Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປັດຈຸບັນ​ເມືອງຊະນະສົມບູນເລີ່ມການສອບເສັງເລື່ອນຂັ້ນພາກຮຽນ 2

Posted on 17/05/202217/05/2022 By News

ຕາມການໃຫ້ສຳພາດຂອງ ທ່ານ ສີທອງ ສີອໍາພອນ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາເມືອງຊະນະສົມບູນ ໃນວັນທີ 16 ພຶດສະພາ 2022 ນີ້ວ່າ: ປັດຈຸບັນເມືອງຊະນະສົມບູນ​ ແຂວງຈຳປາສັກ​ ແມ່ນໄດ້ເລີ່ມການການສອບເສັງເລື່ອນຂັ້ນພາກຮຽນ 2 ໃນຊັ້ນຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະ ຊັ້ນມັດທະຍົມຕອນປາຍ ທົ່ວເມືອງປະຈຳສົກຮຽນປີ 2021-2022 ຢ່າງເປັນຂະບວນການຟົດຟື້ນ.

อาจเป็นรูปภาพของ 8 คน, ผู้คนกำลังนั่ง และ สถานที่ในร่ม

ໂດຍພາຍໃນເມືອງມີຈຸດສອບເສັງຊັ້ນປະຖົມທັງໝົດ 82 ແຫ່ງ, ມີ 45 ໜວດ,ຊັ້ນມັດທະຍົມຕົ້ນມີ 16 ແຫ່ງ ໃນນັ້ນມີ ຊັ້ນມໍປາຍຢູ່ 5 ແຫ່ງ,ສຳລັບປະຖົມນັບແຕ່ຊັ້ນ ປໍ1 – ປໍ4 ແມ່ນຈະໄດ້ດໍາເນີນການສອບເສັງໄປເປັນເວລາ 2 ວັນຄື: ນັບແຕ່ວັນທີ 16 – 17 ພຶດສະພາ 2022 ຈຶ່ງຈະໃຫ້ສຳເລັດ,ໂດຍປະກອບມີ 4 ວີຊາສອບເສັງ ຄື: ວິຊາຄະນິດສາດ,ວິຊາພາສາລາວພາກຂຽນ, ວິຊາພາສາລາວພາກຫັດແຕ່ງ ແລະ ວິຊາໂລອອມຕົວວິທະຍາສາດ,ລວມມີນັກຮຽນເຂົ້າຮ່ວມສອບເສັງເລື່ອນຂັ້ນຕົວຈິງທັງໜົດ 5.481 ຄົນ,ຍິງ 2.829 ຄົນ ສ່ວນ ຊັ້ນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ນັບແຕ່ຊັ້ນ ມໍ 1 – ມໍ 3 ແລະ ຊັ້ນມໍ 5 – ມໍ 6 ແມ່ນຈະໄດ້ດໍາເນີນການສອບເສັງໄປເປັນເວລາ 3 ວັນຄື: ນັບແຕ່ວັນທີ 16 – 18 ພຶດສະພາ 2022 ຈຶ່ງສຳເລັດ, ໂດຍໃນຊັ້ນມໍຕົ້ນມີ 6 ວິຊາສອບເສັງຄື: ວິຊາພາສາລາວ – ວັນນະຄະດີ,ວິຊາຄະນິດສາດ,ວິຊາສຶກສາພົນລະເມືອງ,ວິຊາວິທະຍາສາດ – ສັງຄົມ,ວິຊາວິທະຍາສາດທຳມະຊາດ ແລະ ວິຊາພາສາອັງກິດ , ຊັ້ນມໍປາຍມີ 9 ວິຊາສອບເສັງຄື: ວິຊາພາສາລາວ – ວັນນະຄະດີ,ວິຊາຄະນິດສາດ,ວິຊາສຶກສາພົນລະເມືອງ, ວິຊາພາສາອັງກິດ,ວິຊາພູມສາດ,ວິຊາປະຫວັດສາດ,ວິຊາເຄມີສາດ,ວິຊາຟີຊິກສາດ ແລະ ວິຊາຊີວະສາດ ໂດຍມີນັກຮຽນລວມທັງຊັ້ນມໍຕົ້ນ ແລະ ຊັ້ນ ມໍປາຍເຂົ້າຮ່ວມສອບເສັງເລື່ອນຂັ້ນທັງໜົດ 3.178 ຄົນ,ຍິງ 1.664 ຄົນ.

อาจเป็นรูปภาพของ 11 คน, ผู้คนกำลังยืน, ผู้คนกำลังนั่ง และ สถานที่ในร่ม

ເພື່ອເຮັດໃຫ້ການສອບເສັງເລື່ອນຂັ້ນປະຈໍາສົກຮຽນປີ 2021 – 2022 ຄັ້ງນີ້: ຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ທ່ານ ສີີທອງ ສີອຳພອນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.ໄດ້ຮຽກຮ້ອງໃຫ້ຄະນະກຳມະການທີ່ຮັບຜິດຊອບ ແລະ ຄູອາຈານທີ່ກ່ຽວຂ້ອງ ພ້ອມກັນເອົາໃຈໃສ່ຄອບຄຸມໃນການປະຕິບັດລະບຽບການສອບເສັງຢ່າງເຂັ້ມງວດ ແລະ ຕໍ່ກັບລູກຫຼານນັກຮຽນກໍ່ຕ້ອງໄດ້ພ້ອມກັນເອົາໃຈໃສມາຮ່ວມສອບເສັງຕາມວັນ,ເວລາທີ່ໄດ້ກຳນົດໄວ້ບໍ່ໃຫ້ຂາດ

อาจเป็นรูปภาพของ 12 คน และ ผู้คนกำลังนั่ง

ຂ່າວ-ພາບ : ທ.ແຫຼມສີນໄຊ ສໍປະເສີດ ຫ້ອງການ ຖວທ ເມືອງຊະນະສົມບູນ

ຂ່າວສານບ້ານເມືອງ

Post navigation

Previous Post: ເປີດບໍ່ແຮ່ໃຕ້ດິນ ທັນສະໄໝແຫ່ງທຳອິດ ໃນ ສປປ ລາວ
Next Post: ບໍ່ແກ້ວແຈ້ງການ ເປີດການເຂົ້າ-ອອກດ່ານສາກົນຢູ່ແຂວງບໍ່ແກ້ວ

Related Posts

ເກີດເຫດ…! ລົດຈັກລົ້ມເອງອາການເບື້ອງຕົ້ນຂໍ້ຕີນເບື້ອງຂວາພິກ ຂ່າວສານບ້ານເມືອງ
ການກໍ່ສ້າງເສັ້ນທາງແຫຼ່ງທ່ອງທ່ຽວຖ້ຳຈອມອອງຈະສໍາເລັດທ້າຍເດືອນນີ້ ຂ່າວສານບ້ານເມືອງ
ປະຊາຊົນລາວໃນຂອບເຂດທົ່ວປະເທດສົ່ງອອກເຂົ້າໄປຈີນ ບັນລຸ 1.350 ໂຕນ ຂ່າວສານບ້ານເມືອງ
ໂຄງການທາງດ່ວນບໍ່ເຕັນ ຫາ ຫ້ວຍຊາຍ ເລີ່ມສຳຫຼວດອອກແບບກຽມກໍ່ສ້າງແລ້ວ ຂ່າວສານບ້ານເມືອງ
ປກສ ເມືອງສີສັດຕະນາກ ນໍາໃຊ້ມາດຕະການຕໍ່ຮ້ານອາຫານ ລະເມີດຄໍາສັ່ງ ແລະ ແຈ້ງການ ຂ່າວສານບ້ານເມືອງ
ພົນລະເມືອງດີແ ຈ້ ງ ເບາະແສ ສາມາດ ຈັ ບ ຢ າ ເ ສ ບ ຕິ ດ ໄດ້ ເກືອບ 5,5 ລ້ານ ເ ມັ ດ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme