Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານ ຈະເລັ່ງແກ້ໄຂ ອາສາສະໝັກທີ່ລໍຖ້າ ບັນຈຸເປັນລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ

Posted on 17/06/202217/06/2022 By News

ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເຂົ້າເປັນລັດ ຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ຈະສືບຕໍ່ສະໜອງໂກຕ້າ ໃຫ້ລັດຖະກອນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ລັດຖະກອນຄູ, ລັດຖະກອນແພດ ຢູ່ເຂດຫ່າງໄກສອກຫລີກ, ທຸລະກັນດານ ໂດຍໃຫ້ບູລິມະສິດພິ ຈາລະນາຮັບເອົາອາສາສະໝັກ ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານຄົບຖ້ວນແລະ ປະຕິບັດວຽກງານມາຫລາຍປີ.

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສາພາແຫ່ງຊາດ ຊຸດທີ IX ໃນວັນທີ16 ມິຖຸນາ 2022 ນີ້ວ່າ: ສຳລັບປີ 2022, ລັດຖະບານໄດ້ອະນຸມັດຕົວເລກລັດຖະກອນໃໝ່ ຈຳນວນ1.300 ຄົນ, ໃນນັ້ນ, ໄດ້ແບ່ງໃຫ້ລັດຖະກອນຄູ ຈຳນວນ 340 ຄົນ ແລະ ລັດຖະ ກອນແພດຈໍານວນ 320 ຄົນ. ປັດຈຸບັນ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະທ້ອງຖິ່ນ ກຳລັງຈັດຕັ້ງປະຕິບັດການສອບເສັງຄັດເລືອກລັດຖະກອນໃໝ່ ເພື່ອບັນຈຸໃຫ້ທັນຕາມກຳນົດເວລາ ພ້ອມກັນນັ້ນ, ກະຊວງພາຍໃນກຳລັງສັງລວມສະຖິຕິພະນັກ ງານ-ລັດຖະກອນທົ່ວປະເທດໃນປີ 2022 ເພື່ອລາຍງານລັດຖະບານ ໃນເດືອນສິງຫາ 2022 ທີ່ຈະມາເຖິງນີ້.

ທ່ານ ທອງຈັນ ມະນີໄຊ ຍັງໃຫ້ຮູ້ອີກວ່າ: ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເປັນລັດຖະກອນ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ, ລັດຖະບານ ຈະສືບຕໍ່ຄົ້ນຄວ້າ ການຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານ ເທື່ອລະກ້າວໂດຍຫັນເອົາພະນັກງານ-ລັດຖະກອນ, ອາສາສະໝັກ ແລະ ພະນັກງານຕາມສັນຍາ ທີ່ສັງກັດໃນຫົວໜ່ວຍວິຊາການດັ່ງກ່າວ ເປັນພາລະກອນຕາມຕຳແໜ່ງງານ (ເຊິ່ງພະລາກອນ ແມ່ນ ພະນັກງານຂອງລັດ ທີ່ປະຕິບັດໜ້າທີ່ຢູ່ຫົວໜ່ວຍວິຊາການຂອງລັດ ເປັນຕົ້ນແມ່ນບັນດາສະຖາບັນການສຶກສາວິຊາຊີບ ຂຶ້ນໄປ, ໂຮງໝໍ ແລະ ບັນດາສູນ ທີ່ສາມາດສ້າງລາຍຮັບດ້ານການເງິນກຸ້ມຕົນເອງທາງດ້ານງົບປະມານເຊິ່ງປັດຈຸບັນ, ລັດຖະບານ ໄດ້ທົດລອງຢູ່ 5 ພາກສ່ວນຄື: ໂຮງໝໍມະໂຫສົດ, ໂຮງໝໍໄຊເສດຖາທິຣາດ, ໂຮງໝໍມິດຕະພາບ, ມະຫາວິທະຍາໄລແຫ່ງຊາດແລະ ວິທະຍາໄລເຕັກນິກປາກປ່າສັກ). ຖ້າພວກເຮົາສາມາດຫັນໄດ້ສຳເລັດຕາມຄາດໝາຍ ພວກເຮົາກໍ່ຈະສາມາດຈັດສັນໂກຕ້າລັດຖະກອນຄູ, ແພດ ແລະ ລັດຖະກອນອື່ນໆຂອງບັນດາຫົວໜ່ວຍວິຊາການ ໄປໃຫ້ເຂດຫ່າງໄກສອກຫລີກ, ເຂດທຸລະກັນດານ ແລະ ຂະແໜງການອື່ນໆທີ່ຍັງຂາດແຄນ. 

ພ້ອມກັນນັ້ນ, ກໍໃຫ້ກະຊວງກ່ຽວຂ້ອງ ຄົ້ນຄວ້າສັບຊ້ອນ ລັດຖະກອນຄູ ຢູ່ໃນຕົວເມືອງ ທີ່ເຫລືອລົງໄປປະຈຳຢູ່ເຂດຊົນນະບົດ, ສືບຕໍ່ຕິດຕາມ, ກວດກາ ແລະ ຄວບຄຸມການຍົກຍ້າຍ ຂອງລັດຖະກອນຄູ ຢູ່ເຂດຫ່າງໄກສອກຫລີກ ເຂົ້າສູ່ຕົວເມືອງ ແລະ ຍົກ ຍ້າຍມາເປັນລັດຖະກອນບໍລິຫານ, ນອກຈາກນັ້ນ ໃຫ້ສືບຕໍ່ເກັບກຳຂໍ້ມູນລັດຖະກອນຄູສາຍວິຊາສະເພາະທີ່ຍັງຂາດເຂີນ ເພື່ອວາງແຜນສ້າງບຸກຄະລະກອນ ສາຍວິຊາສະ ເພາະທີ່ຍັງຂາດເຂີນ ພ້ອມທັງສືບຕໍ່ເກັບກຳຂໍ້ມູນ ພະນັກງານອາສາສະໝັກ, ພະນັກ ງານຕາມສັນຍາໃຫ້ມີຄວາມຊັດເຈນ. 

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນໆ ມີປໍ້າໃສ່ຢູ່ຫວາ ປັບຂຶ້ນລາຄານໍ້າທົ່ວປະເທດເລີຍເດີ້ ເລີ່ມມື້ອື່ນ
Next Post: ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການແລກປ່ຽນເງິນຕາອອນລາຍພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ 

Related Posts

ທະຫານແຂວງສະຫວັນນະເຂດມອບ ຂ ອງ ກ າງ ຢ ບ 9 ແສນກວ່າ ເ ມັ ດໃຫ້ກອງບັນຊາການ ປກສ ແຂວງ  ຂ່າວສານບ້ານເມືອງ
ປະກາດແຕ່ງຕັ້ງທ່ານ ທອງຈັນ ແພງຈັນທີ ຮອງເລຂາພັກເມືອງ ເປັນເຈົ້າເມືອງພູຄູນຄົນໃໝ່ ຂ່າວສານບ້ານເມືອງ
ທິມງານ ສ້າງພາບ-ຊ່ວຍກັນ ເຂົ້າຊ່ວຍເຫຼືອນັກສຶກສາທີ່ຕົກຄ້າງຢູ່ໃນຫໍພັກຢູ່ທີ່ ວິທະຍາໄລ ກະເສດປາກເຊືອງ ແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ່ແທນແນວລາວສ້າງຊາດ ເມືອງຊະນະຄາມຄັ້ງວັນທີ 17 ມີນາ2020 ຂ່າວສານບ້ານເມືອງ
ໂຄວິດ-19 ລະບາດເກົາຫຼີໃຕ້ງັດມາດຕະການ ຂາຍໜ້າກາກອະນາໄມຕາມເລກທ້າຍປີເກີດ ຂ່າວສານບ້ານເມືອງ
ປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂະຫຍາຍຂົງເຂດການຮ່ວມມື ໃນດ້ານຕ່າງໆຫລາຍຂຶ້ນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme