Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງການເງິນ ກຳລັງເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ 

Posted on 16/06/202216/06/2022 By News

ປັດຈຸບັນ, ຂະແໜງການເງິນ ກຳລັງເລັ່ງຄົ້ນຄວ້າກົນໄກ ແລະ ມາດຕະການເພີ່ມເຕີມ ເພື່ອແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານໃຫ້ຫຼຸດລົງ ໂດຍໄວ ເນື່ອງຈາກບັນຫາດັ່ງກ່າວເກີດສຽງສະທ້ອນເຖິງຄວາມເປັນຫວ່ງຈາກສະມາຊິກສະພາແຫ່ງຊາດ ກໍຄື ສັງຄົມຫລາຍສົມຄວນ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍທ່ານບຸນໂຈມ ອຸບົນປະເສີດ ໄດ້ຊີ້ແຈງຫຼາຍບັນຫາປີ່ນອ້ອມໃນຂົງເຂດວຽກງານການເງິນ ໂດຍສະເພາະ ບັນຫາການຮົ່ວໄຫລຂອງງົບປະມານລັດກໍແມ່ນປະເດັນໜຶ່ງທີ່ສໍາຄັນ ທີ່ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍຄືທົ່ວສັງຄົມມີຄວາມເປັນຫວ່ງ ແລະ ຢາກເຫັນມີການແກ້ໄຂຢ່າງເປັນຮູບປະທໍາ ແລະ ເຂັ້ມງວດ.

ຕໍ່ບັນຫາດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ບັນຫາການຮົ່ວໄຫລຂອງງົບປະມານແມ່ນຍັງມີຫລາຍສົມຄວນ, ເຖິງວ່າຜ່ານມາຂະແໜງການກ່ຽວຂ້ອງໄດ້ມີຄວາມພະຍາຍາມໃນການສະກັດກັ້ນດ້ວຍຫລາຍວິທີ, ແຕ່ກໍເຫັນວ່າແກ້ໄດ້ພຽງປາຍເຫດເທົ່ານັ້ນ. ແນວໃດກໍຕາມ ປັດຈຸບັນກະຊວງການເງິນ ພວມວິເຄາະໄຈ້ແຍກບັນດາປະກົດການທີ່ເປັນຕົ້ນ ເຫດພາໃຫ້ເກີດການຮົ່ວໄຫລຕ່າງໆ ເພື່ອມີມາດຕະການແກ້ໄຂໂດຍໄວ. ນອກນີ້ ຈະເລັ່ງຫັນເປັນທັນສະໄໝ ໃນວຽກງານການເກັບລາຍຮັບງົບປະມານ, ດໍາເນີນແຈ້ງພາສີແບບເອເລັກໂຕນິກໃຫ້ກວ້າງຂວາງ ເພື່ອບໍ່ໃຫ້ພະນັກງານ ແລະ ຜູ້ປະກອບການ ມີຊ່ອງວ່າງສາມາດສວຍໂອກາດຍົກເວັ້ນ ຫລື ລົບຫລີກການເສຍພາສີ-ອາກອນ.

ແຫຼ່ງຂ່າວ: ຂປລ

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ ເກີດເຫດໄຟໄໝ້ ລົດໄຟຟ້າເຂດບ້ານໂຊກນ້ອຍ ເມືອງໄຊເສດຖາ
Next Post: ກໍ່ເຫດ ລັກເຫຼັກເສົາໄຟຟ້າ ຕ້ອງໄດ້ຮັບຜິດຊອບໃຊ້ແທນ ລັດວິສາຫະກິດໄຟຟ້າລາວ

Related Posts

ຊາຍອົດສະຕາລີ ເສຍຊີວິດທີ່ເຮືອນພັກ ທີ່ ນະຄອນ ຫຼວງພຣະບາງ ຂ່າວສານບ້ານເມືອງ
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ເມືອງສະໜາມໄຊ ຫາ ປາກເຊປຽນ ແຂວງອັດຕະປື ສຳເລັດແລ້ວ 45% ຂ່າວສານບ້ານເມືອງ
ໂຮງຮຽນເມລີສະຫວັນ ລົງວິໄນຄູປະພຶດຜິດວິໄນດ້ວຍການໄລ່ອອກ ຂ່າວສານບ້ານເມືອງ
ສສຊ ແລະ ສສຂ ລົງພົບປະເຜີຍແຜ່ຜົນສໍາເລັດກອງສະໄໝສາມັນເທື່ອທີ 9 ໃຫ້ກັບຜູ້ມີສິດເລືອກຕັ້ງຢູ່ກຸ່ມບ້ານທີ2,9 ແລະ ກຸ່ມບ້ານທີ 12 ຂອງນະຄອນໄກສອນພົມວິຫານ ຂ່າວສານບ້ານເມືອງ
ຫົວພັນອອກຄໍາສັ່ງປິດການເຂົ້າອອກເມືອງຊຽງຄໍ້ຊົ່ວຄາວ ຂ່າວສານບ້ານເມືອງ
ເກີດເຫດ! ຟ້ າ ຜ່ າ ຢູ່ ອິນເດຍ ເ ສ ຍ ຊີ ວິ ດເກືອບ 70 ຄົນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme