Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການແລກປ່ຽນເງິນຕາອອນລາຍພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ 

Posted on 17/06/202217/06/2022 By News

ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ ເມືອງໂພນໂຮງ ແຂວງວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕື່ອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ:  ທ້າວ ພຸດທະວົງ ສີສຸວັນ ມີເຈດຕະນາລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ດໍາເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງສະແດງອອກດັ່ງນີ້: ຜູ້ກ່ຽວບໍ່ມີ ໃບອະນຸຍາດດໍາເນີນທຸລະກິດກ່ຽວ ກັບການແລກປ່ຽນເງິນຕາຕ່າງປະເທດ ແລ້ວໄດ້ມີການເຄື່ອນໄຫວ ໂຄສະນາແລກປ່ຽນເງິນຕາ ຜ່ານຊື່ສັງຄົມອອນລາຍ (ເຟສບຸກ) ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ກ່ຽວໄດ້ໂພດຂໍ້ ຄວາມລົງໃນກຸ່ມເຟສບຸກ ໃນຊື່ກຸ່ມ ແລກປ່ຽນເງິນຕາ (ໂອນ-ແລກ-ຕິດຕາມອັດຕາແລກປ່ຽນ).

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວບັນຊີເງິນຝາກຂອງຜູ້ກ່ຽວໃນໄລຍະເດືອນພຶດສະພາ 2022  ມີລາຍລະອຽດຄື: ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ວັນ ມີເງິນກີບເຂົ້າບັນຊີ 270,923,000 ກີບ,  ໂອນອອກຈາກບັນຊີ ຈໍານວນ254,381,000 ກີບ, ມີເງິນບາດເຂົ້້າບັນຊີ 121,950 ບາດ, ໂອນອອກຈາກບັນຊີ 100,011 ບາດ, ມີເງິນໂດລາເຂົ້າບັນຊີ 12,200 ໂດລາ, ໂອນເງິນໂດລາອອກ 15,000 ໂດລາ. 

ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ອາທິດ ມີເງິນກີບເຂົ້າບັນຊີ 755,506,000ກີບ, ໂອນອອກຈາກບັນຊີ ຈໍານວນ740,050,500 ກີບ ມີເງິນບາດເຂົ້າບັນຊີ 443,650 ບາດ, ໂອນອອກ 425,054 ບາດ, ມີເງິນໂດລາເຂົ້າບັນຊີ 20,943 ໂດລາ, ໂອນອອກ 20,905, ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ເດືອນ ມີເງິນກີບເຂົ້າບັນຊີ 957,625,800 ກີບ, ໂອນອອກຈາກບັນຊີ ຈໍານວນ 957,846,000 ກີບ, ໂດລາ, ມີເງິນບາດໂອນເຂົ້າບັນຊີ 872,870 ບາດ, ໂອນອອກ 850,856 ບາດ, ເງິນໂດລາເຂົ້າບັນຊີ 31,043 ໂດລາ, ໂອນເງິນອອກ31,116 ໂດລາ. 

ເຈົ້າໜ້າທີ່ກ່າວອີກວ່າ: ການກຳດັ່ງກ່າວຂອງທ້າວ ພຸດທະວົງ ຜິດຕໍ່ປະມວນກົດໝາຍອາ ມາດຕາ 285 ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ມາດຕາ 297 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍກົດໝາຍໄດ້ກຳນົດໄວ້ວ່າ ບຸກຄົນໃດຫາກໄດ້ດຳເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຫຼື ເຄື່ອນໄຫວທຸລະກິດໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກລົງໂທດຕັດອະສະລະພາບແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 10 ລ້ານກີບ. ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ມາດຕາ 49 ຂໍ 3 ໄດ້ກຳນົດໄວ້ວ່າ: ດຳເນີນທຸລະກິດເງິນຕາຕ່າງປະເທດ ຫຼື ແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດຈະພືກປັບໃໝ 30 ລ້ານກີບ. ສະນັ້ນ, ຈິ່ງໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນຜູ້ກ່ຽວບໍ່ໃຫ້ກັບໄປກະທໍາແບບເກົ່າອີກ.

ໜັງສຶພິມຄວາມສະຫງົບ.

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານ ຈະເລັ່ງແກ້ໄຂ ອາສາສະໝັກທີ່ລໍຖ້າ ບັນຈຸເປັນລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ
Next Post: ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ

Related Posts

ເຄີຍບໍາບັດຢາເສບຕິດ 2 ຄັ້ງກ່ອນກໍ່ເຫດສະເທືອນຂວັນ ຂ່າວສານບ້ານເມືອງ
ມື້ດຽວລັກລົດຈັກ 2 ຄັນ! ເຈົ້າໜ້າທີ່ຈັບມາລົງໂທດ ຂ່າວສານບ້ານເມືອງ
ຂົນສົ່ງຈາກຝັ່ງລາວ ເຈົ້າໜ້າທີ່ຈັງຫວັດໜອງຄາຍ​ ປະເທດໄທ ຢຶດ​ ຢ າ ບ້ າ​ ໄດ້​ 410.000 ເມັດ ຂ່າວສານບ້ານເມືອງ
ເມືອງຕົ້ນເຜີ້ງແຂວງບໍ່ແກ້ວເພີ່ມທະວີຄວາມເຂັ້ມງວດການເຂົ້າ – ອອກ ລະຫວ່າງບ້ານຕໍ່ບ້ານ ຂ່າວສານບ້ານເມືອງ
ໂຄວິດພາກຊີວິດໄປອີກຄົນແລ້ວທີ່ສະຫວັນນະເຂດ ຂ່າວສານບ້ານເມືອງ
ສະຖິຕິໃໝ່! ລາວພ​ົບຜູ້ຕິດເຊື້ອໃໝ່ 278ຄົນ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme