Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເດີນທາງຢ້ຽມຢາມ ສສ ຫວຽດນາມ 

Posted on 03/06/202203/06/2022 By News

ໃນວັນທີ 2 ມິຖຸນາ 2022, ຢູ່ທີ່ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດ ນາມ, ສະຫາຍ ພົນໂທ ຫງວຽນເຕິນເກື່ອງກໍາມະການສູນກາງພັກ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພ້ອມຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ.

.

ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການຄະນະຝ່າຍ ລາວ ແລະ ຫວຽດນາມ ໄດ້ພົບປະສອງຝ່າຍ, ເຊິ່ງສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໄມຕີຈິດມິດຕະພາບ ຂອງ ສະຫາຍພົນໂທ ຫງວຽນເຕິນເກື່ອງ ພ້ອມຄະນະແລະ ຕີລາຄາສູງຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກສອງລັດສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ   ຍາມໃດກໍໃຫ້ການຊ່ວຍເຫຼືອກໍ່ສ້າງພະນັກງານ-ນັກຮົບໃນກອງທັບປະຊາ ຊົນລາວເວົ້າລວມເວົ້າສະເພາະແມ່ນການກໍ່ສ້າງບໍາລຸງນາຍທະຫານກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ກາຍເປັນພະນັກງານຜູ້ສືບທອດທີ່ມີຄວາມຮູ້ຄວາມສາມາດ. 

ສະຫາຍ ພົນໂທ ຫງວຽນເຕິນເກື່ອງ ໄດ້ສະແດງຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ສະຫາຍພົນຕີ  ຄໍາລຽງ ອຸທະໄກສອນ ພ້ອມຄະນະ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຖາມກາງບັນຍາກາດສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ (5 ກັນຍາ 1962-5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະການຮ່ວມມື (18 ກໍລະກົດ 1977-18 ກໍລະກົດ 2022) ລາວ ແລະ ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນກ້ວາງຂວາງ ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ jaລະຫວ່າງ ສອງພັກສອງລັດສອງກອງທັບ ເວົ້າລວມ, ເວົ້າສະເພາະກົມໃຫຍ່ເສນາທິ ການກອງທັບປະຊາຊົນຫວຽດນາມກັບກົມໃຫຍ່ເສນາທິການກອງທັບປະຊາຊົນລາວມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວສານບ້ານເມືອງ

Post navigation

Previous Post: ໂຄຕ້າລັດຖະກອນ ຄູ ແລະ ບໍລິຫານສໍາລັບພະແນກສຶກສາທິການ ທົ່ວປະເທດ ປີ 2022
Next Post: ແຈ້ງຂ່າວມໍລະນະກຳ ທ່ານ ນາງ ໄມຕຼີ ສຸພານຸວົງ (ລູກຄົນທີ 9 ຂອງ ປະທານ ສຸພານຸວົງ)

Related Posts

ກອງປະຊຸມປືກສາຫາລືກ່ຽວກັບການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທິງຄາລະໂອເກະ ທີ່ຫຼວງພະບາງ ຂ່າວສານບ້ານເມືອງ
ເກີດເຫດ ໄ ຟ ໄ ໝ້ ໂຮງແຮມຢູ່ນະຄອນຫຼວງພະບາງ ຂ່າວສານບ້ານເມືອງ
ເກີດເຫດ! ເສົາໄຟຟ້າຫັກ ຍ້ອນດິນເຊາະເຈື່ອນຢູ່ບ້ານນາຄູນ ເມືອງວັງວຽງ ຂ່າວສານບ້ານເມືອງ
ອົງການອະນາໄມໂລກ ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອ ກະຊວງສາທາລະນະສຸກ ຂ່າວສານບ້ານເມືອງ
ລ່າສຸດ ບໍລິສັດ ທາງດ່ວນ ລາວ-ຈີນ ຊີ້ແຈງແລ້ວ ກັບເຫດການລັດ ຍິ ງ ລົດ ຢູ່ເຂດອຸໂມງ  ຂ່າວສານບ້ານເມືອງ
ເຈົ້າ​ເມືອງໆຍົມ​ມະ​ລາດ ລົງ​ຢ້ຽມຢາມ​ປະຊາຊົນ ​ແລະ ຕິດຕາມ​ສະພາບ​ນ້ຳ​ເຊ​ບັ້ງ​ໄຟ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme