ຫຼົງເຊື່ອໂຄສະນາການແລກປ່ຽນເງິນຜ່ານສື່ສັງຄົມອອນລາຍ ເກີດຄວາມເສຍຫາຍ
ນາງ ກ່າເຊຍເຮີ ອາຍຸ 18 ປີ ກໍາມະກອນ ຢູ່ບ້ານວັງຊາຍ ເມືອງໄຊເສດຖາ ນວ ຖືກເຈົ້າໜ້າທີ່ ປກສ ຫ້ວຍຈຽມ ຈັບຕົວ ໃນຂໍ້ຫາສໍ້ໂກ້ງຊັບພົນລະເມືອງ ໃນວັນທີ 6 ກໍລະກົດ 2022, ຜູ້ກ່ຽວໃຊ້ເລ້ຫຼ່ຽນດ້ວຍ ການນຳໃຊ້ເຟດສ໌ບຸກທີ່ມີຊື່ວ່າ Sannaphakham ໂຄສະນາຊວນເຊື່ອ ອວດອ້າງວ່າເປັນເຟດບໍລິການຮັບແລກປ່ຽນເງິນຕາ ຜ່ານທາງສື່ສັງຄົມອອນລາຍ ທີ່ມີຄວາມສະດວກສະບາຍ ແລະ ໄດ້ຮັບຄ່າອັດຕາແລກປ່ຽນສູງ,

ພາຍຫຼັງນຳໃຊ້ເຟດດັ່ງກ່າວ ມາໄດ້ໄລຍະໜຶ່ງມີຄົນຫຼົງເຊື່ອ ແລ້ວໂອນເງິນເຂົ້າບັນຊີໃຫ້ 3,000,000 ກີບ, 100,000 ບາດ ແລະ 300 ໂດລາ ເຂົ້າບັນຊີຂອງ ນາງ ກ່າເຊຍເຮີ ຫຼັງຈາກເງິນຖືກໂອນເຂົ້າບັນຊີ ກໍໄດ້ປິດການນຳໃຊ້ເຟັດທຸກຊ່ອງ ແລະ ເອົາຕົວຫຼົບໜີ.
ພັທ ບຸນແລວ ແກ້ວວັນນາ ຫົວໜ້າ ປກສ ກຸ່ມຫ້ວຍຈຽມ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ກໍ່ໄດ້ເກັບກຳຂໍ້ມູນຫຼັກຖານສືບຄົ້ນຫາ ຈິ່ງໄດ້ຈັບ ນາງ ກ່າເຊຍເຮີ ໄດ້ຢູ່ເຮືອນຍາດພີ່ນ້ອງ ບ້ານສົມສະໄໝ ເມືອງໄຊທານີ.

ປັດຈຸບັນ ປກສ ກຸ່ມຫ້ວຍຈຽມ ໄດ້ສົ່ງຕົວ ໃຫ້ກອງບັນຊາການ ປກສ ເມືອງໄຊທານີ ສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
