Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະໜາມຊຽງຂວາງເກມພ້ອມຈັດການແຂ່ງຂັນກິລາແຫ່ງຊາດ 

Posted on 23/05/202223/05/2022 By News

ກໍານົດເອົາ 13-22 ທັນວາ ເປັນມື້ຈັດງານກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ! ລັດຖະບານລາວໄດ້ກໍານົດເອົາວັນທີ 13-22 ທັນວາ2022 ເປັນມື້ເປີດ-ປິດງານກິລາແຫ່ງຊາດຄັ້ງທີ 11 ຫຼືຊຽງຂວາງເກມ ແລະ ມາຮອດປະຈຸບັນ, ຊຽງຂວາງໄດ້ມີຄວາມພ້ອມແລ້ວ 70% ໃນການເປັນເຈົ້າພາບຈັດງານ. 

.

ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ 16 ພຶດສະພາ 2022 ນີ້ ວ່າ: ປະຈຸບັນຊຽງຂວາງ ໄດ້ມີຄວາມພ້ອມໃນການເປັນເຈົ້າພາບຈັດງານກິລາແຫ່ງຊາດ ພາຍໃຕ້ຄໍາຂວັນ: “ເປັນເຈົ້າພາບຮ່ວມກັນທີ່ດີ ” ໂດຍໄດ້ກໍານົດເອົາວັນທີ 13 ທັນວາ ເຊິ່ງເປັນວັນເກີດຂອງທ່ານ ປະທານໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເປັນມື້ເປີດງານກິລາແຫ່ງຊາດ ຄັ້ງທີ 11​ ແລະ ເອົາວັນທີ 22 ທັນວາ 2022 ເປັນມື້ປິດງານ. 

.

ທ່ານໃຫ້ຮູ້ອີກວ່າ: ປະຈຸບັນ, ພວມກະກຽມບຸກຄະລາກອນຄືນໃໝ່ ພາຍຫຼັງທີ່ໄດ້ມີການຍົກເລີກມາຫຼາຍຄັ້ງ ໂດຍໄດ້ປັບປຸງບຸກຄະລາກອນຜູ້ທີ່ຈະຮັບຜິດຊອບໃນ 10 ອະນຸກໍາມະການໃຫຍ່, ສ່ວນທາງດ້ານພື້ນຖານໂຄງລ່າງແມ່ນໄດ້ມອບໃຫ້ກອງເລຂາພະແນກສຶກສາທິການ ແລະກິລາແຂວງ ຊຽງຂວາງ ເພື່ອກວດກາຄືນໃໝ່ສະໜາມແຂ່ງຂັນກິລາ, ບານເຕະ, ປິ່ງປ່ອງ ແລະອື່ນໆ ພ້ອມທັງຂຶ້ນແຜນສ້ອມແປງຈຸດທີ່ຍັງຄົງຄ້າງໃຫ້ຮັບປະກັນໃນການຈັດງານມະຫາກໍາກິລາຄັ້ງນີ້. ໃນດ້ານການກຽມຄວາມພ້ອມການແຂ່ງຂັນກິລາປະເພດຕ່າງໆແມ່ນຈະເລີ່ມແຕ່ວັນທີ 9 ພະຈິກເປັນຕົ້ນໄປ ແລະ ບາງປະເພດກິລາແມ່ນຈະຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ. 

.

Source: Sengkeo MO

ຂ່າວສານບ້ານເມືອງ

Post navigation

Previous Post: ມອບ-ຮັບແນວພັນເຂົ້າສາຍພັນໃໝ່ທີ່ທົນຕໍ່ສະພາບນໍ້າຖ້ວມ ໃຫ້ແກ່ເມືອງຈຳພອນ 
Next Post: ແຈ້ງການແນະນໍາ ກຽມຮັບມືກັບສະພາບເຫດການໄພພິບັດທີ່ອາດເກີດຂຶ້ນໃນຊ່ວງລະດູຝົນ

Related Posts

ຂ່າວດ່ວນ! ປະທານາທິບໍດີ ສະຫະລັດອາເມຣິກາ ຕິດເຊື້ອ ໂຄວິດ-19 ຂ່າວສານບ້ານເມືອງ
ປະກາດຊອກຫາ ທ້າວໂຕ່ຍ ຂາດການຕິດຕໍ່ແຕ່ 5 ກໍລະກົດ 2020 ຂ່າວສານບ້ານເມືອງ
ປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661 ຂ່າວສານບ້ານເມືອງ
ສະຫຼົດໃຈ! ສາວອາຍຸ 26 ປີ ເສຍຊິວິດຄາຫ້ອງພັກ ໂດຍບໍ່ຮູ້ສາເຫດ ທີ່ບ້ານດອນກອຍ ຂ່າວສານບ້ານເມືອງ
ສະຖານທູດລາວທີ່ ສ.ເກົາຫລີ ເຕືອນບັນຫາ Covid-19, ການບິນລາວໂຈະການຖ້ຽວບິນໄປ ສ.ເກົາຫລີ ຊົ່ວຄາວ ຂ່າວສານບ້ານເມືອງ
5 ປັດໄຈທີ່ເຮັດໃຫ້ອັດຕາເງິນເຟີ້ເດືອນເມສາ ເພີ່ມຂຶ້ນ9,9% ທຽບໃສ່ເດືອນດຽວກັນປີຜ່ານມາ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme