Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ແຂວງຫົວພັນ ຢຶດ ຢ າ ເ ສ ບ ຕິ ດ ໄດ້ຫຼາຍສິບກິໂລກຣາມ

Posted on 25/05/202225/05/2022 By News

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ຢຶດ ຢ າ ເ ສ ບ ຕິ ດ ປະເພດ ຢ ໄ ອ ສ໌ ໄດ້ 40 ກິໂລກຣາມ ແລະ ຢ ບ 1 ກິໂລກຣາມ, ພ້ອມລົດໃຫຍ່ 1 ຄັນ ໃນວັນທີ 21 ພຶດສະພາ 2022.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີກຸ່ມຄົນໜຶ່ງເຄື່ອນຍ້າຍຢາເສບຕິດຢູ່ເສັ້ນທາງຊໍາເໜືອ-ວຽງຈັນ ໃນວັນທີ 21 ພຶດສະພາ 2022, ເຈົ້າໜ້າທີ່ໄດ້ອອກກວດ ກາລາດຕະເວນ ໄດ້ພົບເຫັນລົດກະບະ ໂຕໂຍຕ້າ ຣີໂວ້ ໝາຍເລກທະບຽນ ກຳແພງນະຄອນ ອສ 5699 ທີ່ຂັບຂີ່ມຸ່ງໜ້າມາທາງຊໍາເໜືອ.

ຈາກນັ້ນ, ເຈົ້າໜ້າທີ່ ຈິ່ງໄດ້ລັດລົດເພື່ອກວດກາ ແຕ່ຜູ້ຂັບຂີ່ບໍ່ໃຫ້ການຮ່ວມ ມື ແລະ ຍັງຂັບຂີ່ຜ່ານດ່ານກວດກາຂອງເຈົ້າໜ້າທີ່ຫວັງເອົາຕົວ ຫຼົ ບ ໜີ. ເມື່ອຜູ້ຂັບຂີ່ມີພິລຸດສົງໄສ ເຈົ້າໜ້າທີ່ຈິ່ງໄດ້ຕິດຕາມລົດຄັນດັ່ງກ່າວໄປ ພໍໄປໄດ້ປະມານ 800 ແມັດ, ຜູ້ຂັບຂີ່ຈິ່ງໄດ້ຈອດລົດແລ້ວແລ່ນໜີເຂົ້າປ່າ.

ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ຈິ່ງຢຶດລົດຄັນດັ່ງກ່າວ ແລະ ກວດຄົ້ນ ພົບເຫັນ ຢ າ ເ ສ ບ ຕິ ດ ປະເພດ ຢ າ ໄ ອ ສ໌ ຈຳນວນ 40 ຫໍ່ ນໍ້າໜັກ 40 ກິໂລກຣາມ ທິທີ່ຊຸກເຊື່ອງຢູ່ຝາຂ້າງກະບະທັງສອງເບື້ອງ, ຝາປະຕູໜ້າ ແລະ ປະຕູຫຼັງ ທັງສອງຂ້າງ ແລະ ພົບເຫັນ ຢ ບ ຈຳນວນ 4 ມັ ດ ລວມ 8.000 ເ ມັ ດ ມີນໍ້າໜັກ 1 ກິໂລກຣາມ. ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວ ຫຼົ ບ ໜີ ເຈົ້າໜ້າທີ່ກຳລັງເລັ່ງນຳ ຈັ ບ ຕົວມາດຳເນີນຄະດີ.

ທັງນີ້, ເຈົ້າໜ້າທີ່ ປກສ ແຂວງຫົວພັນ ກໍໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ຢ່າງເຂັ້ມງວດ ເພື່ອໃຫ້ການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ບັນລຸເປົ້າໝາຍທີ່ວາງໄວ້.

ຂ່າວ: ໜັງສືພິມຄວາມສະຫງົບ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງບັນຊາການ ປກສ ເມືອງ ຫາດຊາຍຟອງແຈ້ງການ ລົດຈັກໃຜເສຍພົວພັນເອົາທີ່ນີ້ ກາຍສະລະສິດ
Next Post: ຫັກອີກແລ້ວ ຂົວບ້ານຕາແຫຼວ (ມີຄລິບ) 

Related Posts

ເຈົ້າແຂວງ ນໍາພາຂະບວນການອອກແຮງງານ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງ ຈໍາປາສັກ ຂ່າວສານບ້ານເມືອງ
ແຂວງຄຳມ່ວນຈັດພິທີ ລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 111 ປີ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດມື້ນີ້ +65 ຄົນ ຂ່າວສານບ້ານເມືອງ
ລົດເສຍຫຼັກຕໍາເສົາໄຟຟ້າກາງເດິກເຈັບຫົກຄົນທີ່ ນະຄອນ ໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ເລືອກຕັ້ງເອົາສະຫາຍ ກິແກ້ວ ໄຂຄໍາພິທູນ ເປັນເລຂາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຂ່າວສານບ້ານເມືອງ
ໜ່ວຍພັກຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ ຮັບສະມາຊິກພັກໃໝ່ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme