Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈັບ 24 ເສຍຊີວິດ 5 ຄົນ ລົດທົວຕໍາກັບລົດບັນທຸກ ທີ່ສະຫວັນນະເຂດ

Posted on 01/08/202201/08/2022 By All in LAOS

ຄືນວັນທີ 31 ກໍລະກົດ 2022 ເວລາປະມານ 21:40 ນາທີ ເກີດອຸບັດຕິເຫດລົດເມທີ່ມີຜູ້ໂດຍສານຕ່າງຊາດ ຊຶ່ງເປັນທົວໄທເດີນທາງກັບຈາກຫວຽດນາມຜ່ານເສັ້ນທາງເລກທີ 9 ມຸ່ງສູ່ ແຂວງສະຫວັນນະເຂດ

ກ່ອນຮອດຕົວເມືອງ 10 ກິໂລແມັດ ໄດ້ເກີດອູບັດຕິເຫດຕຳກັບລົດບັນທຸກ 10 ລໍ້ ຢູ່ບ້ານຫຼຽນໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

ຈາກຂໍ້ມູນເບື້ອງຕົ້ນລາຍງານວ່າ ມີຜູ້ໄດ້ຮັບບາດເຈັບ 24 ຄົນຖືກນຳສົ່ງໂຮງໝໍດົງເຫັນ ແລະ ມີຜູ້ເສຍຊີວິດ 5 ຄົນ ໃນນັ້ນມີຜູ້ເສຍຊີວິດທີ່ເປັນສັນຊາດໄທ 3 ຄົນ ແລະ ຜູ້ເສຍຊີວິດທີ່ເປັນສັນຊາດລາວ 2 ຄົນ (ໂຊເຟີ ແລະ ໄກນຳທ່ຽວ)

ທາງໜ່ວຍກູ້ໄພແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ປະສານງານຫາໜ່ວຍກູ້ໄພມຸກດາຫານ ແລະ ທຸກພາກສ່ວນເພື່ອນຳສົ່ງຜູ້ບາດເຈັບໄປໂຮງຫມໍ ມຸກດາຫານໄທ ມາໃຫ້ຄວາມຊ່ວຍເຫຼືອຜູ້ບາດເຈັບ ແລະ ນຳຜູ້ເສຍຊີວິດທີ່ເປັນສັນຊາດໄທກັບບ້ານ (ສຳເລັດພາລະກິດ 04:50 ນາທີ)

ຂໍສະແດງຄວາມເສົ້າສະຫຼົດໃຈກັບເຫດການສູນເສຍທີ່ເກີດຂຶ້ນ ແລະ ຂໍໃຫ້ທຸກໆທ່ານໂດຍສະເພາະໂຊເຟີລົດມີສະຕິໃນການຂັບຂີ່ຢ່າປະໝາດຢ່າຖືເບົາ ເພາະຫາກເກີດເຫດບໍ່ຄາດຄິດກໍ່ຈະມີແຕ່ຄວາມສູນເສຍເກີດຂຶ້ນ

ພາບຈາກ : ກູ້ໄພ ສະຫວັນນະເຂດ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ກະບະຕົກນໍ້າລີກ ເຈັບ 6 ເສຍຊີວິດ 1 ສູນຫາຍ 1
Next Post: ກໍ່ເຫດກະທໍາສໍາເລົາເດັກແຕ່ບໍ່ສໍາເລັດ ຖືກຈັບມາລົງໂທດ

Related Posts

ເບືອເຫັດ ໝົດເຮືອນ ແລະ ມີຜູ້ເສຍຊີວິດ 1 ຂ່າວສານບ້ານເມືອງ
ດ່ານສາກົນຂົວມິດຕະພາບລາວ-ໄທກຽມພ້ອມບໍລິການຮັບນັກທ່ອງທ່ຽວເຂົ້າມາລາວ ຂ່າວສານບ້ານເມືອງ
ຊາວພຸດຮ່ວມກັນທຳບຸນຕັກບາດໃນງານບຸນນະມັດສະການຜາສາດຫີນວັດພູປະຈໍາປີ 2021 ຂ່າວສານບ້ານເມືອງ
ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນເມືອງ ແລະ ບ້ານ ຂ່າວສານບ້ານເມືອງ
ສວນກະແສ! ສາມາດເກັບລາຍຮັບໄດ້ລື່ນແຜນ ທີ່ດ່ານຂົວມິດຕະພາບ 3 ແຂວງຄໍາມ່ວນ ຂ່າວສານບ້ານເມືອງ
ປະຕິບັດນະໂຍບາຍປະຢັດ ລັດຖະບານ ໄດ້ຖອນລົດປະຈໍາຕໍາແໜ່ງ 10 ຄັນ ຈາກການນຳລະດັບສູງ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme