Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕົວະຂາຍລົດໃຫຍ່ ມີຜູ້ຫຼົງ ເຊື່ອໂອນເງິນມັດຈຳໃຫ້ ຈຳນວນຫຼາຍ ຖືກແຈ້ງຈັບ ດຳເນີນຄະດີ 

Posted on 31/05/202231/05/2022 By News

ໃນວັນທີ 9 ເມສາ 2022 ເວລາ 9:50 ໂມງ, ເຈົ້າໜ້າທີ່ ພະແນກຕຳຫຼວດສືບສວນ ສອບສວນ ປກສ ແຂວງຈຳປາສັກ ໄດ້ຮັບການແຈ້ງຄວາມຈາກ ທ້າວ ໜູພັກ ອາຍຸ 40 ປີ ບ້ານໝໍ້ ພຸ ເມືອງປະທຸມພອນ ວ່າ: ວັນທີ 27 ມີນາ 2022, ໄດ້ມີ ທ້າວ ກ່ອນ ໄດ້ໂພສ໌ຂາຍລົດໃຫຍ່ຜ່ານສື່ສັງຄົມອອນລາຍ ປະເພດລົດຈິບໂຕໂຍຕ້າຈູນເນີ ໃນລາຄາ 630.000 ບາດ ແລະ ຕົນກໍໄດ້ຕົກລົງຊື້-ຂາຍກັນ ໃນລາຄາ180.000.000 ກີບ ພ້ອມທັງໄດ້ໂອນ ເງິນມັດຈຳໃຫ້ຈຳນວນ 7.000.000 ກີບ; ແຕ່ ພາຍຫຼັງຜູ້ກ່ຽວໄດ້ເງິນມັດຈໍາແລ້ວກໍບໍ່ເອົາລົດມາໃຫ້ ແລະ ຂາດການຕິດຕໍ່; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງ ເກັບກໍາຂໍ້ມູນ ແລະ ຕິດຕາມເປົ້າໝາຍຈົນຮອດ ວັນທີ 13 ພຶດສະພາ ກໍສາມາດກັກຕົວ ທ້າວ ກ່ອນມາສອບສວນ. 

ຜ່ານການສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດອນ ຮັບສາລະພາບວ່າ: ຜູ້ກ່ຽວຕິດເກມ ແລະ ບໍ່ມີເງິນເຕີມບັດຈຶ່ງໄດ້ ວາງແຜນດ້ວຍວິທີການຈ່າວຂາຍລົດໃຫຍ່ແບບບໍ່ມີ ເອກະສານຜ່ານເຟສບຸກ ເພື່ອໃຫ້ລູກຄ້າຜູ້ທີ່ ຕ້ອງການຊື້ລົດດັ່ງກ່າວ ໂອນເງິນມັດຈຳກ່ອນແລ້ວ ຈຶ່ງເອົາລົດໄປສົ່ງຕາມຫຼັງ ແລະ ໃນວັນທີ 4 ມີນາ 2022 ຜູ້ກ່ຽວໄດ້ໂພສຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອກະສານ ໃນລາຄາ 17.000 ໂດລາຈາກນັ້ນ, ກໍມີລູກຄ້າສົນໃຈຕ້ອງການຊື້ ພ້ອມທັງ ໄດ້ຕົກລົງຊື້-ຂາຍ ແລະ ລູກຄ້າກໍໄດ້ໂອນເງິນມັດ ຈຳນວນ 20.000 ບາດ ມາໃຫ້; ເມື່ອໄດ້ເງິນແລ້ວ ຜູ້ກ່ຽວກໍປິດໂທລະສັບ ແລະ ປິດເຟສບຸກ ເຮັດໃຫ້ ຂາດການຕິດຕໍ່ຕໍ່ມາຮອດວັນທີ 11 ມີນາ 2022, ຜູ້ກ່ຽວກໍ ໄດ້ໂພສຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອກະສານ ຂາຍໃນລາຄາ 14.500 ໂດລາ ແລະ ມີລູກຄ້າຜູ້ທີ່ ສົນໃຈ ພ້ອມທັງໄດ້ໂອນເງິນມັດຈຳໃນລາຄາ 5.000.000 ກີບ ເມື່ອໄດ້ເງິນແລ້ວຜູ້ກ່ຽວກໍໃຊ້ ຮູບການປິດໂທລະສັບແບບເກົ່າ ແລະ ຫຼ້າສຸດ ໃນ ວັນທີ 27 ມີນາ 2022, ຜູ້ກ່ຽວໄດ້ໂພສ໌ຂາຍລົດ ໃຫຍ່ປໍຈູນເນີ ໃນລາຄາ 680.000 ບາດ ແລະ ມີ ລູກຄ້າໂອນເງິນມັດຈໍາໃຫ້ຈຳນວນ 5.000.000 ກີບ ເມື່ອໄດ້ເງິນແລ້ວຈຶ່ງໄດ້ນັດລູກຄ້າວ່າອີກ 3 ວັນ ຈະເອົາລົດໄປໃຫ້ ແລະ ຜູ້ກ່ຽວກໍປິດໂທລະສັບ ແລະ ເຟດສ໌ບຸກ

ນອກນັ້ນ, ໃນວັນດຽວກັນ ຍັງໄດ້ມີ ທ້າວ ໜູ ພັກ ຕິດຕໍ່ມາຊື້ລົດໃຫຍ່ປໍຈູເນີ້ນຳຜູ້ກ່ຽວອີກ ເຊິ່ງ ໄດ້ຕົກລົງຊື້-ຂາຍກັນໃນລາຄາ180.000.000 ກີບ ແລະ ທ້າວ ໜູພັກ ໄດ້ໂອນເງິນມັດຈຳໃຫ້ຈໍາ ນວນ 7.000.000 ກີບ ມາໃຫ້ຜູ້ກ່ຽວ, ເມື່ອໄດ້ ເງິນມັດຈຳໃຫ້ແລ້ວຜູ້ກ່ຽວກໍບໍ່ເອົາລົດໄປໃຫ້ ພ້ອມທັງຂາດການຕິດຕໍ່ ແລະ ບໍ່ສາມາດຕິດຕໍ່ໄດ້; ຈົນຮອດວັນທີ 13 ພຶດສະພາ 2022, ຈຶ່ງຖືກ ເຈົ້າໜ້າທີ່ ປກສເມືອງປະທຸມພອນ ແຂວງຈຳ ປາສັກ ຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມຂັ້ນຕອນ ຂອງກົດໝາຍ. ຜ່ານການສວບສວນຂອງເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດ່ອນ ແມ່ນມີເຈດຕະນາສໍ້ໂກງຊັບ ແທ້ການກະທໍາດັ່ງ ກ່າວແມ່ນຜິດຕໍ່ມາດຕາ 233 ຂອງປະມວນກົດ ໝາຍອາຍາແຫ່ງສປປລາວ ນອກນັ້ນຍັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມນຳອີກ. ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນ ສຳນວນ-ສຳເນົາເອກະສານ ເພື່ອສົ່ງ ໄອຍະການ ປະຊາຊົນ ແຂວງຈໍາປາສັກ ດຳເນີນຄະດີຕາມຂັ້ນ ຕອນຂອງກົດໝາຍບ້ານເມືອງຕໍ່ໄປ

ຂ່າວສານບ້ານເມືອງ

Post navigation

Previous Post: ປະຕິບັດນະໂຍບາຍປະຢັດ ລັດຖະບານ ໄດ້ຖອນລົດປະຈໍາຕໍາແໜ່ງ 10 ຄັນ ຈາກການນຳລະດັບສູງ
Next Post: ດ່ວນທີ່ສຸດ ແຈ້ງການປັບຂຶ້ນລາຄານໍ້າມັນທົ່ວປະເທດ

Related Posts

ແຂວງຄຳມ່ວນ ປະກາດອະໄພຍະ ໂ ທ ດແກ່ນັ ກ ໂ ທ ດທີ່ມີຄວາມກ້າວໜ້າ ຂ່າວສານບ້ານເມືອງ
ເມົາຢາບ້າກໍ່ເຫດຈູດເຮືອນໄໝ້ລາມຊາວກວ່າຫຼັງ ທີ່ບ້ານສະໝິງ ຂ່າວສານບ້ານເມືອງ
ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້ ຂ່າວສານບ້ານເມືອງ
ແບຣນລົດ Vinfast ສັນຊາດຫວຽດນາມ ຈະເລີ່ມເຂົ້າມາຈໍາໜ່າຍໃນ ສປປ ລາວ ຂ່າວສານບ້ານເມືອງ
ແຈ້ງຂ່າວ ທາງພູເກົ້າຫຼັກດິນເຈື່ອນຕັນທາງ ຂ່າວສານບ້ານເມືອງ
ແຂວງຊຽງຂວາງ ປະກາດການນຳພັກການ – ເຂົ້າຮັບອຸດໜູນບຳນານ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme