກ ທາງໄປເມືອງຫຼາ, ທາງເລກ 13 ເໜືອ ທາງໄປເມືອງນາໝໍ້, ນອກຈາກນີ້ກໍຍັງຍືງຖ້ວມບ້ານເຮືອນຂອງປະຊາຊົນ ຢູ່ຕາມແຄມນ້ຳກໍ ແລະ ເຂດພື້ນທີ່ຕ່ຳ.

ຕໍ່ກັບສະພາບການດັ່ງກ່າວ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍໄດ້ລົງ ຕິດຕາມສະພາບການຢ່າງໄກ້ຊິດ ພ້ອມທັງລົງຕິດຕາມກວດກາຜົນກະທົບຢູ່ເຂດຕ່າງໆພາຍໃນເທດສະບານແຂວງ ແລະ ເສັ້ນທາງ ໃນນີ້ເສັ້ນທາງເລກ 2 ຕາເວັນອອກຫຼື (2E) ເຫັນວ່າເສັ້ນທາງສາຍດັ່ງກ່າວເກີດມີດິນເຈື່ອນຖົມທາງ, ຕົ້ນໄມ້ຫັກລົ້ມທັບຕາມເສັ້ນທາງຫຼາຍຈຸດ ເສົາໄຟຟ້າຫັກລົ້ມ ຈຳນວນໜື່ງເຮັດໃຫ້ໄຟ້າ ສັນຍານໂທລະສັບບໍ່ສາມາດໃຊ້ໄດ້ ແລະ ສຳລັບເຂດບ້ານໂຮມໄຊ (ຫຼັກ 15 ) ເມືອງຫຼາ ແຂວງອຸດົມໄຊ ເກີດມີນ້ຳປ່າໄຫຼສຸແຮງ ພັດເຂົ້າບ້ານເຮືອນຂອງປະຊາຊົນ ເຮັດໃຫ້ມີເຮືອນຖືກພັດໄຫຼນ້ຳຈຳນວນ ໜຶ່ງ ແລະ ມີດິນເຊາະເຈື່ອນບໍລິເວນຂົວ

.

ພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່ເຫດການດັ່ງກ່າວນີ້ທ່ານເຈົ້າແຂວງ ກໍໄດ້ແນະນຳໃຫ້ອົງການປົກຄອງບ້ານໂຮມໄຊ ໃຫ້ເອົາໃຈໃສ່ຊ່ວຍເຫຼືອເຊິງກັນ ແລະ ກັນ ໂດຍສະເພາະແມ່ນໃຫ້ການຊ່ວຍເຫຼືອ ຈັດສັນບ່ອນຢູ່ ແລະ ອາຫານ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ ພ້ອມທັງແນະນຳໃຫ້ຕິດຕາມຕໍ່ກັບສະພາບການທີ່ເກີດຂຶ້ນຢ່າງມີສະຕິ.

.

ປັດຈຸບັນທາງແຂວງອຸດົມໄຊໄດ້ລະດົມກຳລັງຊາວໜຸ່ມ,ສອງກຳລັງ ປກຊ-ປກສ ລົງຊ່ວຍພື້ນທີ່ທີຖືກນໍ້າຖວ້ມ ພ້ອມທັງປະເມີນ ແລະ ກຳເກັບຂໍ້ມູນຄວາມເສຍຫາຍ ສ່ວນລາຍລະອຽດນັ້ນຈະລາຍງານໃຫ້ຊາບເປັນແຕ່ລະໄລຍະ.

.

ຂ່າວ;ພາບ: ສີຈັນ ເກດວົງສາ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ຂົວອູ່ບ້ານຟ້າຫາບ້ານໂຄ້ງຫັກແລ້ວ
Next Post: ເຂື່ອນນໍ້າທາ 1 ຈະປ່ອຍນໍ້າອອກເຂື່ອນ ຈະເຮັດໃຫ້ນໍ້າທາສູງ 8 ແມັດ

Related Posts

ການລະບາດຂອງໂຄວິດ-19ກໍາລັງເປັນບັນຫາຂອງທຸກປະເທດທົ່ວໂລກ,ແຕ່ບໍ່ແມ່ນສໍາລັບຫວຽດນາມທີ່ຕົວເລກສົ່ງອອກສິນຄ້າຍັງໄປໄດ້ດີ. ຂ່າວສານບ້ານເມືອງ
ປະທານກາແດງລາວ ເຄື່ອນໄຫວຢຽ້ມຢາມ ແລະ ມອບອຸປະກອນກູ້ໄພສຸກເສີນ ໃຫ້ແຂວງບໍ່ແກ້ວ ຂ່າວສານບ້ານເມືອງ
ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຢ້ຽມຢາມຕິດຕາມຄວາມຄືບໜ້າການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວແຂວງຫົວພັນ ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດ ອອກມາຊີ້ແຈງເຖິງສາເຫດ ແລະ ບັນຫາ ກ່ຽວກັບ ຄວາມແອອັດໃນການເຮັດໜັງສືຜ່ານແດນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 929 ຂ່າວສານບ້ານເມືອງ
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme