Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຕືອນໄພ ເຂດກ້ອງເຂື່ອນນໍ້າທາ 3

Posted on 22/05/202222/05/2022 By All in LAOS

ລາຍງານຈາກປະຊາຊົນໃຫ້ຮູ້ ສະພາບນໍ້າເຂດ ໜ້າເຂື່ອນ ໄຟຟ້າ ນໍ້າທາ 3 ເຊົ້າວັນທີ 22 ພຶດສະພາ 2022 ແມ່ນມີນໍ້າປ່ອຍອອກເຂື່ອນການ

ຂໍໃຫ້ທຸກຄົນ ມີສະຕິລະວັງຕົວ

ລາຍງານໂດຍ: Lucky Xayavong

ກົດຊົມຄລິບ

ແຈ້ງເຕືອນຈາກ ອຸຕຸ ເຊົ້າວັນທີ 22.5.2022

ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງມີກໍາລັງແຮງພັດປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ, ເຊິ່ງຈະໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຈະເຮັດໃຫ້ມີຝົນຕົກໜັກ, ຟ້າຜ່າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກ ພາກສ່ວນ ທີ່ອາໃສຢູ່ແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ, ຟ້າຮ້ອງ, ຟ້າເຫລື້ອມ, ຟ້າຜ່າ ແລະ ລົມພັດແຮງ ທີ່ຈະເຮັດ ໃຫ້ມີຕົ້ນໄມ້, ປ້າຍໂຄສະນາຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ ຂໍໃຫ້ ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-2 ວັນຕໍ່ໜ້ານີ້.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 22/5/2022 ເຖິງ ເວລາ 7:00 ໂມງ ວັນທີ 23/5/2022

-ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນ ມີເຝື້ອປົກຫຸ້ມເປັນສ່ວນຫລາຍຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງເປັນ ບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 16-26 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ ມີເຝື້ອປົກຫຸ້ມ ເປັນສ່ວນຫລາຍ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 90% ຂອງພາກ. ອຸນຫະພູມໃນ ລະຫວ່າງ 18-29 ອົງສາ.

-ນະຄອນຫລວງວຽງຈັນ: ມີເຝື້ອປົກຫຸ້ມເປັນສ່ວນຫລາຍ ແລະ ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກ ປານກາງ ຫາ ຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80%. ອຸນຫະພູມໃນ ລະຫວ່າງ 22-29 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ມີເຝື້ອປົກຫຸ້ມເປັນສ່ວນຫລາຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 21-31 ອົງສາ.

-ແຂວງໄຊສົມບູນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70%. ອຸນຫະພູມໃນລະຫວ່າງ 17-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ມີເຝື້ອປົກຫຸ້ມເປັນສ່ວນຫລາຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 22-31 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນ ລະຫວ່າງ 15-25 ອົງສາ.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ເສຍຫາຍໜັກ ໄຟໄໝ້ເຂດບ້ານກົກງິ້ວ
Next Post: ກັກຕົວຍົກແກ້ງໄວລຸ້ນຄ້າຂາຍ ຢ າ ເ ສ ບ ຕ ິ ດ 10ຄົນ

Related Posts

ຂ່າວດີ ຍອດງື່ມ ພາວເວີ ເຊັນສັນຍາກັບ ເຊື້ອໄຟລາວ ສະໜອງນ້ຳມັນກາຊວນສູ່ສັງຄົມລາວ ຂ່າວສານບ້ານເມືອງ
ທາງ 28A ຂາດຫຼາຍຈຸດ ບ້ານອຸດົມສຸກຖ້ວມໝົດບ້ານ ສະພາບອຸທົກກະໄພທີ່ເມືອງເຊໂປນ (ມີຄລິບ) ຂ່າວສານບ້ານເມືອງ
ຈະສຶກສາ-ສໍາຫລວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ໂຄງການປູກພຶດຜັກຕ່າງໆ ຢູ່ເຂດບ້ານທົ່ງຄູນ ເມືອງອະນຸວົງ ຂ່າວສານບ້ານເມືອງ
ອາເມລິກາປະກາດເພີ່ມທຶນຊ່ວຍເຫຼືອລາວເພື່ອຮັບມືກັບພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ເລັ່ງຈັບໂດຍດ່ວນ! ໂຈນປຸ້ນຮ້ານຄຳປິດຊີບເຈົ້າຂອງຮ້ານ ທັງສອງຜົວເມຍ ຂ່າວສານບ້ານເມືອງ
ລັດຖະມົນຕີ ຖວທ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫລວງພະບາງ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme