Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈໍາປາສັກ ລົງຮື້ຖອນ ແລະ ປິດກິດຈະການເກມແລະການພະນັນອອນລາຍທູກຊະນິດ

Posted on 27/06/202227/06/2022 By All in LAOS

ພະແນກເຕັກໂນໂລຊີ ແລະ ການສື່ສານ ລົງກວດກາແລະ ແຈ້ງການຫ້າມບໍ່ໃຫ້ບໍລີການຫຼິ້ນເກມ ທີ່ເປັນການພະນັນອອນລາຍທຸກປະເພດ

ໃນວັນທີ 24 ມິຖຸນາ 2022ນີ້ ທ່ານ ແກ້ວວິມົນ ສຸລິຍະວົງ ຫົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກຳ ພະແນກຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ພ້ອມຄະນະ ແລະ ນັກວິຊາການ ໄດ້ລົງກວດກາຮ້ານເກມໃນເຂດເທດສະບານນະຄອນປາກເຊ ແຂວງຈຳປາສັກ

ໃນການລົງກວດກາຄັ້ງນີ້ ໄດ້ແຈ້ງ ແລະ ເຮັດບົດບັນທຶກ ກັບຜູ້ດຳເນີນກິດຈະການ ເພື່ອເປັນຫຼັກຖານ ແລະ ເພືອສະດວກໃນການຕິດຕາມກວດກາ, ຮັບປະກັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ,ແນໃສ່ການຫຼຸດຜ່ອນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ.ທີ່ສຳຄັນແມ່ນເພື່ອເປັນການປະຕິບັດຕາມແຈ້ງການຂອງປະທານຄະນະກຳມະການຄຸ້ມຄອງ ແລະສົ່ງເສີມການລົງທືນ ແຂວງຈຳປາສັກສະບັບເລກທີ 034/ຄລທ.ຂ.ຈສ.ລົງວັນທີ 16 ມີຖູນາ 2022 ເລື່ອງການແຈ້ງທິດຊີ້ນຳຂອງທ່ານເຈົ້າແຂວງຈຳປາສັກກ່ຽວກັບການແກ້ໄຂ,ການອະນຸຍາດເປີດຮ້ານເກມອອນລາຍ, ແລະ ອີງຕາມບົດບັນທືກກອງປະຊຸມຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທືນຂັ້ນແຂວງ ເລກທີ 027/ຄລທ.ຂ.ຈສລົງວັນທີ31ພຶດສະພາ 2022, ພະແນກແຜນການການລົງທືນ,ຮອງປະທານ(ຜູ້ປະຈຳການ )ຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທືນຂັ້ນແຂວງແຈ້ງໃຫ້ເອົາໃຈໃສ່ຮີບຮ້ອນແກ້ໄຂບັນຫາຮ້ານເກມອອນລາຍ,ຮ້ານພະນັນອອນລາຍໃຫ້ມີຄວາມເດັດຂາດ ແລະ ເຂັ້ມງວດຕາມລະບຽບກົດໝາຍກຳນົດ,

ພ້ອມນີ້ ໂດຍອີງຕາມແຈ້ງການຂອງພະແນກເຕັກໂນໂລຊີແລະການສື່ສານ ແມ່ນໃຫ້ຜູ້ທີ່ມີໃບອະນຸຍາດ ໃຫ້ປັບປຸງຮ້ານຂອງຕົນໃຫ້ຖືກຕ້ອງຕາມມາດຕະຖານທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບເລກທີ 828/ປທສ,ລົງວັນທີ 11 ມີນາ 2015 ຢ່າງເຄັ່ງຄັດ, ຫ້າມບໍ່ໃຫ້ມີການບໍລິການຂາຍເຊີເກມການພະນັນ (ກາຊີໂນອອນລາຍ) ແລະຂາຍສິ່ງຂອງຜິດກົດໝາຍທຸກປະເພດ ແລະ ສຳລັບຜູ້ທີ່ບໍ່ມີໃບອະນຸຍາດ ຫຼື ໃບອະນຸຍາດໝົດອາຍຸໃຫ້ຢຸດເຊົາກິດຈະການທັນທີ ຖ້າຫາກກວດກາພົບເຫັນຈະຖືກປັບໄໝສອງລ້ານ ເຖີງ ຫ້າລ້ານກີບ ພ້ອມທັງຖືກມາດຕະການທາງກົດໝາຍ ຕາມແຕ່ກໍລະນີ.

ພາຍຫຼັງລົງກວດກາຮ້ານເກມໃນເຂດເທດສະບານນະຄອນປາກເຊແລ້ວ ຂະແໜງເຕັກໂນໂລຊີ ແລະ ນະວັດຕະກຳ ພະແນກຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກຈະສົມທັບກັບເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ສຶບຕໍ່ລົງກວດກາຮ້ານເກມຢູ່ 9 ເມືອງຕື່ມອີກ.

Television News, ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ຄັດເລືອກເອົາລັດຖະກອນຄູ 60 ຈາກຜູ້ເຂົ້າເສັງ 1.145 ຄົນ ທີ່ສະຫວັນນະເຂດ
Next Post: ຈັບກຸ່ມຄໍເຊັນເຕີ້ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ

Related Posts

ຮູບພາບ ພຣະທາຕຸຊຽງລົມ ເມືອງຊຽງຮ່ອນ ຂ່າວສານບ້ານເມືອງ
ຄອນພະເພັງ ອັນຍະມະນີແຫ່ງແມ່ນໍ້າຂອງ ນໍ້າຕົກທີ່ຍິ່ງໃຫຍ່ ຂອງລາວ ເລື່ອງເດັ່ນ
ຂໍ້ຕົກລົງການຄຸ້ມຄອງທາງດ່ວນວຽງຈັນວັງວຽງ ຂ່າວສານບ້ານເມືອງ
ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ສຳລັບຜົນກວດ ຜູ້ຕິດເຊື້ອກໍລະນີທີ 23 ແມ່ນຍັງພົບເຊື້ອຢູ່ ຂ່າວສານບ້ານເມືອງ
ເຕືອນໄພ! ກຽມຮັບມືຝົນຕົກໜັກພ້ອມລົມພັດແຮງ 8-9 ກຸມພານີ້ ຂ່າວສານບ້ານເມືອງ
ໃຫ້ໂອກາດກັບໃຈຄັ້ງທີ 2 ຖ້າຍັງບໍ່ປ່ຽນແປງຈະດຳເນີນຄະດີ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme