Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນັກຮຽນຄົນລາວ 66 ຄົນ ຜ່ານການສອບເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ

Posted on 21/06/202221/06/2022 By All in LAOS

ນັກຮຽນຄົນລາວ ຈໍານວນ 66 ຄົນ ໄດ້ຜ່ານການສອບ ເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ ໃນວັນທີ 18 ມິຖຸນາປີ 2022 ນີ້ ເຮັດໃຫ້ນັກຮຽນຈໍານວນດັ່ງກ່າວກາຍເປັນຄົນລາວງວດທໍາອິດທີ່ເປັນຜູ້ຂັບລົດໄຟລາວ-ຈີນ ຢ່າງເປັນທາງການ.

ອີງຕາມຂໍ້ມູນຈາກ ບໍລິສັດ ລົດໄຟລາວ-ຈີນ ຈຳກັດ ທີ່ຮັບຜິດຊອບການຂົນສົ່ງລົດໄຟລາວ-ຈີນ ເບື້ອງຝ່າຍລາວ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາປີ 2021 ເປັນຕົ້ນມາ, ພະແນກ ການນຳໃຊ້ ກວດກາ ແລະ ສ້ອມແປງລົດໄຟລາວ-ຈີນ ປະຈຳນະຄອນຫຼວງວຽງຈັນ ໄດ້ເລີ່ມສ້າງພະນັກ ງານທີ່ກ່ຽວຂ້ອງໄດ້ຢ່າງໄວວາ. ພາຍຫຼັງໄດ້ຮັບການອົບຮົມມາເປັນເວລາປະມານເຄິ່ງປີ, ນັກຮຽນຄົນລາວທັງ 66 ຄົນ ລ້ວນແຕ່ໄດ້ຜ່ານການສອບເສັງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ.

ບໍລິສັດ ລົດໄຟລາວ-ຈີນ ຈໍາກັດໃຫ້ຮູ້ຕື່ມວ່າ: ຜູ້ຊ່ວຍຂັບລົດໄຟລາວ-ຈີນ ຄົນລາວທັງ 66 ຄົນ ຈະໄປເຮັດວຽກໃນທຸກໜ້າທີ່ຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນເບື້ອງຢູ່ລາວ, ເຊີ່ງເບື້ອງຕົ້ນຈະເຮັດຂັບລົດໄຟຮ່ວມກັບຜູ້ຂັບລົດໄຟສັນຄົນຈີນ, ຫລັງຈາກນັ້ນໃນຕໍ່ໜ້າ ເມື່ອຊໍານານແລ້ວ ຄົນລາວຈະໄດ້ຂັບລົດໄຟດ້ວຍຕົນເອງ.

Source: Xinhua

.

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ອາກາດຮ້ອນ ມີຝົນລົມຟ້າເຫຼື້ອມ ຢູ່ຫຼາຍທ້ອງຖິ່ນ
Next Post: ຕັດສິນຄະດີລັກລອບຂົນກັນຊາ 90 ແທ່ງ ຈຳຄຸກ 7 ປີ 

Related Posts

ເສົ້າໃຈ! ໂຄວິດພາກ ຊີ ວິ ດ ຄົນລາວກໍລະນີທີ່ 15 ທີ່ແຂວງສາລະວັນ ເລື່ອງເດັ່ນ
ທະນາຄານແຫ່ງ ສປປລາວ ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດcovid-19 ທີ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ມາອີກແລ້ວ! ຈັບໜຸ່ມໄທລັກລອບເຂົ້າມາລາວ ອ້າງເຂົ້າມາເພື່ອ ບູຊາທາດແມ່ ຂ່າວສານບ້ານເມືອງ
ແຈ້ງການ! ການກະກຽມເຮັດທົດລອງແກ້ໄຂຊຸມສາຍຢູ່ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ພະຍາດອະຫິວາໝູອາຟຣິກາລະບາດແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານໃນເມືອງຊຽງຮ່ອນແລ້ວ ຂ່າວສານບ້ານເມືອງ
ຈັບກຸ່ມແກ້ງພົວພັນສິ່ງເສບຕິດໄດ້ສີ່ຄົນເຂດເມືອງໂພນໂຮງ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme