Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຕໍ້ຄູ່ຍິງ ສປປ ລາວ ຊະນະ ອິນໂດເນເຊຍ ຄວ້າແຊ້ມໂລກມາຄອງ

Posted on 31/07/202231/07/2022 By All in LAOS

ຂໍຊົມເຊີຍຢ່າງສຸດໃຈ! ກະຕໍ້ຄູ່ຍິງ ສປປ ລາວ ຊະນະ ອິນໂດເນເຊຍ ຄວ້າແຊ້ມໂລກມາຄອງຢ່າງສະຫງ່າງາມ.

ການແຂ່ງຂັນກິລາກະຕໍ້ຊິງແຊ້ມໂລກ ຊິງຂັນພະຣາດຊະທານ ຄິງຄັບ ຄັ້ງທີ 35 ທີ່ສູນການຄ້າແຟຊັ່ນໄອສແລນ, ນະຄອນຫລວງບາງກອກ, ປະເທດໄທ ໃນວັນທີ 24-31 ກໍລະກົດ 2022.

ປະເພດຄູ່ຍິງ ຮອບຊິງຊະນະເລີດ ຄູ່ຍິງຈາກລາວເຮົາ ຜົນງານຍັງເດັ່ນຕ່ໍເນື່ອງ ເອົາຊະນະ ອິນໂດເນເຊຍ 2-0 ເຊັດ: 21-18, 21-19 ພິຊິດແຊ້ມໂລກມາຄອງ ເປັນຄັ້ງທຳອິດ, ຫລຽນທອງຮ່ວມເປັນຂອງ ມຽນມາ ແລະ ມາເລເຊຍ.

ກະຕໍ້ຄູ່ຍິງລາວເຮົາ ຜົນງານດີມາຕັ້ງແຕ່ຮອບແບ່ງກຸ່ມ ຊະນະລວດ, ຊະນະ ມາເລເຊຍ, ເນປານ, ອີຣານ ແລະ ໄຕ້ຫວັນ, ມາໃນຮອບ 4 ທີມສຸດທ້າຍ ກໍເອົາຊະນະ ມຽນມາ 2-0 ເຊັດ: 22-20, 21-13 ແຕ່ລະນັດ ຄວ້າໄຊແບບບໍ່ເສຍເຊັດ ຄວ້າແຊ້ມໂລກມາຄອງຢ່າງສະຫງ່າຜ່າເຜີຍ ເປັນແຊ້ມໂລກສະໄໝທີ 2 ຕໍ່ຈາກປີ 2018.

ຂະນະທີ່ ຄູ່ຊາຍລາວເຮົາ ຮອບຊິງເສຍໃຫ້ ເສືອເຫລືອງ ມາເລເຊຍ ແບບຫວຸດວິດ 1-2 ເຊັດ: 24-25, 21-14, 18-21 ໄດ້ຫລຽນເງິນ ຫລື ຮອງແຊ້ມໂລກ, ຫລຽນທອງຮ່ວມ ມຽນມາ ແລະ ອິນໂດເນເຊຍ.

ສຳລັບຜົນງານໃນຮອບແບ່ງກຸ່ມຂອງ ກະຕໍ້ຄູ່ຊາຍຈາກລາວ ຊະນະ 2 ນັດລວດ, ຊະນະ ໂອມານ 2-0 ເຊັດ: 21-7, 21-10 ແລະ ຊະນະ ນິວຊີແລນ (ນູແວນເຊລັງ) 2-0 ເຊັດ: 21-6, 21-13 ມາໃນຮອບ 4 ທີມສຸດທ້າຍ ເອົາຊະນະ ມຽນມາ 2-0 ເຊັດ: 21-13, 21-18.

ການແຂ່ງຂັນກິລາກະຕໍ້ຊິງແຊ້ມໂລກ ຊິງຂັນພະຣາດຊະທານ ຄິງຄັບ ຄັ້ງນີ້ ມີ 23 ປະເທດເຂົ້າຮ່ວມ ສຳລັບ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 40 ຄົນ ຮ່ວມແຂ່ງຂັນ 6 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ, ທີມຊາຍ, ຄູ່ຍິງ, ຄູ່ຊາຍ, ທີມຊຸດຍິງ ແລະ ທີມຊຸດຊາຍ. ເຊິ່ງເຈົ້າພາບກຳນົດແຕ່ລະທີມສົ່ງໄດ້ບໍ່ເກີນ 6 ລາຍການຈາກທັງໝົດ 11 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ, ທີມຊາຍ, ຄູ່ຍິງ, ຄູ່ຊາຍ, ທີມດ່ຽວຍິງ, ທີມດ່ຽວຊາຍ, ທີມຊຸດຍິງ, ທີມຊຸດຊາຍ, ທີມຍິງ 4 ຄົນ, ທີມຊາຍ 4 ຄົນ ແລະ ທີມປະສົມຍິງ 4 ຄົນ.

ສູ້ໆ ພັດທະນາຕໍ່ໄປເດີ!! ລາວສູ້ໆ!!!

Info & Image: Jai Keophaserd

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ເບືອເຫັດ ໝົດເຮືອນ ແລະ ມີຜູ້ເສຍຊີວິດ 1
Next Post: ລົດທົວໄທ ຕໍາກັບລົດພ່ວງ ຢູ່ສະຫວັນນະເຂດ ມີຜູ້ເສຍຊີວິດແລະບາດເຈັບຫຼາຍຄົນ

Related Posts

ແຂວງເທື່ອທຽນເຫວ້ ສສ ຫວຽດນາມມອບເຄື່ອງອຸປະກອນການເເພດໃຫ້ສອງແຂວງມູນຄ່າ 600 ລ້ານດົງ ຂ່າວສານບ້ານເມືອງ
ຫັກອີກແລ້ວ ຂົວບ້ານຕາແຫຼວ (ມີຄລິບ)  ຂ່າວສານບ້ານເມືອງ
ສຶກສາອົບຮົມ ຮ້ານອິນເຕີເນັດກາເຟ ທີ່ລັກລອບເປີດໃຫ້ບໍລິການ ຂ່າວສານບ້ານເມືອງ
ທ່າແຕງອອກຄໍາສັ່ງດ່ວນ! ລັອກດາວ ປິດກິດຈະການຕ່າງໆ ເມືອງທ່າແຕງ ເລື່ອງເດັ່ນ
ແຈ້ງເຕືອນ ພາຍຸ ປະຈຳວັນທີ 11 ພຶດສະພາ ຈະພັດເຂົ້າມາອີກຮອບ ຂ່າວສານບ້ານເມືອງ
ແຂວງຄຳມ່ວນຫ້າງຫາກະກຽມເຄື່ອງຊ່ວຍເຫລືອປະຊາຊົນໄດ້ຮັບຜົນກະທົບໃນຊ່ວງໄລຍະປິດເມືອງ ເລື່ອງເດັ່ນ

Copyright © 2023 All in LAOS.

Powered by PressBook Grid Blogs theme