ເດືອນ ພຶດສະພາ 2022 ນີ້ ຢູ່ແຂວງຫຼວງພະບາງ ເກີດມີບັນຫານໍ້າມັນບາງປໍ້າຂາດ ຈົນໄດ້ມີການປິດປໍ້າ ໂດຍສະເພາະແມ່ນ ຢູ່ໃນເທດສະບານ ນະຄອນ ຫຼວງພະບາງ ມີຫຼາຍປໍ້າໄດ້ປິດຊົ່ວຄາວເນື່ອງຈາກບໍ່ມີນໍ້ມັນໃຫ້ບໍລິການລູກຄ້າ ສະເພາະຢູ່ໃຈກາງ ນະຄອນ ຫຼວງພະບາງ ຍັງແຕ່ປໍ້ານໍ້າມັນພູວ່າວເປີດໃຫ້ບໍລິການຢູ່, ແຕ່ມີກໍານົດໃຫ້ລູກຄ້າໃສ່ໄດ້ ລົດໃຫຍ່ແມ່ນສູງສຸດບໍ່ເກີນ 3 ແສນກີບ ແລະ ລົດຈັກແມ່ນ 30 ພັນກີບ,ຍ້ອນວ່າແບ່ງປັນໃຫ້ຜູ້ທີ່ຊົມໃຊ້ລົດໄປມາ ຫຼືຜູ້ທີ່ມີວຽກຈໍາເປັນ ໄດ້ທົ່ວ ເຖິງຕາມຄວາມສາມາດຂອງນໍ້າມັນທີ່ມີ, ສ່ວນຜູ້ໃດທີ່ເອົາກະຕຸກໄປໃສ່ນໍ້າມັນ ທາງພະນັກງານຈະບໍ່ໄດ້ຂາຍໃຫ້.

.

.

.

.

ຂ່າວ: ສີສຸວັນ