ໃນວັນທີ 22 ແລະ 29 ພຶດສະພາ 2022, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢຶດ ຢ າ ເ ສ ບ ຕິ ດ ໄດ້ຈຳນວນຫຼາຍພາຍຫຼັງພົນລະເມືອງດີອອກເກັບເຫັດແລ້ວພົບເຫັນວັດຖຸສົງໄສຄ້າຍຄື ຢ ບ ແລ້ວແຈ້ງຕໍາເຈົ້າໜ້າທີ່ກວດສອບ ແລະ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍ ຢ າ ເ ສ ບ ຕິ ດ ກັກຕົວໄດ້ 4 ຄົນ.

ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ ປກສ ເມືອງໄຊທານີ້ໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ 2022 ໄດ້ຮັບແຈ້ງຈາກ ປກສ ກຸ່ມດົງໂດກ ວ່າ: ມີພົນລະເມືອງດີໄປເກັບເຫັດຢູ່ປ່າເຂດບ້ານຫ້ວຍເຕີຍຫາດ່ານຊ້າງ ແລ້ວໄປພົບເຫັນວັດຖຸຄ້າຍຄື ຢ ບ ຖືກຖິ້ມໄວ້ໃນປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານຫ້ວຍເຕີຍຫາບ້ານໂນນສະອາດ. ເຈົ້າຫນ້າທີ່ໜ່ວຍງານ 303 ຈຶ່ງໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງງພົບເຫັນ: ຢ ບ ຈຳນວນ 07 ແພັກ ແລະ 20 ຖົງນ້ອຍ ຖືກຖິ້ມໄວ້ຢູ່ປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານດ່ານຊ້າງຫາບ້ານໂນນສະອາດ ຕາມທີ່ພົນລະເມືອງດີແຈ້ງ; ຈຶ່ງໄດ້ເຮັດບົດບັນທຶກແລ້ວເກັບກູ້ຂື້ນມາຮັກສາໄວ້ຢູ່ທີ່ ປກສ ເມືອງໄຊທານີ ແລະເລັ່ງສືບສວນຫາເຈົ້າຂອງຢາເສບຕິດຈຳນວນດັ່ງກ່າວມາຮັບໂ ທ ດ.

ນອກນັ້ນ, ໃນວັນອາທິດ ທີ່ 29 ພຶດສະພາ 2022 ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍ ຄ້າຂາຍ ຢ ເ ສ ບ ຕິ ດ ນໍາພາໂດຍພັທ ບຸນແຍງ ຫົວໜ້າ ປກສ ກຸ່ມ ສົມທົບກັບອົງການປົກຄອງບ້ານ ເຂົ້າກັກຕົວ ນາງ ລຸນ ອາຍຸ 30 ປີ ຢູ່ບ້ານອຸດົມຜົນ ກວດພົບຂອງກາງຢາບ້າ 10 ເມັດ ແລະ ທ້າວ ໂຍ ອາຍຸ 29 ປີ ຢູ່ບ້ານ ໂນນແຕ້ ແລ້ວໄດ້ສອບສວນຂະຫຍາຍຜົນນຳໄປສູ່ການກັກຕົວ ທ້າວ ໂອໄດ ອາຍຸ 36 ປີ ຢູ່ບ້ານອຸດົມຜົນ ແລະໄດ້ຊັດທອດຫາ ທ້າວ ຄອນ ອາຍຸ 22 ປີ. ດັ່ງນັ້ນ ທາງ ປກສ ກຸ່ມ ຈື່ງໄດ້ລົງສົມທົບກັບບ້ານກັກຕົວຜູ້ກ່ງວພ້ອມ ຂ ອ ງກາ ງ ຢ ບ ຈໍານວນ 38 ຖົງກັບ 140 ເ ມັ ດ.

ການແກ້ໄຂເປົ້າໝາຍ ຢ າ ເ ສ ບ ຕິ ດ ຄັ້ງນີ້ຂອງ ປກສ ກຸ່ມທ່າງ່ອນ ສາມາດກັກຕົວ ໄດ້ 4 ຄົນ ຍີງ 1 ຄົນ ແລະ ຂ ອ ງ ກ າ ງ ຢ ບ ທັງຫມົດ7.750 ເມັດ, ເງິນ 800.000 ກີບ.

ໜັງສືພິມຄວາມສະຫງົບ