Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກໍານົດ13-22ທັນວາເປັນມື້ຈັດງານກິລາແຫ່ງຊາດຄັ້ງທີ11ຫຼືຊຽງຂວາງເກມ

Posted on 16/05/202216/05/2022 By News

ລັດຖະບານລາວໄດ້ກໍານົດເອົາວັນທີ 13-22 ທັນວາ2022ເປັນມື້ເປີດ-ປິດງານກິລາແຫ່ງຊາດຄັ້ງທີ 11ຫຼືຊຽງຂວາງເກມແລະມາຮອດປະຈຸບັນ,ຊຽງຂວາງໄດ້ມີຄວາມພ້ອມ 70% ໃນການເປັນເຈົ້າພາບຈັດງານ. ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ 16 ພຶດສະພາ 2022 ນີ້, ທີ່ຫ້ອງວ່າການປົກຄອງແຂວງວ່າ: ປະຈຸບັນຊຽງຂວາງໄດ້ມີຄວາມພ້ອມການເປັນເຈົ້າພາບຈັດງານກິລາແຫ່ງຊາດພາຍໃຕ້ຄໍາຂວັນ: “ເປັນເຈົ້າພາບຮ່ວມກັນທີ່ດີ ” ໂດຍໄດ້ກໍານົດເອົາວັນທີ 13 ທັນວາ ເຊິ່ງເປັນວັນເກີດຂອງທ່ານ ປະທານໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເປັນມື້ເປີດງານກິລາແຫ່ງຊາດ ຄັ້ງທີ 11 ແລະເອົາວັນທີ 22 ທັນວາ 2022 ເປັນມື້ປິດງານ.

ທ່ານໃຫ້ຮູ້ອີກວ່າ: ປະຈຸບັນ,ພວມກະກຽມບຸກຄະລາກອນຄືນໃໝ່ ພາຍຫຼັງທີ່ໄດ້ມີການຍົກເລີກມາຫຼາຍຄັ້ງ ໂດຍໄດ້ປັບປຸງບຸກຄະລາກອນຜູ້ທີ່ຈະຮັບຜິດຊອບໃນ 10 ອະນຸກໍາມະການໃຫຍ່, ສ່ວນທາງດ້ານພື້ນຖານໂຄງລ່າງແມ່ນໄດ້ມອບໃຫ້ກອງເລຂາພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ເພື່ອກວດກາຄືນໃໝ່ສະໜາມແຂ່ງຂັນກິລາ, ບານເຕະ, ປິ່ງປ່ອງ ແລະອື່ນໆ ພ້ອມທັງຂຶ້ນແຜນສ້ອມແປງຈຸດທີ່ຍັງຄົງຄ້າງໃຫ້ຮັບປະກັນໃນການຈັດງານມະຫາກໍາກິລາຄັ້ງນີ້.ໃນດ້ານຄວາມກຽມພ້ອມການແຂ່ງຂັນກິລາປະເພດຕ່າງໆແມ່ນຈະເລີ່ມແຕ່ວັນທີ 9 ພະຈິກເປັນຕົ້ນໄປ ແລະບາງປະເພດກິລາແມ່ນຈະຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ.

ທ່ານກ່າວຕື່ມອີກວ່າ:ສ່ວນດ້ານງົບປະມານແມ່ນໄດ້ກວດສອບຄືນໃໝ່ເພື່ອຈະນໍາສະເໜີລັດຖະບານຊອກຫາວິທີແກ້ໄຂ.ມາຮອດປະຈຸບັນນັບແຕ່ສູນກາງຈົນຮອດທ້ອງຖິ່ນກໍຄືຊາວແຂວງຊຽງຂວາງແມ່ນມີຄວາມຄອງຄອຍໃນການເປັນເຈົ້າພາບຮ່ວມກັນທີ່ດີ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂໍຊີ້ແຈງກໍລະນີປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ
Next Post: ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

Related Posts

ການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ທ່ານ ຊິນໂຊ ອາເບະ ຂ່າວສານບ້ານເມືອງ
ເຈັບສິບກວ່າຄົນ ກະບະເສຍຫຼັກຕໍາເຂົ້າຮ້ານຂາຍພ້າ ທາງໄປປາກຊ່ອງ ຂ່າວສານບ້ານເມືອງ
ເຕືອນການເດີນທາງ 13 ​ເໜືອ ເຂດນາຊາຍທອງຫາໂພນໂຮງ ມີການສ້ອມແປງທາງ ຂ່າວສານບ້ານເມືອງ
ຂ່າວດີ ປັບລາຄານໍ້າມັນລົງທຸກຊະນິດ ຂ່າວສານບ້ານເມືອງ
ກັກໂຕແມ່-ລູກຄາເຮືອນພົບ ຢ າ ເ ສ ບຕ ິ ດ ຂ່າວສານບ້ານເມືອງ
ຄະນະຊາວໜຸ່ມຮາກຖານ ຫ້ອງການເມືອງ ປກສ ນວ ສະຫຼຸບວຽກງານ 6 ເດືອນຕົ້ນປີ 2020 ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme