Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເກັ່ງຫຼາຍເຈົ້າໜ້າທີ່ ຊອກຈັບໂຈນສອງຄົນລັກລົດຈັກໄດ້ ພາຍໃນ 2 ຊົ່ວໂມງ

Posted on 16/08/202216/08/2022 By All in LAOS

ສືບຄົ້ນຫາ 2 ຊົ່ວໂມງ ສາມາດຈັບຜູ້ກໍ່ເຫດລັກຊັບໄດ້ 2 ຄົນ ພ້ອມເກັບກູ້ຂອງກາງລົດຈັກ 1 ຄັນ

ຂ່າວ: ຮຕ ເພັດກາລິນ ບັນທະສຸກ

ຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນເວລາ 10:30 ໂມງ ຂອງວັນທີ 15 ສິງຫາ 2022 ວ່າ: ມີເຫດການຄົນຮ້າຍລັກລົດຈັກ ທີ່ຈອດໄວ້ໜ້າເຮືອນ ບ້ານຫວ້ຍຫົງ ເມືອງຈັນທະບູລີ ນວ, ປກສ ກຸ່ມ 05 ໜອງທາ ຈຶ່ງໄດ້ລົງກວດກາ ເກັບກຳຂໍ້ມູນ ຫຼັກຖານ ໃຊ້ເວລາ 2 ຊົ່ວໂມງກວ່າ ສາມາດຈັບຜູ້ຖືກສົງໃສໄດ້ 2 ຄົນ ພ້ອມເກັບກູ້ລົດຈັກຄັນດັ່ງກ່າວຄືນມາມອບໃຫ້ເຈົ້າຂອງເດີມ.

ພັທ ຄຳພັດ ສົມມະລັດ ຫົວໜ້າ ປກສ ກຸ່ມ 05 ໜອງທາ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2022, ມີເຫດການຄົນຮ້າຍລັກລົດຈັກ ຄິກໄອ ສີຂາວດຳ ປ້າຍທະບຽນ ດລ 8564 ກໍາແພງນະຄອນ ທີ່ຈອດປະໄວ້ໜ້າເຮືອນ, ຕໍ່ມາວັນທີ 15 ສິງຫາ 2022, ເວລາ 10:30 ໂມງ ຈຶ່ງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍ,

ຫຼັງຈາກຮັບແຈ້ງ ປກສ ກຸ່ມ 05 ໜອງທາ ເມືອງຈັນທະບູລີ ຈຶ່ງໄດ້ລົງຕິດຕາມ ສືບຄົ້ນຫາ ໂດຍໄດ້ສົມທົບກັບ ປກສ ບ້ານຫ້ວຍຫົງ ແລະ ບ້ານໜອງປີງ, ຮອດເວລາ 12:40 ໂມງຂອງວັນດຽວກັນ ສາມາດຈັບຕົວຜູ້ຖືກສົງໃສໄດ້ 2 ຄົນ ຢູ່ເສັ້ນທາງບ້ານໜອງປີງ ພ້ອມລົດຈັກຄັນດັ່ງກ່າວ, ຊາບຊື່ ທ້າວ ໄພທູນ ຫຼື ເລ້ ອາຍຸ 29 ປີ ຫວ່າງງານ ບ້ານ ໜອງປີງ ເມືອງຈັນທະບູລີ ແລະ ທ້າວ ສິດທິເດດ ຫຼື ນ້ອຍ ອາຍຸ 32 ປີ ຫວ່າງງານ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນວ.

ສອບສວນ ເບື້ອງຕົ້ນຮັບສາລະພາບວ່າ: ຜ່ານມາເຄີຍເຄື່ອນໄຫວລັກເອົາລັກຈັກມາແລ້ວຈຳນວນ 03 ຄັ້ງ.

ເພື່ອເປີດກວ້າງຂະຫຍາຍຜົນຊອກຫາກຸ່ມຄົນຮ່ວມຂະບວນການມາດຳເນີນຄະດີ ປກສ ກຸ່ມ 05 ໜອງທາ ຈຶ່ງສົ່ງ 2 ຜູ້ຖືກສົງໃສ ໃຫ້ ປກສ ເມືອງຈັນທະບູລີດຳເນີນຄະດີ ຕາມກົດໝາຍ.

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ທາງປາກມອງ-ຊົງຈ່າ ດິນເຈື່ອນຕັນທາງ (ມີຄລິບ)
Next Post: ຣັດເຊຍ ແລະ ລາວ ຈະຊ້ອມຮົບໜ່ວຍລົດຖັງຮ່ວມພາຍໃຕ້ຊື່ Laros 2022, ທີ່ຈະຈັດຂຶ້ນຢູ່ລາວ

Related Posts

ນາຍົກລັດຖະມົນ ເນັ້ນເພີ່ມທະວີການຄຸ້ມຄອງຕາມກົນໄກເຂັ້ມງວດ ໂປ່ງໃສ ອັດການຮົ່ວໄຫລຂອງງົບປະມານ ຂ່າວສານບ້ານເມືອງ
ເມືອງ ຕົ້ນເຜິ້ງ ຈັດພິທີທຳລາຍສິນຄ້າໝົດອາຍຸ – ເສຍຄຸນ  ຂ່າວສານບ້ານເມືອງ
ກອງຮ້ອຍ 141 ທະຫານຊາຍແດນ ລາວ-ຈີນ ແຂວງອຸດົມໄຊ ປະກາດການແຕ່ງຕັ້ງຫົວໜ້າການທະຫານຜູ້ໃໝ່ ຂ່າວສານບ້ານເມືອງ
12 ປະເທດ ທີ່ເຮັດການກວດຫາເຊື້ອ ໂຄວິດ-19 ຫຼາຍທີ່ສຸດ ຂ່າວສານບ້ານເມືອງ
ທິມແພດຊ່ຽວຊານຈີນແນະນໍາວິທີປິ່ນປົວເພີ່ມຕຶ່ມໃຫ້ແພດໝໍແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1263ຄົນ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme