Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາກາດຮ້ອນ ມີຝົນລົມຟ້າເຫຼື້ອມ ຢູ່ຫຼາຍທ້ອງຖິ່ນ

Posted on 21/06/202221/06/2022 By All in LAOS

ບໍລິເວນຄວາມກົດດັນອາກາດຕໍ່າທີ່ພາກເໜືອຂອງປະເທດຫວຽດນາມ ຍັງສືບຕໍ່ແພ່ລົງມາປົກຄຸມພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນຕົກພັດປົກ ຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ.

ພະຍາກອນອາກາດ ເວລາ 7:00 ໂມງຂອງວັນທີ 21/6/2022 ເຖິງ ເວລາ 7:00 ໂມງ ວັນທີ 22/6/2022

-ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18-30 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນ ລະຫວ່າງ 22-34 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນ ລະຫວ່າງ 26-35 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-35 ອົງສາ.

-ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມ ໃນລະຫວ່າງ 19-28 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-35 ອົງສາ.

-ເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 17-30 ອົງສາ.

.

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ການສົ່ງເສີມການຜະລິດພາຍໃນ ມີໜໍ່ແໜງເຂັ້ມແຂງດີຂຶ້ນ 
Next Post: ນັກຮຽນຄົນລາວ 66 ຄົນ ຜ່ານການສອບເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ

Related Posts

ປະກາດຫາເຈົ້າຂອງກະເປົາເງິນດ່ວນ ຊື່ທ້າວພອນໄຊ ຂ່າວສານບ້ານເມືອງ
ຄວາມເປັນມາງານມະຫະກໍາບຸນຊ້າງ ຂອງແຂວງໄຊຍະບູລີ ປີນີ້ຈັດ 22-28/2/2020 ເລື່ອງເດັ່ນ
ທ່ານນາຍົກ ຕ້ອນຮັບການເຂົ້າຢ້ຽມ ຂອງຜູ້ອຳນວຍການໃຫຍ່ ອົງການ (FAO) ພອ້ມກຳລັງຈັດຕັ້ງປະຕິບັດແຜນງານຊ່ວຍເຫຼືອ ສປປ ລາວ ຂ່າວສານບ້ານເມືອງ
ລາວ ໂທລະຄົມ ໄຂງານຕະຫຼາດນັດ “Lao Telecom Market” ພ້ອມມອບລາງວັນລົດໃຫ່ຍ TOYOTA Revo ໃຫ້ລູກຄ້າຜູ້ໂຊກດີ ໃນໂຄງການ “ຂູດບັດຮັບໂຊກ” ຂ່າວສານບ້ານເມືອງ
ອາລາດທະນາອັນເຊີນ ພຣະບາງພຸດທະລາວັນ ລົງຫົດສົງ 2021 (ມີຄລິບ) ເລື່ອງເດັ່ນ
ກອງບັນຊາການທະຫານແຂວງສະຫວັນະເຂດ ມອບຂອງກາງໃຫ້ກອງຄຸ້ມຄອງພາສີ 06 ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme