Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເສຍຫາຍເປເພໜັກ ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ

Posted on 11/08/202211/08/2022 By All in LAOS

ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ ໄດ້ຮັບຜົນເສຍຫາຍໜັກ ຈາກສະພາບນໍ້າຖ້ວມຊຸ

ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ ແຂວງຈຳປາສັກ ໄດ້ຮັບຜົນເສຍຫາຍໜັກ ຈາກສະພາບນໍ້າຖ້ວມຊຸ.ໃນວັນທີ 10 ສິງຫາ 2022 ນີ້, ທ່ານ ວັນໄຊ ສັກບົວວົງ ກຳມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງບາຈຽງຈະເລີນສຸກ ໄດ້ລົງສຳຫຼວດຜົນເສຍຫາຍ ແລະ ໃຫ້ສຳພາດວ່າ:

ເນື່ອງຈາກຝົນຕົກໜັກຫຼາຍວັນຕິດຕໍ່ກັນ ໄດ້ເກີດມີສະພາບນໍ້າຖ້ວມ,ນໍ້າແຕກແກ່ງ ແລະໄຫຼຊຸແຮງລົ້ນຫ້ວຍ ຢູ່ບ້ານຫ້ວຍໝາກແງວ ເມືອງບາຈຽງຈະເລີນສຸກ ອັນໄດ້ສົ່ງຜົນເຮັດໃຫ້ຂົວຂ້າມຫ້ວຍຖືກນໍ້າຖ້ວມຊຸ ເປ່ເພຢ່າງໜັກໜ່ວງ ແລະ ບໍ່ສາມາດໃຊ້ງານໄດ້.ເຮັດໃຫ້ການສັນຈອນເປັນອຳມະພາດ ແລະສ້າງຜົນກະທົບຢ່າງໜັກໜ່ວງ ຕໍ່ການສັນຈອນໄປມາຂອງປະຊາຊົນ ແລະ ລວມເຖີງ ການຂົນສົ່ງ ສິນຄ້າ ກະສິກຳ ຈາກເມືອງເລົ່າງາມ ແຂວງສາລະວັນ ເຂົ້າມາແຂວງຈຳປາສັກ ຜ່ານເສັ້ນທາງເລກທີ 20 ນີ້ ຖືກຢຸດສະງັກແລ້ວ.

ປະຈຸບັນເຈົ້າໜ້າທີ່ກຳລັງປກຊ – ປກສ ແລະອຳນາດການປົກຄອງເມືອງ,ອຳນາດການປົກຄອງບ້ານ ໄດ້ລົງຊ່ວຍເຫຼືອປະຊາຊົນໃນການຂ້າມຂົວ ໂດຍສະເພາະໃນກໍລະນີສຸກເສີນ ມີຄົນເຈັບປ່ວຍ ເພື່ອໄປປິ່ນປົວຢູ່ໂຮງໝໍ. ສ່ວນວ່າການຂົນສົ່ງໂດຍສານ,ສິນຄ້າຕ່າງໆ ຈະທຽວໄດ້ກໍຕໍ່ເມື່ອໄດ້ຮັບການກໍ່ສ້າງສ້ອມແປງຂົວຄືນໃໝ່ ແຕ່ຄາດວ່າຢ່າງໜ້ອຍກໍຈະໃຊ້ເວລາ ບໍ່ຕໍ່າກ່ວາ 1 ເດືອນ.

ເພື່ອແກ້ໄຂບັນຫາການສັນຈອນ ທີ່ຈຸດຂົວຂ້າມຫ້ວຍໝາກແງວໃຫ້ກັບສູ່ສະພາບປົກຕິໂດຍໄວ. ທາງ ຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລາຍງານໃຫ້ອົງການປົກຄອງແຂວງ ແລະພົວພັນກັບພະແນກ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເພືອຊ່ວຍເຫຼືອສ້ອມແປງ – ກໍ່ສ້າງຂົວຄືນໃໝ່

ພ້ອມນີ້ກໍໄດ້ແຈ້ງໃຫ້ທົ່ວສັງຄົມຮັບຮູ້ ເພື່ອນຳໃຊ້ເສັ້ນທາງອື່ນທົດແທນເປັນການຊົ່ວຄາວ ເປັນຕົ້ນການຂົນສົ່ງໂດຍສານ,ສິນຄ້າ ຕ່າງໆເຂົ້າມາ ຂໍໃຫ້ຫຼີກລ່ຽງ ແລະໄປນຳໃຊ້ເສັ້ນທາງທ່າແຕງ – ປາກຊ່ອງ ຊົ່ວຄາວ ຈົນກ່ວາຂົວຂ້າມຫ້ວຍໝາກແງວ (ທາງເລກ 20 ທີ່ເຊື່ອມຕໍ່ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ)ຈະກໍ່ສ້າງຄືນໃໝ່ ແລະ ນຳໃຊ້ໄດ້ເປັນປົກກະຕິ.

ຂ່າວ: ດວງໃຈ ຂຸນສັກດາ .

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ໄຟໄໝ້ຕະຫລາດຫລັກ 8 ນະຄອນໄກສອນ ເສຍຫາຍໜັກ
Next Post: ຂົວນໍ້າພະນາຍບ້ານເກີນ ບໍ່ສາມາດຜ່ານໄດ້ ເພາະດິນສົ້ນຂົວຍຸບຕົວລົງ

Related Posts

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກກັບບໍລິສັດທາງລົດໄຟ ລາວ-ຈີນ ຂ່າວສານບ້ານເມືອງ
ມົ້ວສຸມເສບຢາເສບຕິດທີ່ຫ້ອງຄາຣາໂອເກະ ເຮືອນພັກ ຂ່າວສານບ້ານເມືອງ
ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ ຂ່າວສານບ້ານເມືອງ
ສຶກສາອົບຮົມ ຮ້ານອິນເຕີເນັດກາເຟ ທີ່ລັກລອບເປີດໃຫ້ບໍລິການ ຂ່າວສານບ້ານເມືອງ
ເສົ້າໃຈຊາຍປິດຊີບຕົນເອງທີ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ
ຜົນສຳເລັດກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2021 ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme