Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີປີດຊຸດຝຶກອົບຮົມ ເຕັກນິກການປຸງແຕ່ງໄຄແຜ່ນ ເປັນສິນຄ້າໃຫ້ປະຊາຊົນບ້ານພັນໄຊ ແລະ ບ້ານຫລວງພັນໄຊ

Posted on 19/05/202219/05/2022 By News

ຕອນແລງ ວັນທີ 17 ພຶດສະພາ 2022 ຜ່ານມານີ້ ຢູ່ທີ່ຫ້ອງການບ້ານພັນໄຊ ເມືອງລ້ອງແຈ້ງແຂວງໄຊສົມບູນ ໄດ້ຈັດພິທີປີດຊຸດຝຶກອົບຮົມໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາສີມືແຮງງານກ່ຽວກັບເຕັກນິກການປຸງແຕ່ງໄຄແຜ່ນເປັນສິນຄ້າ ໃຫ້ແກ່ປະຊາຊົນບ້ານພັນໄຊ ແລະ ຫລວງພັນໄຊ ເມືອງລ້ອງແຈ້ງ ໂດຍການເປັນປະທານຮ່ວມ ຂອງທ່ານ ມະນີວັນ ວິດາວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊສົມບູນ ,ທ່ານ ເອງ ໄຊຍະຮັກ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງລ້ອງແຈ້ງ, ມີບັນດາຄູຝຶກທີ່ມີປະສົບການສູງຈາກກົມສົ່ງເສີມ ເອັດສເອັມອີ( SME)ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄູຝຶກນຳພາປະຕິບັດຕົວຈີ່ງ ຈາກຫົວໜ່ວຍທຸລະກິດຜະລິດໄຄແຜ່ນແຂວງຊຽງຂວາງ , ມີກອງກໍ່ສ້າງຮາກຖານ913 ປະຈຳບ້ານພັນໄຊ, ອໍານາດການປົກຄອງບ້ານຕະຫລອດຮອດ ສຳມະນາກອນ ຈຳນວນສອງບ້ານດັ່ງກ່າວເຂົ້າຮ່ວມ 46ທ່ານ,ຍີງ 36ທ່ານ

อาจเป็นรูปภาพของ 3 คน และ กลางแจ้ง

.

อาจเป็นรูปภาพของ 9 คน, ผู้คนกำลังนั่ง, ผู้คนกำลังยืน และ ต้นไม้

ທ່ານ ບູນໄທ ໄພສະຫວັນ ຮອງ ຫົວໜ້າຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ພະແນກອຸດສາຫະກໍາ ແລະການຄ້າແຂວງໄຊສົມບູນ ທັງເປັນ ເຈົ້າຂອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ:ຜ່ານ ການຝຶກອົບຮົມຕະຫຼອດໄລຍະ 10ກວ່າວັນ ທີ່ຜ່ານ ມາ ເຫັນວ່າບັນດາວິທະຍາກອນ ແລະ ສຳມະນາກອນ ແມ່ນໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມຂັ້ນຕອນຕາມແຜນງານແຜນການລະອຽດ ໂດຍໄດ້ປະຕິບັດ 2ກິດຈະກຳຫຼັກຄື: ຝຶກກ່ຽວກັບການສ້າງຕັ້ງກຸ່ມທຸລະກິດຊຸມຊົນ ແລະ ຝຶກດ້ານເຕັກນິກການປຸງແຕ່ງໄຄແຜ່ນ ເພື່ອເປັນສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ ປະຊາຊົນ ໃນຈຳນວນ ສອງບ້ານດັ່ງກ່າວ ຜູ້ທີ່ເຂົ້າຮ່ວມ ໃນນັ້ນສຳມະນາກອນໄດ້ຮຽນຮູ້ທັງພາກທິດສະດີ ແລະ ປະຕິບັດຕົວຈີ່ງໄປຄ່ຽງຄູກັນ ໂດຍສະເພາະການນຳໃຊ້ອຸປະກອນປຸງແຕ່ງໄຄ,ການເກັບໄຄທຳມະຊາດຈາກແມ່ນ້ຳ,ວິທີການລ້າງໄຄໃຫ້ສະອາດດີ,ວິທີການແປຮູບໄຄແຜ່ນຕາກແດດ,ການປຸງແຕ່ງນ້ຳແກງ ແລະ ກັ້ນຕອງນ້ຳແກງ ສິດປະສົມໃສ່ໄຄແຜ່ນ ແລະ ການປະຕິບັດຕົວຈີງອື່ນໆ ເພື່ອເຮັດໃຫ້ໄຄແຜ່ນມີຄວາມສະອາດປອດໄພ ແລະ ມີລົດຊາດທີ່ແຊບ ສຳລັບການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອດ້ານງົບປະມານ ຈາກກົມສົ່ງເສີມ ເອັດສເອັມອີ (SME)ກະຊວງອຸດສາຫະກຳ ແລະ ການຄ້າ ມີມູນຄ່າທັງໝົດ 51ລ້ານກວ່າກີບ

อาจเป็นรูปภาพของ 2 คน และ แหล่งน้ำ

ຈາກນັ້ນຄູຝຶກຍັງເວົ້າໃຫ້ຮູ້ວ່າ :ຈາກປະສົບການຕົວຈີ່ງ ຜູ້ໜື່ງສາມາດສ້າງລາຍຮັບຈາກການຜະລິດໄຄແຜ່ນໄດ້ເຖີງ3ຫາ4ແສນກີບຕໍ່ມື້ ແລະ ໃນລະດູການໜື່ງຂອງໄຄທີ່ເກີດຂື້ນຕາມທຳມະຊາດ ສາມາດເກັບມາຜະລິດເປັນໄຄແຜນ ໄດ້ເຖີງ5-6ເດືອນຈີ່ງມຶດລະດູການ

อาจเป็นรูปภาพของ 3 คน, กลางแจ้ง และ ข้อความพูดว่า "พ.ค. 2022"

.

ไม่มีคำอธิบายรูปภาพ

ນອກນັ້ນ ຍັງໄດ້ມີການປະເມີນຄວາມຮັບຮູ້ຄວາມເຂົ້າໃຈຂອງສຳມະນາກອນ ຊື່ງປະຕິບັດໄດ້ດີ ກວມເອົາ75% ແລະ ເຂົ້າໃຈປານກາງ25%ໃນຕອນທ້າຍພິທີທ່ານ ເອງ ໄຊຍະຮັກ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງ ມາຍັງສໍາມະນາກອນ ນຳເອົາຄວາມຮູ້ບົດຮຽນປະສົບການຄັ້ງນີ້ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນໃຫ້ໄດ້ຮັບຜົນດີ ພ້ອມກັນເອົາໃຈໃສ່ຜະລິດໄຄແຜ່ນໃຫ້ໄດ້ຫຼາຍຂື້ນ ເປັນທີ່ນິຍົມຂອງສັງຄົມ ແລະ ກາຍເປັນສີນຄ້າອັນໃໝ່ຂອງເມືອງ ເພື່ອສ້າງລາຍຮັບເຂົ້າຄອບຄົວເພີ່ມຂື້ນ ພ້ອມທັງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ແລະ ຄູຝຶກ ເພື່ອເປັນການ ຢັ້ງຢືນຜົນວຽກງານ ແລະ ໄດ້ກ່າວປິດການຝຶກອົບຮົມດັ່ງກ່າວ ດ້ວຍຜົນສຳເລັດຢ່າງດີ.

อาจเป็นรูปภาพของ 1 คน

.

อาจเป็นรูปภาพของ 8 คน, ต้นไม้ และ กลางแจ้ง

.

อาจเป็นรูปภาพของ 10 คน, ผู้คนกำลังยืน และ ผู้คนกำลังนั่ง

.

อาจเป็นรูปภาพของ 6 คน, ผู้คนกำลังนั่ง, ผู้คนกำลังยืน และ กลางแจ้ง

ບກ: ທ່ານ ນາງແພງສີ ອິນທະວົງ

ຂ່າວ: ອານຸສອນ

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ
Next Post: ສານຕັດສິນ ລົ ງ ໂ ທ ດ ປ ະ ຫ າ ນ ຊີ ວິ ດ ຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງ ຢ າ ເ ສ ບ ຕິ ດ ແລະ ມີໄວ້ໃນຄອບຄອງ

Related Posts

ສືບຕໍ່ປະຕິບັດມາດຕະການ ແລະ ບາງມາດຕະການຜ່ອນຜັນອອກໄປຕື່ມອີກ 15 ວັນ ຂ່າວສານບ້ານເມືອງ
ລົງທະບຽນ ເບີໂທ ເບີເນັດ ດ້ວຍຕົວທ່ານເອງງ່າຍໆ ແຊດ່ວນ! ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ອາກາດຮ້ອນ ໄດ້ເພີ່ມກໍາລັງແຮງຂຶ້ນ ປົກຄຸມເຂດພາກເໜືອຂອງປະເທດລາວ ຂ່າວສານບ້ານເມືອງ
ເມືອງລອງ ສ້າງຂະບວນການ ເກັບຂີ້ເຫຍື້ອອະນາໄມຕົວເມືອງຕ້ອນຮັບວັນສ້າງຕັ້ງຄະນະຊາວໝຸ່ມປະຊາຊົນ ປະຕິວັດລາວ ຂ່າວສານບ້ານເມືອງ
ທ່ານ ປອ ສອນໄຊ ສີພັນດອນ ເປັນປະທານຊີ້ນຳກອງປະຊຸມ 6 ເດືອນຕົ້ນປີຂອງຄະນະກຳມະການແຫ່ງຊາດດ້ານໂພຊະນາການ ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມປະຊາຊົນ ເມືອງສະໜາມໄຊ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme