Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນ້ຳປ່າໄຫຼນອງ ເຮືອນໄດ້ຮັບຄວາມເສຍຫາຍ 2 ຫຼັງ ເຂດເມືອງປາກແຊງ

Posted on 16/08/202216/08/2022 By All in LAOS

ວັນທີ 15 ສິງຫາ 2022 ນີ້ ໄດ້ເກີດມີນ້ຳປ່າໄຫຼສຸຢູ່ບ້ານສະຄີງ ແລະ ບ້ານນາໂພ ເມືອງປາກແຊງ ແຂວງຫຼວງພະບາງ ເຮັດໃຫ້ເຮືອນຂອງປະຊາຊົນ ທີ່ຢູ່ແຄມຕາຝັ່ງໄດ້ຮັບຄວາມເສຍຫາຍໜັກ 2 ຫຼັງ ແລະ ເສຍຫາຍເລັກນ້ອຍອີກຈຳນວນໜຶ່ງ ສ່ວນພື້ນທີ່ນາແມ່ນໄດ້ຮັບຄວາມເສຍຫາຍບາງສ່ວນ. ທ່ານ ສຸກດາວັນ ພັນຈັກຂັນ ເຈົ້າເມືອງປາກແຊງ ໄດ້ໃຫ້ສຳພາດວ່າ:

ເນື່ອງຈາກສະພາບຝົນຕົກໜັກ ຕິດຕໍ່ກັນຫຼາຍຊົ່ວໂມງ ແລະ ຫຼາຍວັນ ຈຶ່ງເຮັດໃຫ້ນ້ຳຫ້ວຍໂພ ແລະ ຫ້ວຍສະຄີງ ເກີດມີນ້ຳປ່າໄຫຼສຸເອົາຂອນໄມ້ມາຕັນທໍ່ລະບາຍນ້ຳລອດທາງ ຈົນເກີດມີນ້ຳໄຫຼຖ້ວມເຮືອນຂອງປະຊາຊົນ ແລະ ພື້ນທີ່ການຜະລິດເສຍຫາຍຈຳນວນໜຶ່ງ ອັນຮ້າຍແຮງແມ່ນມີເຮືອນຂອງປະຊາຊົນຢູ່ບ້ານສະຄີງ 1 ຫຼັງ ແລະ ບ້ານນາໂພ 1 ຫຼັງ ໄດ້ຮັບຄວາມເສຍຫາຍໜັກ, ພາຍຫຼັງໄດ້ຮັບແຈ້ງເຫດການ ການນຳຂອງເມືອງໄດ້ສົ່ງກຳລັງທະຫານ-ຕໍາຫຼວດ ລົງຊ່ວຍປະຊາຊົນເປັນການດ່ວນ ຊຶ່ງສາມາດຍົກຍ້າຍເຄື່ອງໃຊ້ອອກຈາກເຮືອນທີ່ໄດ້ຮັບຜົນກະທົບໜັກ ທັງໄດ້ຊ່ວຍປະຊາຊົນອະນາໄມເຮືອນທີ່ຖືກຜົນກະທົບ ພາຍຫຼັງລະດັບນ້ຳລົງເປັນປົກກະຕິ.

ພ້ອມນີ້ ໄດ້ນຳໃຊ້ເງິນແຮສຸກເສີນວຽກງານໄພພິບັດຂອງເມືອງ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບໃນເບື້ອງຕົ້ນ; ສ່ວນແຜນການຟື້ນຟູໄລຍະຍາວ ທ່ານເຈົ້າເມືອງປາກແຊງໃຫ້ຮູ້ວ່າ: ຈະສືບຕໍ່ປຸກລະດົມທຸກພາກສ່ວນ ເຂົ້າຊ່ວຍເຫຼືອປະຊາຊົນໃຫ້ໄດ້ເຮັດການຜະລິດໃນລະດູແລ້ງ ເພື່ອທົດແທນຄວາມເສຍຫາຍໃນລະດູຝົນ, ທັງຈະວາງແຜນສ້ອມແປງເສັ້ນທາງຈຸດທີ່ເປ່ເພ ໃຫ້ສາມາດສັນຈອນໄດ້ສະດວກຕາມປົກກະຕິ.

ຂ່າວ-ພາບ: ເມືອງປາກແຊງ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ຈັບສອງຜົວເມຍລາຍໃຫຍ່ 6.608.000 ເມັດ ທີ່ບໍ່ແກ້ວ
Next Post: ທາງປາກມອງ-ຊົງຈ່າ ດິນເຈື່ອນຕັນທາງ (ມີຄລິບ)

Related Posts

ສົດໆ! ລົດໃຫຍ່ຕຳຫຼັກເສົາໄຟ ເສັ້ນທາງບ້ານໂພນສີນວນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 206ຄົນ ຂ່າວສານບ້ານເມືອງ
ຈັບກຸ່ມແກ້ງພົວພັນສິ່ງເສບຕິດໄດ້ສີ່ຄົນເຂດເມືອງໂພນໂຮງ ຂ່າວສານບ້ານເມືອງ
ຫໍສະພາແຫ່ງຊາດລາວຫລັງໃໝ່ ຂອງຂວັນລ້ຳຄ່າ ຈາກ ສສ ຫວຽດນາມ ຂ່າວສານບ້ານເມືອງ
ຫຼວງພະບາງປະກາດ! ຍົກລະດັບມາດຕະການສະກັດກັ້ນການແຜ່ລະບາດໂຄວິດ ຂ່າວສານບ້ານເມືອງ
ທາງເປ່ເພ ຢູ່ລະຫວ່າງບ້ານເມືອງວັ້ນ – ນາຮີດ ແລະ ບ້ານຫາດກູ້ ເມືອງແອດ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme