Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ

Posted on 20/06/202220/06/2022 By All in LAOS

ຂປລ. ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ຜ່ານປະກອບຄຳຄິດຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ ເພື່ອຮັບ ຮອງ ແລະ ປະກາດແຕ່ງຕັ້ງ, ຍັກຍ້າຍສະມາຊິກລັດຖະບານຈຳນວນໜຶ່ງ.

ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດໄດ້ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງ ຮອງນາຍົກລັຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ. ເຊິ່ງຜ່ານການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ, ສະພາແຫ່ງຊາດ ໄດ້ຮັບຮອງແຕ່ງຕັ້ງ ທ່ານ ສະເຫລີມໄຊ ກົມມະສິດ ຂຶ້ນເປັນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ວຽງທະວິສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.

.

ນອກຈາກນີ້, ຍັງໄດ້ສະເໜີພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ຂ່າວ: ກິດຕາ, ພາບ: ເກດສະໜາ

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການແລກປ່ຽນເງິນຕາອອນລາຍພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ 
Next Post: ການສົ່ງເສີມການຜະລິດພາຍໃນ ມີໜໍ່ແໜງເຂັ້ມແຂງດີຂຶ້ນ 

Related Posts

ພາກເໜືອອາກາດຈະໜາວເຢັນລົງອີກ 1-3 ອົງສາ ຂ່າວສານບ້ານເມືອງ
ກຽມຮັບມືເດີ້! ໃຫ້ລະວັງພາຍຸໝຸນເຂດຮ້ອນ ເຈີມປາກ່າ ກຳລັງເຄື່ອນໂຕເຂົ້າມາລາວເຮົາ ຂ່າວສານບ້ານເມືອງ
ໜ້າເປັນຫ່ວງ!ເຊື້ອແຜ່ລາມຫຼາຍບ້ານຫຼາຍເມືອງ ເລື່ອງເດັ່ນ
ສ້າງພາບແບບນີ້ຕ້ອງຂໍຊົມເຊີຍ! ມາ ສ້າງພາບ-ຊ່ວຍກັນ ຊ່ວຍເຫຼືອຄົນພິການ ຂ່າວສານບ້ານເມືອງ
ລັດຖະບານຈີນປະກາດຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ ໃຫ້ ສປປ ລາວ ອີກ 500.000 ຫຼອດ ເລື່ອງເດັ່ນ
ດ່ວນທີ່ສຸດ ສາທາແຈ້ງໃຫ້ຢຸດຕິການແຈກຢາຍຢາໃຫ້ນັກຮຽນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme