Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບສອງຜົວເມຍລາຍໃຫຍ່ 6.608.000 ເມັດ ທີ່ບໍ່ແກ້ວ

Posted on 16/08/202216/08/2022 By All in LAOS

ປກສ ແຂວງບໍ່ແກ້ວ ຈັບຜົວເມຍຄ້າຢາ ພ້ອມຂອງກາງ 6.608.000 ເມັດ

ວັນທີ 6 ສິງຫາ 2022 ເວລາປະມານ 12:00 ໂມງ,ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ສາມາດຈັບເປົ້າໝາຍຢາລາຍໃຫຍ່ ໄດ້ 2 ຄົນ ຊື່ ທ້າວ ພອນ ອາຍຸ 45 ປີ ແລະ ນາງ ມອນ ອາຍຸ 43 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ (ຜົວເມຍ).

ຜ່ານການກວດຄົ້ນເຄຫະສະຖານພົບເຫັນຂອງກາງ ຢາບ້າ ຈຳນວນ 3.304 ມັດ ເທົ່າກັບ 6.608.000 ເມັດ, ນ້ຳໜັກລວມ 733 ກິໂລກຼາມ ແລະ ຢາໄອສ໌ 1ກິໂລກຼາມ, ລົດປຼາໂດ 1 ຄັນ, ລົດກະບະລີໂວ 1 ຄັນ, ລົດກະບະນິດສັນ 1 ຄັນ, ເງິນກີບ 80.000.000 ກີບ, ເງິນບາດ 4.109.000 ບາດ, ເງິນຢວນ 10.000 ຢວນ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ.

ປັດຈຸບັນ.ຄະດີດັ່ງກ່າວ,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມດຳເນີນການສອບສວນຂະຫຍາຍຜົນ ເພື່ອສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ປກສ ແຂວງບໍ່ແກ້ວ.

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ເຈົ້າແຂວງໄຊຍະບູລີ ມອບເງິນ 100 ກີບໃຫ້ເມືອງຊຽງຮ່ອນນໍາໄປຟື້ນຟູພື້ນຖານໂຄງລ່າງ ທີ່ຖືກນໍ້າຖ້ວມ
Next Post: ນ້ຳປ່າໄຫຼນອງ ເຮືອນໄດ້ຮັບຄວາມເສຍຫາຍ 2 ຫຼັງ ເຂດເມືອງປາກແຊງ

Related Posts

ຂ່າວປະຈໍາວັນ! ລາວເຮົາພົບຜູ້ຕິດເຊື້ອເພີ່ມໃໝ່ 44ຄົນ ຂ່າວສານບ້ານເມືອງ
ປກສ ຄຳມ່ວນ ກັກໂຕໄວລຸ້ນ 3 ຄົນນັກຄ້າ ຢ າ ເ ສ ບ ຕ່າງແຂວງ 100.000 ກວ່າເ ມັ ດ ຂ່າວສານບ້ານເມືອງ
ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ ຂ່າວສານບ້ານເມືອງ
ປະກັນສັງຄົມ ຈ່າຍເງິນວ່າງງານໃນຊ່ວງໂ ຄ ວິ ດ ໃຫ້ກັບ 36 ຫົວໜ່ວຍ, 2 ພັນກວ່າຄົນ ເປັນເງິນ 1,3 ຕື້ ກວ່າກີບ ຂ່າວສານບ້ານເມືອງ
ອຸຕຸແຈ້ງເຕືອນ ເຝົ້າລະວັງສະພາບອາກາດ ອາທິດນີ້ອາກາດຈະໜາວ ແລະ ຈະມີຝົນຕົກຢູ່ບາງທ້ອງຖິ່ນ ຂ່າວສານບ້ານເມືອງ
ສະຫວັນນະເຂດປິ່ນປົວຜູ້ຕິດເຊື້ອຫາຍດີເກືອບໝົດແລ້ວຍັງເຫຼືອພຽງ 327ຄົນເທົ່ານັ້ນ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme