Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

35% ຂອງລາຍຮັບຊຽງຂວາງແມ່ນມາຈາກກະສິກຳ

Posted on 24/05/202224/05/2022 By News

ອີງຕາມຂໍ້ມູນຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງໃຫ້ຮູ້ວ່າ: ປີຜ່ານມາວຽກງານກະສິກໍາສາມາດສ້າງລາຍຮັບໄດ້ 1,381 ຕື້ກີບຕໍ່ປີ ແລະໄດ້ປະກອສ່ວນໃຫ້ຍອດຜະລິດຕະພັນພາຍໃນມູນຄ່າສົ່ງອອກ 672 ຕື້ກີບຕໍ່ປີ,ໝາຍວ່າ35%ຂອງລາຍຮັບຊຽງຂວາງແມ່ນມາຈາກຜົນຜະລິດກະສິກຳ.

ທ່ານ ສົມສະໝອນ ຜະລິຈັນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງໄດ້ໃຫ້ຮູ້ວ່າ: ອີງໃສ່ສະພາບຈຸດພິເສດຂອງແຂວງຊຽງຂວາງທີ່ມີພູມສັນຖານເປັນເຂດພູພຽງ,ອາກາດໜາວເຢັນຕະຫຼອດປີໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການປູກຝັງແລະລ້ຽງສັດ.ໃນນັ້ນ,ທົ່ວແຂວງມີເນື້ອທີ່ທໍາການຜະລິດທັງໝົດ 67.000 ເຮັກຕາ, ແບ່ງເປັນເນື້ອທີ່ປູກເຂົ້າ 30.000 ເຮັກຕາ, ເນື້ອທີ່ປູກສາລີ 20.000ເຮັກຕາ.ນອກນັ້ນ,ແມ່ນເນື້ອທີ່ປູກພືດສະບຽງອາຫານ ແລະພືດອຸດສາຫະກໍາຈໍານວນໜຶ່ງ.ພິເສດ ຊຽງຂວາງມີພື້ນທີ່ທົ່ງຫຍ້າທໍາມະຊາດທີ່ກ້ວາງຂວາງເຖິງ80.000 ເຮັກຕາກາຍເປັນທ່າແຮງຂອງແຂວງໃນການໃຊ້ລ້ຽງສັດໃຫຍ່ເປັນສິນຄ້າ.

ທ່ານກ່າວອີກວ່າ: ປະຈຸບັນ,ຊຽງຂວາງໄດ້ກຳນົດເອົາ5ປະເພດສິນຄ້າກະສິກຳຕົ້ນຕໍເພື່ອການສົ່ງອອກຄື:ໜຶ່ງ,ປະເພດສັດສົ່ງອອກລວມມີງົວ,ຄວາຍ,ມ້າ. ສອງ, ເຂົ້າກິນແມ່ນເຂົ້າໄກ່ນ້ອຍ.ສາມ,ພືດເປັນສິນຄ້າແມ່ນສາລີແຂງເປັນອາຫານສັດ,ສີ່ແມ່ນປູກມອນລ້ຽງມ້ອນແລະແປຮູບແລະປະເພດທີຫ້າແມ່ນປູກຕົ້ນແປກເປັນຕົ້ນໄມ້ອຸດສາຫະກໍາເພື່ອຜະລິດຢາງໃນອະນາຄົດ. ໃນປີຜ່ານມາແມ່ນໄດ້ສົ່ງສັດໃຫຍ່ງົວ,ຄວາຍໄປຍັງສປຈີນ ແລະ ສສ ຫວຽດນາມຈໍານວນ 15.000 – 16.000 ໂຕນ, ສ່ວນພືດລະດູການທີ່ສົ່ງໄປສປ ຈີນນັ້ນປະກອບມີ, ເຂົ້າໄກ່ນ້ອຍ, ຊາ, ສາລີແຂງ, ຖົ່ວດິນ, ໝາກເດືອຍ, ນອກນັ້ນ, ແມ່ນເຄື່ອງປ່າຂອງດົງເຫັດກໍແດງ,ພືດເປັນຢາ ແລະອື່ນໆ.

ສໍາລັບສິນຄ້າທີ່ເປັນມູນເຊື້ອຂອງຂອງຊຽງຂວາງແມ່ນຊາພູສັນ, ນອກນີ້, ຍັງໄດ້ອະນຸຍາດໃຫ້ນັກລົງທຶນ ແລະ ຜູ້ປະກອບການຕ່າງໆໄດ້ລົງທຶນປູກກາເຟເມືອງຊຽງ ແລະມີ 3 ບໍລິສັດຂອງຕ່າງປະເທດ ແລະ ພາຍໃນເປັນຜູ້ເກັບຊື້ສົ່ງໄປສະຫະລັດອາເມລິກາ ເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ປະຈຸບັນທຸລະກິດດັ່ງກ່າວໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການເລື່ອງ ການອອກໃບຢັ້ງຢືນສັກວັກຊີນໂຄວິດ-19 ເພື່ອເດີນທາງອອກໄປຕ່າງປະເທດ.
Next Post: ຂົນສົ່ງຈາກຝັ່ງລາວ ເຈົ້າໜ້າທີ່ຈັງຫວັດໜອງຄາຍ​ ປະເທດໄທ ຢຶດ​ ຢ າ ບ້ າ​ ໄດ້​ 410.000 ເມັດ

Related Posts

ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫ່ງຢູ່ກອງບັນຊາການທະຫານແຂວງສະຫວັນະເຂດ ຂ່າວສານບ້ານເມືອງ
ຊົມເຊີຍ! ພົນລະເມືອງດີຈິດໃຈກ້າຫານ ຈັບຕົວເປົ້າໝາຍຊີງຊັບເຊິ່ງໜ້າ ຂ່າວສານບ້ານເມືອງ
ຂ່າວດີ! ຄົນເຈັບໂຄວິດ-19 ອອກໂຮງໝໍອີກ 2 ຄົນມື້ນີ້ ຂ່າວສານບ້ານເມືອງ
ສຸດເສົ້າສາມສົບ ພໍ່ແມ່ແລະລູກສາວ ຂ່າວສານບ້ານເມືອງ
ອາຊຽນ-ຈີນ ປະຊຸມພິເສດແກ້ໄຂບັນຫາການແຜ່ລະບາດຂອງພະຍາດ COVID-19 ຂ່າວສານບ້ານເມືອງ
ສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme