Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຕາມເສັ້ນທາງລົດໄຟລາວ-ຈີນ ລື່ນກາຍ 7 ແສນໂຕນ 

Posted on 23/06/202223/06/2022 By News

ຕາມຂ່າວ CRI ວັນທີ 21 ມິຖຸນານີ້, ນັກຂ່າວໄດ້ຮັບຊາບຂໍ້ມູນຈາກດ່ານກວດກາການເຂົ້າອອກເມືອງບໍ່ຫານ ວ່າ:ນັບມາຮອດວັນທີ 20 ມິຖຸນາ 2022 ນີ້, ເຈົ້າໜ້າທີ່ປະຈຳດ່ານເຂົ້າອອກເມືອງຂອງເສັ້ນທາງລົດໄຟສະຖານີບໍ່ຫານ ໄດ້ກວດກາຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນ ທັງໝົດ 1131 ຂະບວນ 31.431 ຕູ້, ຂະບວນພິເສດ“ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”54 ຂະບວນ528 ຕູ້, ມີປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 740.000 ໂຕນ, ໃນນັ້ນມີສິນຄ້າສົ່ງອອກ 217.000 ໂຕນ, ມີສິນຄ້ານຳເຂົ້າ 523.000 ໂຕນ.

ໃນເວລາເສັ້ນທາງລົດໄຟລາວ-ຈີນ ຮັບໃຊ້ການຄ້າລະຫວ່າງສອງປະເທດລາວ-ຈີນ, ພ້ອມທັງໄດ້ສະໜອງຮູບແບບການຂົນສົ່ງທີ່ໃໝ່ອ່ຽມໃຫ້ແກ່ການຄ້າຜະລິດຕະພັນກະສິກຳລະຫວ່າງຈີນ-ໄທ, ຕົ້ນທຶນການຂົນສົ່ງຜະລິດຕະພັນກະສິກຳໄທຕາມເສັ້ນທາງລົດໄຟລາວ-ຈີນ ຜ່ານແດນລາວເຂົ້າສູ່ຈີນ ໄດ້ຫຼຸດລົງເກືອບເຄິ່ງໜຶ່ງເມື່ອທຽບໃສ່ຮູບແບບການຂົນສົ່ງແບບດັ້ງເດີມ. ປັດຈຸບັນນີ້, ຕາໜ່າງການຂົນສົ່ງຂອງລົດໄຟລາວ-ຈີນ ໄດ້ຂະຫຍາຍໄປຮອດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປແລະປະເທດຕ່າງໆລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.

ຂ່າວສານບ້ານເມືອງ

Post navigation

Previous Post: ຫຼວງພະບາງແຈ້ງການ ຫ້າມຕິດປະກາດ ຫຼື ໂຄສະນາເປັນເງິນຕາຕ່າງປະເທດ
Next Post: ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ

Related Posts

ສະຖິຕິໃໝ່! ລາວພົບຜູ້ຕິດເຊື້ອໃໝ່ 256 ຄົນ ຂ່າວສານບ້ານເມືອງ
ກອງຮ້ອຍປ້ອງກັນຊາຍແດນ161 ທະຫານແຂວງຫຼວງພະບາງສໍາເລັດການອົບຮົມ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ເຜີຍແຜ່ຜົນສຳເລັດເນື້ອໃນ ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຂ່າວສານບ້ານເມືອງ
ສະຫວັນນະເຂດປະຊາສໍາພັນເຖິງ ຜູ້ທີ່ມີລາຍຊື່ໃຫ້ມາລາຍງານໂຕດ່ວນ ຂ່າວສານບ້ານເມືອງ
ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh ຂ່າວສານບ້ານເມືອງ
ລາວ-ຫວຽດນາມ ລົງນາມແລກປ່ຽນເອກະສານຮ່ວມມື 14 ສະບັບ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme