Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລ່າສຸດ ບໍລິສັດ ທາງດ່ວນ ລາວ-ຈີນ ຊີ້ແຈງແລ້ວ ກັບເຫດການລັດ ຍິ ງ ລົດ ຢູ່ເຂດອຸໂມງ 

Posted on 06/06/202206/06/2022 By News

ຊີ້ແຈງຕອນສວາຍຂອງ ວັນທີ 5 ມິຖຸນາ 2022 ທາງອອກປາກອຸໂມງມິດຕະພາບ ລາວ-ຈີນ ທິດທາງນະຄອນຫຼວງວຽງຈັນຫາວັງວຽງ, ມີເຫດການຍິງປືນເກີດຂຶ້ນໂດຍທີ່ບໍ່ຊາບສາເຫດ, ສາເຫດ ແລະ ຈຸດປະສົງຂອງເຫດການຄັ້ງນີ້ທາງເຈົ້າໜ້າທີ່ຕຳຫຼວດກຳລັງສຶບສວນ. 

ທີມກວດທາງຂອງບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ເມື່ອໄດ້ຮັບແຈ້ງຊ່ວຍເຫຼືອ ກໍ່ເລີ່ມປະຕິບັດແຜນການກ່ຽວກັບການຮັບມືກັບເຫດສຸກເສີນທັນທີ, ພ້ອມທັງດຳເນີນການແຈ້ງເຫດຫາ ປກສ ໂພນໂຮງ ແລະ ຫີນເຫີບ ໃນເວລາທຳອິດທັນທີ, ປະກອບສ່ວນຊ່ວຍເຫຼືອເຈົ້າໜ້າທີ່ປິດທາງຂາອອກສະຖານີຫີນເຫີບ, ນຳ້ງື່ມ, ວັງວຽງ ສາມບ່ອນ. ປະຈຸບັນ, ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ກຳລັງຮ່ວມມືກັບທາງເຈົ້າໜ້າທີ່ຕຳຫຼວດໃນການລົງເລິກສຶບສວນຢ່າງເຕັມສ່ວນ, ຂໍໃຫ້ບັນດາມວນຊົນປະຊາຊົນຍັງຄົງເລືອກໃຊ້ທາງດ່ວນທີ່ເປັນການສັນຈອນທີ່ສະດວກຄືທີ່ເດີມ. 

ສິ້ນສຸດເຖິງເວລາ 17:35, ທາງດ່ວນບໍ່ໄດ້ຮັບການກະທົບ, ປອດໄພຕະຫຼອດທາງ ແລະ ດຳເນີນງານຕາມປົກກະຕິ.    

ຂໍໃຫ້ບັນດາມວນຊົນບໍ່ເຊື່ອຟັງຂ່າວລື, ບໍ່ສົ່ງຕໍ່ຂ່າວລື. ຂໍ້ມູນຕ່າງໆແມ່ນໃຫ້ອີງຕາມແຈ້ງການຈາກແຫຼ່ງຂ່າວທາງການທີ່ຖືກຕ້ອງ. ໜ່ວຍງານຫຼື ບຸກຄົນໃດທີ່ລົງຂ່າວສານທີ່ບໍ່ມີມູນຄວາມຈີງ ແລະ ການກະທຳໃສ່ຮ້າຍປ້າຍສີທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ທາງບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ຈະໄດ້ອີງຕາມກົດໝາຍໃນການຕາມຜູ້ກ່ຽວມາຮັບຜິດຊອບ.  

.

ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ວັນທີ 5 ມິຖຸນາ 2022

ຂ່າວສານບ້ານເມືອງ

Post navigation

Previous Post: ເກີດເຫດ ຄົນຮ້າຍລັດ ຍິ ງ ລົດຢູ່ເຂດປາກອຸໂມງທາງດ່ວນເບື້ອງເມືອງຫີນເຫີບ 
Next Post: ເຈົ້າໜ້າທີ່ພາສີປະຈຳ ແຂວງບໍລິຄຳໄຊຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ 

Related Posts

ຊຽງຂວາງເກມ ຈະຊິງໄຊ 385 ຫຼຽນຄໍາ ຈາກ ກິລາ 28 ປະເພດ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ຂ່າວສານບ້ານເມືອງ
ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງ ຍທຂ ຄົນໃໝ່ ຂ່າວສານບ້ານເມືອງ
ເຕືອນການເດີນທາງ ພູເກົ້າຫຼັກຍັງສ່ຽງ ຂໍໃຫ້ຫຼີກລ້ຽງ ຂ່າວສານບ້ານເມືອງ
ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ສ້າງລາຍຮັບໄດ້ 390 ຕື້ກວ່າກີບ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວ 1.9 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ສະຫາຍ ຄຳພັນ ເຜີຍຍະວົງ ເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme