Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມເຂົ້າວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ

Posted on 16/05/202216/05/2022 By News

ຕອນເຊົ້າໃນວັນທີ 16 ພຶດສະພາ 2022 ນີ້, ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ແລະ ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິລະນາມ(ດາວແດງ) ນະຄອນຫລວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ຢູ່ ສປປ ລາວ ແຕ່ວັນທີ 15-17 ພຶດສະພາ 2022.

ການວາງພວງມາລາ ໃນຄັ້ງນີ້, ເພື່ອລະລຶກເຖິງ ຄຸນງາມຄວາມດີຂອງບັນດານັກຮົບປະຕິວັດ ທີ່ເສຍສະຫລະຊີວິດ ເພື່ອພາລະກິດປົດປ່ອຍຊາດ ແລະ ຜົນງານອັນໃຫຍ່ຫລວງຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນເພື່ອປະເທດຊາດ ແລະ ການປະຕິວັດ, ຕໍ່ສູ້ກູ້ຊາດ ໃນໄລຍະຜ່ານມາ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.

.

ຂ່າວ: ກິດຕາ

ພາບ: ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ເມືອງສີໂຄດຕະບອງ ກັກຕົວຄູ່ຜົວ-ເມຍ ຮ່ວມກັນຄ້າຂາຍ ຢ າ ເ ສ ບ ຕ ິດ
Next Post: ແຂວງສາລະວັນ ສາມາດມ້າງລາຍຄະດີ ຢ າ ເ ສ ບ ຕິ ດ ໄດ້ 29 ເລື່ອງ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 263 ຄົນ ຂ່າວສານບ້ານເມືອງ
ຕິດ ໂ ຄ ວິ ດ ເກືອບ ໜົດຄອບຄົວ ທັງຜູ່ໃຫຍ່ ແລະ ເ ດັ ກ ນ້ອຍ ຂ່າວສານບ້ານເມືອງ
ຄັກແທ້…! ປູກກາເຟມີລາຍຮັບດີ…! ສິນຄ້າໂອດອບຂອງເມືອງກາສີ ຂ່າວສານບ້ານເມືອງ
ເກີດເຫດ! ຄົນຕ່າງປະເທດ ເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ
ອົງການ​ກວດ​ສອບ​ແຫ່ງ​ລັດກວດພົບລາຍ​​ຮັບ​ເພີ່ມ 3.808,38 ຕື້​ກີບ ແລະ ລາຍ​ຈ່າຍ​ເພີ່ມ 9.990,73 ຕື້​ກີບ ຂ່າວສານບ້ານເມືອງ
ສປປ ລາວ ຍັງມີຜູ້ຕິດເຊື້ອພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ພຽງຄົນດຽວ ຢູ່ອັນດັບທີ 205 ຂອງໂລກ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme