ໃນວັນທີ 13 ມິຖຸນາ 2022, ສານປະຊາຊົນແຂວງຄຳມ່ວນ ຕັດສິນ ທ້າວ ຈາມົວ ໃນສະຖານການຂົນສົ່ງກັນຊາແຫ້ງ 90 ແທ່ງ ຈຳຄຸກ 7 ປີພ້ອມທັງປັບໃໝ 10 ລ້ານກີບ.

ທ້າວ ຈາມົວ ( ຈຳເລີຍ ) ອາຍຸ 27 ປີ ຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແມ່ນໄດ້ຖືກຄະນະສານອາຍາ ແຂວງຄຳມ່ວນຕັດສິນຈ ຳ າ ຄຸ ກ 7 ປີ ພ້ອມທັງປັບໃໝ 10 ລ້ານກີບ, ໃນສະຖານການຂົນສົ່ງກັນ ຊ າແຫ້ງ.
ໃນວັນທີ 2 ພະຈິກ 2021, ທ້າວ ຈາມົວ (ຈຳເລີຍ) ໄດ້ຂັບຂີ່ລົດຮຸນໄດ ກຂ 6032 ຈຳປາສັກ ໄປຮັບເອົາຄັນຊາຢູ່ທີ່ ເມືອງຄຳເກີດ ແຂວງບລິຄຳໄຊ ເພື່ອໄປສົ່ງຄັນຊາ ໃຫ້ຜູ້ຮ່ວມຂະບວນການຢູ່ທີ່ທາງ ແບ່ງຫຼັກຊາວ. ພໍຜູ້ກ່ຽວຂັບຂີ່ລົດມາຮອດຈຸດກວດກາ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ຈຶ່ງຖືກເຈົ້າໜ້າທີ່ກັກ ແລະ ທຳການຂໍກວດກາລົດຄັນດັ່ງກ່າວ ພາຍຫຼັງກວດກາແລ້ວ ຈຶ່ງໄດ້ພົບເຫັນກັນຊາແຫ່ງ ຈຳນວນ 90 ແທ່ງ ນ້ຳໜັກ 69 ກິໂລກຼາມ.
ຜ່ານການຄົ້ນຄວ້າ ທ້າວ ຈາມົວ ( ຈຳເລີຍ ) ແມ່ນມີເຈຕະນາກະທຳຜິດ. ສະນັ້ນ, ສານຈຶ່ງເຫັນຄວນ
ລົງໂທດຕັດ ອິ ດ ສ ະ ຫຼ ະ ພ າ ບ ທ້າວ ຈາມົວ 7 ປີ.
ພາບ – ຂ່າວ: ແກ້ວດວງສອນ