ເຖິງ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ11ແລະ1 ນະຄອນ. ຜູ້ປະກອບການຫົວໜ່ວຍທຸລະກິດພາຍໃນແຂວງຫຼວງພະບາງ. ເລື່ອງ: ຫ້າມຕິດປະກາດ ຫຼື ໂຄສະນາຂາຍສິນຄ້າເປັນເງິນຕາຕ່າງປະເທດ.
ອີງຕາມ: ດຳລັດ 474/ນຍ ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ, – ອີງຕາມ: ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 55/ສພຊ, ລົງວັນທີ 22 ທັນວ່າ 2014.
ອີງຕາມ ຂໍ້ຕົກລົງວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 1499/ອຄ.ກຄພນ, ລົງວັນທີ 08 ກັນຍາ 2017 ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ ຂໍຖືເປັນກຽດແຈ້ງການເຖິງ ຫ້ອງການ ອຸດສາຫະກຳ ແລະ ການຄ້າ 11 ເມືອງ ແລະ 1 ນະຄອນ ລວມເຖິງຜູ້ປະກອບການຫົວໜ່ວຍທຸລະກິດທີ່ທໍາ ການຜະລິດ, ທຳການຄ້າຂາຍ ແລະ ທຳການບໍລິການ ພາຍໃນແຂວງຫຼວງພະບາງຮັບຊາບດັ່ງນີ້:
- ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໂຄສະນາເຜີຍແຜ່ໃຫ້ບັນດາຜູ້ປະກອບການ ຫົວໜ່ວຍທຸລະກິດພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ຕິດລາຄາຂາຍສິນຄ້າ ຫຼື ໂຄສະນສິນຄ້າເປັນ ເງິນກີບ ພ້ອມທັງລົງຕິດຕາມບັນດາຮ້າງຮ້ານທຸລະກິດຕ່າງໆຢູ່ພາຍໃນເມືອງຂອງຕົນເປັນປະຈໍາ ແລະ ລາຍງານຜົນການຈັດຕັ້ງເຖິງພະແນກອຸດສາຫະກຳ ແລະ ການຄ້າຮັບຊາບເປັນແຕ່ລະໄລຍະ.
- ຫ້າມຜູ້ປະກອບການຫົວໜ່ວຍທຸລະກິດທີ່ ດຳເນີນການຜະລິດ ການຊື້-ຂາຍ ແລະ ບໍລິການຕ່າງໆພາຍໃນ ແຂວງຫຼວງພະບາງ ຕິດປະກາດ ຫຼື ໂຄສະນາຂາຍສິນຄ້າອື່ນໆ ເປັນເງິນຕາຕ່າງປະເທດ ແລະ ຕ້ອງຕິດ ລາຄາຂາຍ ຫຼື ໂຄສະນາເປັນເງີນກີບໃສ່ສິນຄ້າແຕ່ລະຊະນິດພາຍໃນຮ້ານຂອງຕົນ.
- ຖ້າຫາກມີການກວດກາພົບເຫັນການລະເມີດ ແມ່ນຈະຖືກນໍາໃຊ້ມາດຕາການໃນການປັບໃໝ່ຈຳນວນ 1,000,000ກີບ/ຄັ້ງ ຕາມຂໍ້ຕົກລົງສະບັບເລກທີ 1499/ອຄ,ກຄພນ,ລົງວັນທີ 8ກັນຍາ 2017 (ໝວດທີ່5 ມາດຕາທີ21) ແລະ ຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 55/ສພຊ ລົງວັນທີ 22 ທັນວ່າ 2014 ພ້ອມທັງດຳເນີນລະບຽບການອື່ນໆຕາມກົດໝາຍຂອງຂະແໜງການກ່ຽວຂ້ອງນຳນົດອີກດ້ວຍ ເປັນແຕ່ລະຕາມກໍລະນີໜັກ ຫຼື ເບົາ. ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ
