Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

Posted on 16/05/202216/05/2022 By News

ວັນທີ 16 ພຶດສະພາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນຖະ ວະໄມຕີ ຢູ່ ສປປ ລາວ ລະຫວ່າງ ວັນທີ 15-17 ພຶດສະພາ ນີ້.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ການມາຢ້ຽມຢາມຄັ້ງນີ້ ແມ່ນຢູ່ທ່າມກາງທີ່ສອງພັກ, ສອງລັດລາວ-ຫວຽດນາມ ກະກຽມຄວາມພ້ອມການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍຄື ສະເຫລີມສະຫລອງວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມື ຄົບຮອບ 54 ປີ(18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ(05/09/1962-05/09/2022) ໃຫ້ມີບັນຍາ ກາດຟົດຟື້ນ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ໂອກາດນີ້, ສະຫາຍ ເວືອງ ດິງ ເຫວະ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນເຮັດວຽກຮ່ວມກັບສະພາແຫ່ງຊາດລາວ ໃຫ້ສະຫາຍ ເລຂາທິການໃຫຍ່ ໄດ້ຮັບຊາບ.

ຂ່າວ: ກິດຕາ

ພາບ: ເກດສະໜາ

ຂ່າວສານບ້ານເມືອງ

Post navigation

Previous Post: ຊາວກະສິກອນ ເມືອງນາໝໍ້ ແຂວງອຸດົມໄຊ ເລັງເກັບກູ້ຜົນຜະລິດອ້ອຍສຳເລັດ 75% ໃນເນື້ອທີ່ 800 ກວ່າເຮັກຕາ
Next Post: ຂໍຊີ້ແຈງກໍລະນີປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ

Related Posts

ໄຟໄໝ້ຫ້ອງພັກຣີສອດຈໍາປາທອງຍ້ອນຄົນຈູດຫຍ້າ, ເຈົ້າຂອງຣີສອດແຈ້ງ ຍັງເປີດບໍລິການປົກກະຕິ ຂ່າວສານບ້ານເມືອງ
ຜ່ອນຜັນຫຼາຍມາດຕະການ ແຕ່ຍັງສືບຕໍ່ປິດຮ້ານບັນເທີງແລະຄາຣະໂອເກະ ຂ່າວສານບ້ານເມືອງ
ລັດຖະບານ ຈະບໍ່ອະນຸຍາດໃຫ້ເອົາລົດປະຈໍາຕໍາແໜ່ງໄປພ້ອມເມື່ອອອກຮັບບໍານານ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເປີຍເຜີຍຂໍ້ມູນເອື້ອຍຮັກTimeline ກໍລະນີ້ສໍາພັດໃກ້ຊິດຜູ້ຕິດເຊື້ອ ກໍລະນີ 59 ຂ່າວສານບ້ານເມືອງ
ບໍລິຄຳໄຊ ມອບເຄື່ອງກົນຈັກ ໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 470ຄົນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme