ກູ້ໄພ 1628 ແຈ້ງໃຫ້ຮູ້ວ່າ ໃນວັນທີ13.07.2022 ເວລາ 19:28ນາທີ, ກູ້ໄພມູນນິທິຈີນໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1628 ວ່າມີເຫດລົດໃຫ່ຍຕໍາລົດໃຫ່ຍ
ຈຸດເກິດເຫດແມ່ນ : ທາງດ່ວນບ້ານນາຊອນຫາບ້ານບົວ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ 1628 ຈຶ່ງໄດ້ອອກກວດສອບເຫດພ້ອມອາສາສະໝັກໃນຈຸດເກີດເຫດ ພົບເຫັນຄົນເຈັບ1 ຄົນ ເປັນເພດຊາຍ. ອາການເບື້ອງຕົ້ນ: ກະທົບເອິກ ແລະ ຂາຫັກເບື້ອງຂວາ ຫົວແຕກເສຍເລືອດຫລາຍ

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ 1628 ໄດ້ເຮັດການຊ່ວຍເຫຼືອປະຖົມພະຍາບານຂັ້ນເບື່ອງຕົ້ນແລ້ວ ໄດ້ທຳການກະຕຸນຫົວໃຈ(CPR). ໃນເວລາຕໍ່ຜູ້ບາດເຈັບໄດ້ເສຍຊີວິດ.
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ 1628 ຈື່ງໄດ້ນຳສົ່ງຜູ້ເສຍຊີວິດກັບບ້ານເພື່ອມອບໃຫ້ພີ່ນ້ອງເຮັດພິທີຕາມສາດສະໜາ

ສາເຫດຂອງອຸບັດຕິເຫດ ແມ່ນຜູ້ເສຍຊີວິດໄດ້ຈອດລົດ ເຂດທາງດ່ວນ ແລ້ວເປີດປະຕູລົດລົງມາ, ພໍດີມີລົດອີກຄັນແລ່ນນໍາຫຼັງຕໍາ.

ແຈ້ງເຫດສຸກເສີນໂທ1628
